ບໍ່ໄວ້ໜ້າເບີ 1 ອາຊຽນ! ສ.ເກົາຫຼີ ໄລ່ຖະຫຼົ່ມ ຫວຽດນາມ 6-0 ເຕະບານອຸ່ນເຄື່ອງທີມຊາດ

ທີມຊາດ ສ.ເກົາຫຼີ ຂົນນັກເຕະຊຸດໃຫຍ່ລົງສະໜາມຄົບໜ້າຄົບຕາ ກ່ອນເປີດບ້ານໄລ່ຖະຫຼົ່ມ ທີມຊາດຫວຽດນາມ ໄປແບບຂາດຮອຍ 6-0 ປະຕູ ໃນການແຂ່ງຂັນເຕະບານອຸ່ນເຄື່ອງທີມຊາດ ເມື່ອວັນທີ 17 ຕຸລາ 2023 ສົ່ງທ້າຍກ່ອນເຂົ້າສູ່ການແຂ່ງຂັນເຕະບານໂລກ 2026 ຮອບຄັດເລືອກ.
ທີມຊາດ ສ.ເກົາຫຼີ ທີມຍັກໃຫຍ່ຈາກຂົງເຂດອາຊີ ຈັດທີມແບບບໍ່ມີຄຳວ່າອອມມືເຖິງວ່າຈະເປັນພຽງເກມອຸ່ນເຄື່ອງກໍຕາມ ໂດຍສົ່ງບັນດານັກເຕະດາວເດັ່ນທີ່ຄ້າແຄ່ງໃນເອີຣົບລົງສະໜາມແບບຄົບໜ້າຄົບຕາ ນຳໂດຍ ຊອນ ເຮືອງມິນ ກອງໜ້າຫົວໜ້າທີມຈາກ ສະໂມສອນ ທັອດແນມ ຮອດສະເປີ, ອີ ຄັງ ອິນ ຈາກປາຣີດ ແຊງແຊກແມັງ, ຄິມ ມິນແຈ ຈາກບາເຢິນ ມິວນິກ, ຮະວັງ ຮີຊັນ ຈາກວູບແຮມຕັນ ໃນເກມອຸ່ນເຄື່ອງກັບທີມຊາດ ໄລຍະຟີຟາ ເດ ພົບກັບ ທີມຊາດຫວຽດນາມ ເບີ 1 ຈາກອາຊຽນ.
ຜ່ານການແຂ່ງຂັນຜົນປະກົດວ່າ: ທັບນັກເຕະທີມຊາດ ສ.ເກົາຫຼີ ເອົາຊະນະ ທີມຊາດຫວຽດນາມ ໄປແບບຂາດຮອຍ 6-0 ປະຕູ ໂດຍໄດ້ປະຕູຈາກ ຄິມ ມິນແຈ ນາທີ 5, ຮະວັງ ຮີຊັນ ນາທີ 27, ໂວ ມິນ ຕຣອງ ນັກເຕະທີມຊາດຫວຽດນາມ ເຮັດເຂົ້າປະຕູຕົນເອງ ນາທີ 50, ຊອນ ເຮືອງມິນ ນາທີ 60, ອີ ຄັງອິນ ນາທີ 70 ແລະ ຊອງ ອູຢອງ ນາທີ 86.
ສຳລັບຕາຕະລາງການແຂ່ງຂັນຂອງທີມຊາດ ສ.ເກົາຫຼີ ພາຍໃຕ້ການຄຸມທີມຂອງ ທ່ານ ເຈີເກນ ຄລິນມັນ ພາຍຫຼັງສຳເລັດພາລະກິດໃນເກມອຸ່ນເຄື່ອງແລ້ວ ພວກເຂົາຈະສືບຕໍ່ລົງແຂ່ງຂັນເຕະບານໂລກ 2026 ຮອບຄັດເລືອກ ຂົງເຂດອາຊີ ໂດຍຢູ່ຮ່ວມກຸ່ມກັບ ທີມຊາດໄທ, ທີມຊາດຈີນ ແລະ ທີມຊາດສິງກະໂປ. ຊຶ່ງເກມນັດທຳອິດ ຈະປະເດີມພົບກັບ ທີມຊາດສິງກະໂປ ໃນວັນທີ 16 ພະຈິກ 2023.
ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ