ແມ່ຍິງ ກະຊວງ ປກຊ-ປກສ ຮ່ວມອວຍພອນແມ່ຍິງ ສສກ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ

ສະຫະພັນແມ່ຍິງ 2 ກະຊວງແຮກສ່ຽວ ກໍຄື ກະຊວງປ້ອງກັນປະເທດ (ປກຊ) ແລະ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຮ່ວມກັນມາພົບປະອວຍພອນຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງສຶກສາທິການ ແລະ ກິລາ (ສສກ) ທີ່ເປັນຕົວແທນໃຫ້ແກ່ບັນດາເອື້ອຍນ້ອງແມ່ຍິງທີ່ປະຕິບັດການສິດສອນຢູ່ບັນດາສະຖານການສຶກສາໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994 ຫາ 7 ຕຸລາ 2023).
ພິທີພົບປະອວຍພອນໃນຄັ້ງນີ້, ໄດ້ມີຂຶ້ນ ເມື່ອບໍ່ດົນມານີ້ ທີ່ສໍານັກກະຊວງ ສສກ (ຕຶກສີສະເກດ) ໂດຍໃຫ້ກຽດເຂົ້າຮ່ວມອວຍພອນມີສະຫາຍ ພັອ ນາງ ໄພວອນ ອິນທະບຸດ ປະທານຫ້ອງການສະຫະພັນແມ່ຍິງກະຊວງ ປກຊ ແລະ ສະຫາຍ ພັອ ນາງ ຄຳຢາດ ວິໄລວັນ ປະທານສະຫະພັນແມ່ຍິງກະຊວງ ປກສ ແລະ ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນໂດຍສະຫາຍ ນາງ ບົວຄຳ ດາວສະຫວັນ ຄະນະພັກກະຊວງ, ປະທານສະຫະພັນແມ່ຍິງກະຊວງ ທັງເປັນຜູ້ອຳນວຍການສຳນັກພິມສຶກສາ-ກິລາ ກະຊວງ ສສກ, ມີບັນດາຄະນະ ແລະ ສະມາຊິກຂອງສະຫະພັນແມ່ຍິງ 3 ກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ຄະນະນຳແມ່ຍິງ ກະຊວງ ປກຊ-ປກສ ໄດ້ຜັດປ່ຽນກັນຂຶ້ນອວຍພອນໄຊແກ່ວັນຄູແຫ່ງຊາດ ພ້ອມມອບຂອງຂວັນ. ພ້ອມກັນນັ້ນ, ຍັງໄດ້ຝາກຢືຢາມຖາມຂ່າວ ສົ່ງຄຳອວຍພອນເປັນກຳລັງໃຈໃຫ້ແກ່ບັນດາເອື້ອຍນ້ອງຄູທີ່ກຳລັງປະຕິບັດໜ້າສິດສອນຢູ່ຕາມສະຖານການສຶກສາຕ່າງໆພາຍໃນຂອບເຂດທົ່ວປະເທດ ສືບຕໍ່ການສິດສອນຂອງຕົນເອງໃຫ້ສົມເປັນແມ່ພິມທີ່ດີຂອງຊາດ ສົມກັບຄູເປັນຄົນຂອງພັກ ສົ່ງເສີມໃຫ້ຄວາມຮູ້ແກ່ນັກຮຽນ ເພື່ອກາຍເປັນຄົນດີຂອງສັງຄົມ ເຕີບໃຫຍ່ກາຍເປັນຄົນສຳຄັນຂອງຊາດ.
ຂະນະດຽວກັນນັ້ນ, ສະຫາຍ ນາງ ບົວຄຳ ດາວສະຫວັນ ໄດ້ສະແດງຄວາມຂອບອົກຂອບໃຈເປັນຢ່າງສູງມາຍັງຄະນະນຳແມ່ຍິງກະຊວງ ປກຊ-ປກສ ທີ່ໄດ້ນຳເອົາຄວາມສາມັກຄີຮັກແພງ ໄມຕີຈິດມິດຕະພາບ ແລະ ຄວາມຢືຢາມຖາມຂ່າວເຖິງບັນດາເອື້ອຍນ້ອງເພດຍິງໃນຂົງເຂດການສຶກສາທົ່ວປະເທດ ຊຶ່ງວັນທີ 7 ຕຸລາ ເປັນວັນປະຫວັດສາດຂອງຊາດລາວ ຍາມໃດກໍໄດ້ເອົາໃຈໃສ່ຍົກສູງຄູ ເພາະຄູມີບົດບາດສຳຄັນໃນການສ້າງຄົນຮຸ່ນໃໝ່ ຄູແມ່ນຄົນຂອງພັກ ຄູແມ່ນນັກວິສະວະກອນແຫ່ງດວງວິນຍານ, ຄູຄືພໍ່ແມ່ຜູ້ທີ່ສອງຂອງເດັກ ຊຶ່ງສະແດງອອກຍາມໃດຄູກໍມີຄວາມອົດທົນສູງ ເພື່ອພັດທະນາຄວາມຮູ້ຄວາມສາມາດ ສົ່ງເສີມການພັດທະນາສັບພະຍາກອນມະນຸດຂອງຊາດ.
ໂດຍ ສົງການ ພັນແພງດີ
ຂ່າວທີ່ກ່ຽວຂ້ອງ