Skip to main content

ທີມຊາດລາວ ເສຍຄາບ້ານໃຫ້ ເນປານ 0-1 ຈອດພຽງຮອບທຳອິດ ເຕະບານໂລກ 2026 ຮອບຄັດເລືອກ ຂົງເຂດອາຊີ

18/10/2023

ທັບນັກກິລາເຕະບານທີມຊາດລາວ ຊຸດໃຫຍ່ ລົງສະໜາມນັດທີ 2 ຖືກ ທີມຊາດເນປານ ບຸກມາເອົາຊະນະຄາບ້ານ 1-0 ປະຕູ ລວມຜົນສອງນັດ ລາວ ເສຍ ເນປານ 1-2 ສົ່ງຜົນໃຫ້ ທີມຊາດລາວ ຕ້ອງຈອດພຽງຮອບນີ້ເທົ່ານັ້ນ ໃນການແຂ່ງຂັນກິລາເຕະບານໂລກ ປີ 2026 ຮອບຄັດເລືອກ ຂົງເຂດອາຊີ ຮອບທີ 1 (FIFA World Cup 2026 Preliminary Joint Qualification R1) ສ່ວນ ເນປານ ຜ່ານເຂົ້າຮອບໄປຢູ່ໃນກຸ່ມ H ຮ່ວມກັບ ສະຫະລັດອາຣັບ ເອມິເຣດ, ບາເຣນ ແລະ ເຢເມນ.


ການແຂ່ງຂັນເຕະບານໂລກ ປີ 2026 ຮອບຄັດເລືອກ ຂົງເຂດອາຊີ ຮອບທີ 1 (FIFA World Cup 2026 Preliminary Joint Qualification R1) ນັດທີ 2 ລະຫວ່າງທີມຊາດລາວ ພົບກັບ ທີມຊາດເນປານ ໄດ້ມີຂຶ້ນ ເມື່ອວັນທີ 17 ຕຸລາ 2023 ທີ່ສະໜາມກິລາແຫ່ງຊາດ (ຫຼັກ16) ນະຄອນຫຼວງວຽງຈັນ ພາຍຫຼັງໃນນັດທີ 1 ທັງສອງທີມ ກິນກັນບໍ່ລົງສະເໝີກັນໄປ 1-1 ປະຕູ ທີ່ປະເທດເນປານ ແລະ ນັດນີ້ຕ້ອງໄດ້ມາຕັດສິນຊີ້ຊາຕາທີມໃດຊະນະ ຜ່ານເຂົ້າຮອບຕໍ່ໄປທັນທີ ແລະ ໃນນັດດັ່ງກ່າວ ກໍມີແຟນບານຊາວລາວ ແລະ ຊາວຕ່າງປະເທດ ໂດຍສະເພາະຊາວເນປານ ເຂົ້າຮ່ວມຊົມ-ເຊຍ ເກືອບໜຶ່ງໝື່ນຄົນ.

ການແຂ່ງຂັນນັດດັ່ງກ່າວ ສຳລັບທີມຊາດລາວ ຄູຝຶກໃຫຍ່ ທ່ານ ກັນລະຍາ ສີສັມຫວັງ ບໍ່ໄດ້ລົງມານັ່ງບັນຊາເກມຂ້າງສະໜາມ ຍ້ອນຕິດໂທດແບນ ຖືກໃບແດງ ນັດທີ່ບຸກໄປຢາມ ເນປານ ຊຶ່ງໄດ້ມອບໝາຍໃຫ້ ທ່ານ ພຸດປະສົງ ແສງດາລາວົງ ຜູ້ຊ່ວຍຄູຝຶກບັນຊາເກມແທນ. ຂະນະທີ່ ບຸນພະຈັນ ບຸນກອງ ກອງໜ້າຫົວໃຈສຳຄັນຂອງທີມ ກໍເປັນຕົວສຳຮອງ ເພາະຍັງມີອາການບາດເຈັບເລັກນ້ອຍ ຊຶ່ງວາງໜ້າເປົ້າໃຫ້ ກີ້ດາວອນ ສຸວັນນີ ແລະ ດາໝົດ ທອງຄຳສະຫວັດ ຊ່ວຍກັນໄລ່ລ່າຕາໜ່າງ ຂະນະທີ່ ທ່ານ ເອັມ.ວິນເຊນໂຊ ອັນແບໂຕ ອັນເນເຊ (M.Vincenzo Alberto Annese) ຫົວໜ້າຄູຝຶກທີມຊາດເນປານ ກໍໄດ້ສົ່ງ ກີຣັນ ກູມາ ລິມບູ (KIRAN KUMAR LIMBU) ຜູ້ຮັກສາປະຕູຫົວຫນ້າທີມ ລົງເຝົ້າເສົາ ພ້ອມບັນຊາເກມໃນສະໜາມ.

ຜ່ານການແຂ່ງຂັນຕະຫຼອດໄລຍະເວລາ 90 ນາທີ ເຫັນໄດ້ຊັດເຈນ ທີມຊາດເນປານ ສາມາດຄອງບານໄດ້ດີກວ່າທີມຊາດລາວ ເກືອບ 60 ເປີເຊັນ ຍິງເຂົ້າກອບ 2 ຄັ້ງ ແລະ ເປັນປະຕູໄດ້ 1 ຄັ້ງ ສ່ວນທີມຊາດລາວ ຍິງປະຕູເຂົ້າກອບຫຼາຍກວ່າ 4 ຄັ້ງ ແຕ່ບໍ່ເຂົ້າປະຕູຈັກໜ່ວຍ ສົ່ງຜົນໃຫ້ ທີມຊາດລາວ ເສຍຄາບ້ານໃຫ້ ທີມຊາດເນປານ 0-1 ປະຕູຕົກຮອບຄັດເລືອກໄປຕາມລະບຽບ ໃນການແຂ່ງຂັນກິລາເຕະບານໂລກ ປີ 2026 ຮອບຄັດເລືອກ ຂົງເຂດອາຊີ ຮອບທີ 1 ສ່ວນ ເນປານ ໄດ້ໄປຕໍ່ຜ່ານເຂົ້າຮອບກຸ່ມ H ຮ່ວມກັບ ສະຫະລັດອາຣັບ ເອມິເຣດ, ບາເຣນ ແລະ ເຢເມນ ທີ່ສາມາດເອົາຊະນະ ສີລັງກາ ທັງໃນບ້ານ ແລະ ນອກບ້ານ ລວມຜົນສອງນັດ 4-1 ປະຕູ.

ຂ່າວໂດຍ: ສົງການ ພັນແພງດີ