ເມືອງບໍລີຄັນ ແຂ່ງຂັນຊ່ວງເຮືອປະເພນີ ປະຈຳປີ 2023
18/10/2023

ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ຈັດງານແຂ່ງຂັນຊ່ວງເຮືອປະເພນີ ປະຈຳປີ 2023 ຊີງຂັນທ່ານເຈົ້າແຂວງ ໃນວັນທີ 13 ຕຸລາ 2023 ທີ່ແຄມທ່ານໍ້າຊັນ ບ້ານນາແຫນ ແລະ ບ້ານວັດທາດ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີທ່ານ ວັນເລີນ ປູ້ຍໄມນີ ເຈົ້າເມືອງບໍລິຄັນ, ປະທານຈັດການແຂ່ງຂັນຊ່ວງເຮືອ, ມີອະນຸກຳມະການຈັດງານ, ຜູ້ປະກອບການທຸລະກິດຊາວຄ້າຂາຍ, ພໍ່ແມ່ປະຊາຊົນບັນດາເຜົ່າ ທີ່ມາຈາກຕ່າງແຂວງ, ພາຍໃນແຂວງ ແລະ ເທດສະບານເມືອງເຂົ້າຮ່ວມຢ່າງຫຼວງຫຼາຍ.
ງານແຂ່ງຂັນຊ່ວງເຮືອປະເພນີ ຂອງເມືອງບໍລິຄັນປະຈຳປີ 2023 ມີເຮືອຍາວເຂົ້າຮ່ວມທັງໝົດ 26 ລໍາ ໃນນັ້ນເຮືອເພດຊາຍ 17 ລໍາ, ຍິງ 9 ລໍາ ຊຶ່ງໃຊ້ເວລາ 2 ວັນເຕັມ ລະຫວ່າງວັນທີ 13-14 ຕຸລາ 2023 ກໍສຳເລັດລົງຕາມລະດັບຄາດໝາຍ ໂດຍບັນຍາກາດການແຂ່ງຂັນແມ່ນເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ທັງສອງຟາກແຄມນໍ້າຊັນແມ່ນເຕັມໄປດ້ວຍຜູ້ຊົມຜູ້ເຊຍ, ຖືເອົາໂອກາດນີ້ແລກປ່ຽນປະສົບການຫັດແໜ້ນຄວາມສາມັກດຄີເຊິ່ງກັນ ແລະ ກັນ ລະຫວ່າງສີພາຍດ້ວຍກັນ ແລະ ສີພາຍມາຈາກຕ່າງບ້ານ ເປັນການສົ່ງເສີມການທ້ອງທ່ຽວ, ສືບສານຕຳນານປະເພນີຄົນລາວຊາວພຸດທີ່ໄດ້ເຄີຍປະຕິບັດກັນມາແຕ່ດົນນານ. ນອກນັ້ນຍັງໄດ້ຖືເອົາໂອກາດນີ້ ແລກປ່ຽນຊື້-ຂາຍຜະລິດຕະພັນສິນຄ້າໂອທັອບ,ໂອດັອບຂອງປະຊາຊົນ ແລະ ການກັບຄືນຢ້ຽມຢາມພູມລຳເນົາບ້ານເກີດຜູ້ທີ່ໄປປະກອບເຮັດວຽກອາໃສຢູ່ຕ່າງແຂວງ ຕ່າງເມືອງຕື່ມອີກ.
ໂອກາດທີ່ ທ່ານ ກອງແກ້ວ ໄຊສົງຄາມ ພ້ອມຄອບຄົວເຂົ້າຮ່ວມພິທີເປີດການແຂ່ງຂັນຊວງເຮືອໃນຄັ້ງນີ້ ຍັງໄດ້ປະກອບສ່ວນຊຸກຍູ້ການຈັດການແຂ່ງຂັນເງິນສົດ 10 ລ້ານກີບ, ຫ້ອງວ່າການປົກຄອງແຂວງ 3.500.000 ກີບ, ທ່ານ ຄອນສະຫວັນ ສອນຄຳໄຊ ປະທານ ບໍລິສັດ ບີເອັມ ການຄ້າ 5 ລ້ານກີບ. ນອກນັ້ນຍັງມີຫຼາຍພາກສ່ວນຈາກຜູ້ປະກອບການທຸລະກິດ, ວິສາຫະກິດ, ສ່ວນບຸກຄົນ ໄດ້ປະກອບສ່ວນຊຸກຍູ້ຈັດງານແຂ່ງຂັນໃນຄັ້ງນີ້ລວມທັງເຄື່ອງອຸປະໂພກ-ບໍລິໂພກເປັນເງິນຫຼາຍສິບລ້ານກີບ.
ຂ່າວ-ພາບ: ສາຍສະໝອນ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
