“ຈັດທຣຳ” ຊະນະ “ຄານເຕີ” 10-7 ເຟຣມ ຄວ້າແຊ໋ມສະນຸກເກີ ອູຮັນ ໂອເພັນ 2023

ການແຂ່ງຂັນສະນຸກເກີ ລາຍການ ອູຮັນ ໂອເພັນ 2023 (Wuhan Open 2023) ທີ່ນະຄອນອູຮັນ ສປ ຈີນ ຮອບຊີງຊະນະເລີດ ຈັດທຣຳ ມື 4 ຂອງລາຍການ ຈາກອັງກິດ ພົບກັບ ອາລີ ຄານເຕີ ເພື່ອນຮ່ວມຊາດ ໂດຍ ເຊັດ ທຳອິດ ອາລີ ຄາຣເຕີ ຂຶ້ນນຳ 5-4 ເຟຣມ, ແຕ່ມາເຊັດທີ 2 ຈັດທຣຳ ເກັບ 6 ເຟຣມ ແຊງຊະນະ ຄານເຕີ 10-7 ເຟຣມ ຄວ້າແຊ໋ມໄປຄອງ.
ຈາກການຄວ້າແຊ໋ມໃນຄັ້ງນີ້ ເຮັດໃຫ້ ຈັດທຣຳ ຮັບເງິນລາງວັນ 140.000 ປອນ, ສ່ວນ ຄານເຕີ ຮອງແຊ໋ມຈະໄດ້ຮັບ 63.000 ປອນ ແລະ ຍັງໄດ້ອີກ 5.000 ປອນ ຈາກການເຂົ້າເບຣກສູງສຸດ 145 ຄະແນນ.
ສຳລັບ ສະນຸກເກີລະດັບໂລກລາຍການຕໍ່ໄປແມ່ນ Northern Ireland Open ຈະແຂ່ງຂັນວັນທີ 22–29 ຕຸລານີ້ ຊີງເງິນລາງວັນລວມ 427.000 ປອນ ທີ່ນະຄອນຫຼວງເບວຟາດ ປະເທດອຽກລັງເໜືອ.
ຮຽບຮຽງໂດຍ: ບຸນທະວີ ນະວົງສາ