Skip to main content

ລິເວີພູ ພ້ອມທຸ້ມເງິນຊື້ “ຊາເນ” ມາເປັນຕົວແທນ “ຊາລາ” ຫາກຍ້າຍທີມ

ຕາມການລາຍງານ ຈາກ Mirror ລະບຸວ່າ: ລິເວີພູ ສະໂມສອນໃຫຍ່ແຫ່ງ ພຣີເມຍລີກ ພ້ອມທຸ້ມເງິນທຳລາຍສະຖິ ຕິຊື້ນັກເຕະຂອງຕົນເອງເພື່ອຄວ້າ ລີຣອຍ ຊາເນ ຈາກ ບາເຢິນ ມິວນິກ ມາຮ່ວມທີມແທນ ໂມຮາເໝັດ ຊາລາ ທີ່ອາດຈະຍ້າຍທີມໃນອະນາຄົດ
ໂມຮາເໝັດ ຊາລາ ກອງໜ້າທີມຊາດອີຢິບຕົກເປັນຂ່າວວ່າໄດ້ຮັບການທາບທາມຈາກສະໂມສອນໃນ ຊາອຸດີ ອາຣະ ເບຍ ໃນຊ່ວງທ້າຍ ຂອງຕະຫຼາດຊື້ຂາຍນັກເຕະໃນຊຳເມີຜ່ານມາ ດ້ວຍຂໍ້ສະເໜີສູງເຖິງ 150 ລ້ານປອນ. ເຖິງວ່າຂໍ້ສະເໜີດັ່ງ ກ່າວໄດ້ຖືກປະຕິເສດໄປ ແລະ ຢືນຢັນວ່າກອງໜ້າອາຍຸ 31 ປີ ຈະສືບຕໍ່ເຕະບານອາຊີບຢູ່ທີ່ ແອນຟີວ ຕໍ່ໄປ ແຕ່ພວກ ເຂົາມີແນວໂນ້ມທີ່ຈະເສຍນັກເຕະໃນອະນາຄົດອັນໃກ້ ຖ້າທາງຊາອຸ ຍັງເດີນໜ້າກັບການເຈລະຈາຄັ້ງນີ້.
ຈາກສະຖານະການດັ່ງກ່າວ ເຮັດໃຫ້ ລີເວີພູ ຕ້ອງກຽມຊອກຫາຕົວແທນໃນກໍລະນີທີ່ ຊາລາ ຕັດສິນໃຈຍ້າຍທີມ. ໃນດ້ານຂອງ ທ່ານ ເຈີເກັນ ຄລັອບ ເຫັນວ່າປີກທີມຊາດເຢຍລະມັນຂອງເສືອໃຕ້ ບາເຍິນ ມິວນິກເປັນຜູ້ທີ່ເໝາະສົມ ທີ່ສຸດ. ກ່ອນໜ້ານີ້, ເຈົ້າຂອງຄ່າຕົວແພງທີ່ສຸດຂອງ ລິເວີພູ ແມ່ນ ດາວິນ ນູເນດ ທີ່ຫົງແດງ ຊື້ມາເຖິງ 80 ລ້ານປອນ ແລະ ພວກເຂົາພ້ອມ ທີ່ຈະຈ່າຍເງິນຫຼາຍກວ່າເກົ່າເພື່ອເອົາ ຊາເນ ຖ້າຕ້ອງເສຍ ຊາລາ ອອກຈາກທີມ.

ຮຽບຮຽງໂດຍ: ບຸນທະວີ ນະວົງສາ