Skip to main content

ລັດຖະບານ ຈະສືບຕໍ່ສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ ພ້ອມ 7 ຂົງເຂດວຽກງານສໍາຄັນ

18/10/2023

ລັດຖະບານ ຈະໄດ້ສືບຕໍ່ສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ ເປັນຕົ້ນແມ່ນບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ແລະ ແຜນຈຸດສຸມການແກ້ໄຂບັນຫາທີ່ຕິດພັນກັບ 2 ວາລະແຫ່ງຊາດ ພ້ອມທັງເລັ່ງສືບຕໍ່ຈັດຕັ້ງປະຕິບັດໃນ 7 ຂົງເຂດວຽກງານທີ່ສຳຄັນ.

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2023 ໄດ້ຈັດຂຶ້ນໃນວັນທີ 17 ຕຸລາ ແລະ ໄດ້ປິດລົງໃນວັນດຽວກັນ ທີ່ສຳນັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າກະຊວງ-ອົງການເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ຕໍ່ 3 ວາລະ ແລະ ຫົວຂໍ້ສຳຄັນ ຄື: ວາລະທີ 1. ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາບັນດາບົດລາຍງານກ່ຽວກັບຄວາມຄືບໜ້າ ໃນການກະກຽມຫົວຂໍ້ ກໍຄື ເນື້ອໃນທີ່ລັດຖະບານຈະລາຍງານຕໍ່ກອງປະຊຸມຄົບຄະນະສູນກາງພັກ ຄັ້ງທີ 7 ສະໄໝທີ XI ແລະ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນນັ້ນ ປະກອບມີ ຕີລາຄາການເຄື່ອນໄຫວວຽກງານປ້ອງກັນຊາດ; ຕີລາຄາການເຄື່ອນໄຫວວຽກງານປ້ອງກັນຄວາມສະຫງົບ; ຕີລາຄາການເຄື່ອນໄຫວວຽກງານຕ່າງປະເທດ; ການກະກຽມບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024, ຕິດພັນກັບການສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ການຈັດຕັ້ງປະຕິບັດການແກ້ໄຂວຽກງານພົ້ນເດັ່ນຂອງຄະນະສະເພາະກິດ ຕາມມະຕິ 19/ກມສພ ໃນໄລຍະ 3 ເດືອນຜ່ານມາ ແລະ ສະເໜີທິດທາງແຜນການໃນຕໍ່ໜ້າ; ສະພາບວຽກງານຄຸ້ມຄອງລັດຖະກອນ ປີ 2023 ແລະ ແຜນຄວາມຕ້ອງການລັດຖະກອນໃໝ່ ປີ 2024.

ພ້ອມກັນນີ້, ກອງປະຊຸມ ມອບໃຫ້ບັນດາຂະແໜງການທີ່ຮັບຜິດຊອບກະກຽມບົດລາຍງານດັ່ງກ່າວ ປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ແລະ ມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສືບຕໍ່ເປັນໃຈກາງປະສານສົມທົບກັບພາກສ່ວນກ່ຽວຂ້ອງ ສັງລວມເອົາບັນດາເນື້ອໃນສຳຄັນຂອງບັນດາບົດລາຍງານດັ່ງກ່າວ ເພື່ອນໍາໄປລາຍງານຕໍ່ກອງປະຊຸມຄົບຄະນະສູນກາງພັກ ຄັ້ງທີ 7 ສະໄໝທີ XI ແລະ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ທັນຕາມກໍານົດເວລາ.

ວາລະທີ 2. ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາບົດລາຍງານກ່ຽວກັບແຜນການສ້າງ ແລະ ປັບປຸງ ກົດໝາຍ ປີ 2024 ແລະ ໄດ້ຊີ້ນຳກະຊວງຍຸຕິທຳໃຫ້ສົມທົບກັບກະຊວງ, ອົງການທີ່ເປັນຜູ້ຮັບຜິດຊອບສ້າງ ແລະ ປັບປຸງກົດໝາຍປັບປຸງແຜນດັ່ງກ່າວ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ.

ວາລະທີ 3. ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງດຳລັດ 3 ສະບັບ ຄື: ຮ່າງດຳລັດ ວ່າດ້ວຍການປັບໃໝ ແລະ ການນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບແຮ່ທາດ; ຮ່າງດຳລັດ ວ່າດ້ວຍຄອນໂດມີນຽມ ແລະ ຮ່າງດຳລັດ ວ່າດ້ວຍທີ່ດິນບໍລິເວນນ້ຳ.

ກອງປະຊຸມ ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສົມທົບກັບກະຊວງຍຸຕິທໍາ ແລະ ຄະນະຮັບຜິດຊອບຮ່າງບັນດາດຳລັດດັ່ງກ່າວ ປັບປຸງ ແລະ ຮຽບຮຽງສຸດທ້າຍ ເພື່ອນໍາສະເໜີທ່ານ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດການປົກຄອງ ແລະ ວັດທະນະທຳ-ສັງຄົມ ມີຄໍາເຫັນ ແລ້ວນໍາສະເໜີທ່ານ ນາຍົກລັດຖະມົນຕີ ພິຈາລະນາລົງລາຍເຊັນປະກາດໃຊ້ໃນຂັ້ນຕໍ່ໄປ.

ສຳລັບແຜນວຽກຈຸດສຸມໃນທ້າຍເດືອນຕຸລາ ແລະ ເດືອນພະຈິກ 2023, ລັດຖະບານ ຈະຕ້ອງໄດ້ສືບຕໍ່ສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ ເປັນຕົ້ນແມ່ນບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ແລະ ແຜນຈຸດສຸມການແກ້ໄຂບັນຫາທີ່ຕິດພັນກັບ 2 ວາລະແຫ່ງຊາດ ກໍຄືແຜນພັດທະນາເສດຖະກິດ-ສັງຄົມ ທ້າຍປີ 2023 ດ້ວຍມາດຕະການ ແລະ ວິທີການຕ່າງໆທີ່ສອດຄ່ອງ ໃນນັ້ນ ຈະໄດ້ເລັ່ງປະຕິບັດວຽກງານຈຸດສຸມຕົວຈິງ ຄື: ໃຫ້ທຸກພາກສ່ວນນຳເອົາເນື້ອໃນຈິດໃຈຜົນຂອງກອງປະຊຸມຄັ້ງນີ້ ໄປປັບປຸງຮຽບຮຽງບັນດາເນື້ອໃນທີ່ຈະນຳໄປລາຍງານຕໍ່ກອງປະຊຸມຄົບຄະນະສູນກາງພັກ ຄັ້ງທີ 7 ສະໄໝທີ XI ແລະ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະເປີດຂຶ້ນໃນທ້າຍເດືອນຕຸລາ 2023 ໂດຍໃຫ້ກະກຽມຂໍ້ມູນລະອຽດຊັດເຈນ ແລະ ປັບປຸງບົົດລາຍງານໃຫ້ແຈ້ງຕື່ມ ລວມທັງການກະກຽມຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ.

ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນໃຫ້ສືບຕໍ່ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ເພື່ອຮັບປະກັນສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພຮອບດ້ານ, ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ.

ຂົງເຂດເສດຖະກິດ ແມ່ນສືບຕໍ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ ໃນນັ້ນ ໃຫ້ຮີບຮ້ອນຈັດຕັ້ງປະຕິບັດບັນດານິຕິກຳທີ່ວາງອອກໃຫ້ເປັນຮູບປະທຳ ໂດຍສະເພາະການແກ້ໄຂບັນຫາອັດຕາແລກປ່ຽນ ແລະ ການຄຸ້ມຄອງລາຄາສິນຄ້າ, ສຸມໃສ່ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຕາມບັນດາໜ້າວຽກທີ່ໄດ້ວາງໄວ້, ສຸມໃສ່ຈັດເກັບລາຍຮັບໃຫ້ໄດ້ຕາມແຜນ ຫຼື ລື່ນແຜນ. ພ້ອມກັນນັ້ນ, ກໍໃຫ້ສຸມໃສ່ຄຸ້ມຄອງການປະຕິບັດລາຍຈ່າຍ ດ້ວຍມາດຕະການປະຢັດ ແລະ ຕ້ານການຟຸ່ມເຟືອຍ ໂດຍສະເພາະໃຫ້ເອົາໃຈໃສ່ປະຢັດເງິນຕາຕ່າງປະເທດ ດ້ວຍການຈຳກັດການເດີນທາງໄປຕ່າງປະເທດທີ່ບໍ່ຈຳເປັນ; ໂຄສະນາ ແລະ ປຸກລະດົມໃຫ້ທົ່ວສັງຄົມປະຢັດມັດທະຍັດໃນການຈັດງານດອງ, ງານບຸນປະເພນີຕ່າງໆ ແລະ ສົ່ງເສີມໃຊ້ຜະລິດຕະພັນພາຍໃນ; ເອົາໃຈໃສ່ເກັບກ່ຽວຜົນຜະລິດລະດູຝົນ, ສືບຕໍ່ຊຸກການຜະລິດພາຍໃນ ແລະ ສົ່ງເສີມການສົ່ງອອກ ໂດຍສະເພາະ ສິນຄ້າກະສິກຳຂອງ ສປປ ລາວ ໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້; ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ ແລະ ສິ່ງກີດຂວາງໃນການລົງທຶນຢູ່ ສປປ ລາວ ເພື່ອສາມາດດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດໃຫ້ຫຼາຍຂຶ້ນ; ສືບຕໍ່ປັບປຸງເສັ້ນທາງຫຼວງແຫ່ງຊາດ, ທາງຫຼວງທ້ອງຖິ່ນທີ່ເປ່ເພໃຫ້ສາມາດໄປມາໄດ້ປົກກະຕິໂດຍໄວ. ພ້ອມກັນນັ້ນ, ກໍແກ້ໄຂບັນຫາຄວາມບໍ່ເອກະພາບໃນການເກັບຄ່າບໍລິການຄ່ຽນຖ່າຍສິນຄ້າຢູ່ດ່ານທ່າບົກ, ບັນຫາຄວາມຫຍຸ້ງຍາກໃນການຄ່ຽນຖ່າຍສິນຄ້າໃຫ້ຂາດຕົວໂດຍໄວ.

ຂົງເຂດວຽກງານວັດທະນະທຳ-ສັງຄົມ ແມ່ນສືບຕໍ່ເອົາໃຈໃສ່ໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດຖະບານໃຫ້ປະຊາຊົນ ແລະ ສັງຄົມ ຮັບຮູ້ເລິກເຊິ່ງ ແລະ ກວ້າງຂວາງ, ຕ້ານ ແລະ ຕອບໂຕ້ກຸ່ມຄົນບໍດີທີ່ໃສ່ຮ້າຍປ້າຍສີດ້ວຍຮູບການ ແລະ ວິທີການຕ່າງໆ, ສຸມໃສ່ກະກຽມຈັດພິທີເປີດປີທ່ອງທ່ຽວລາວ 2024 ໃນເດືອນພະຈິກ 2023 ນີ້ ໄປຄຽງຄູ່ກັບການກະກຽມຄວາມພ້ອມຮອບດ້ານໃນການສົ່ງເສີມການທ່ອງທ່ຽວ ລວມທັງບຸນປະເພນີອອກພັນສາ ແລະ ບຸນນະມັດສະການພະທາດຫຼວງໃຫ້ມີການກະກຽມໃຫ້ດີ ແລະ ໂຄສະນາເຜີຍແຜ່ ສົ່ງເສີມຊຸກຍູ້ການທ່ອງທ່ຽວໃຫ້ກວ້າງຂວາງ.

ວຽກງານສາທາລະນະສຸກ ໂດຍສຸມໃສ່ປັບປຸງການບໍລິການປິ່ນປົວຢູ່ບັນດາໂຮງໝໍ, ຊຸກຍູ້ການຜະລິດຢາປົວພະຍາດທີ່ປະເທດເຮົາສາມາດຜະລິດໄດ້ໃຫ້ພຽງພໍ ເພື່ອຈຳກັດການນຳເຂົ້າ ແລະ ປະຢັດເງິນຕາຕ່າງປະເທດ; ເອົາໃຈໃສ່ຕິດຕາມ ແລະ ຄຸ້ມຄອງແຮງງານລາວ ທີ່ໄປອອກແຮງງານຢູ່ຕ່າງປະເທດ, ທັງຄົ້ນຄວ້າຊອກມາດຕະການ ແລະ ວິທີແກ້ໄຂບັນຫາຂາດເຂີນແຮງງານ ໄປຄຽງຄູ່ກັນການສ້າງ ແລະ ພັດທະນາວິຊາຊີບຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ; ເອົາໃຈໃສ່ແກ້ໄຂບັນຫາການຂາດເຂີນຄູ ຕາມມະຕິຕົກລົງ ສະບັບເລກທີ 09/ລບ ລົງວັນທີ 17 ກໍລະກົດ 2023 ແລະ ເອົາໃຈໃສ່ແກ້ໄຂບັນຫາການປະລະການຮຽນ ເຮັດໃຫ້ຕາການປະລະການຮຽນຫຼຸດໜ້ອຍລົງ; ສຸມໃສ່ການແກ້ໄຂບັນຫາເຂດແດນເຊື່ອມຕໍ່ ລະຫວ່າງ ທ້ອງຖິ່ນຕໍ່ທ້ອງຖິ່ນ ຕາມທິດຊີ້ນໍາຜ່ານມາໃຫ້ມີຄວາມສະຫງົບປົກກະຕິ.

ວຽກງານນິຕິກຳ ແມ່ນສືບຕໍ່ປັບປຸງ ແລະ ກວດກາຄວາມຖືກຕ້ອງຂອງກົດໝາຍທີ່ຢູ່ໃນຄວາມຮັບຜິດຊອບຂອງລັດຖະບານ ທີ່ຈະນຳໄປຜ່ານກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ດີ ເພື່ອໃຫ້ສາມາດ ຮັບຮອງຈາກກອງປະຊຸມ. ພ້ອມກັນນັ້ນ, ກໍໃຫ້ເລັ່ງປັບປຸງບາງມາດຕາຂອງກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ ແລ້ວນຳມາຜ່ານກອງປະຊຸມລັດຖະບານ ພາຍໃນເດືອນທັນວາ 2023 ຫຼັງຈາກນັ້ນ ຈຶ່ງສະເໜີເຂົ້າຜ່ານກອງປະຊຸມ ສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນປີ 2024; ສືບຕໍ່ຄົ້ນຄວ້າສ້າງຮ່າງດໍາລັດ ວ່າດ້ວຍລະບົບກົງຈັກການຈັດຕັ້ງ; ສືບຕໍ່ປະເມີນການຈັດຕັ້ງປະຕິບັດວຽກດ່ານຊາຍແດນ ແລະ ດ່ານສະໜາມບິນສາກົນ ຕາມດໍາລັດ 558/ລບ; ຮີບຮ້ອນປັບປຸງ ແລະ ຮຽບຮຽງບັນດາຮ່າງດຳລັດ ທີ່ຜ່ານກອງປະຊຸມຄັ້ງນີ້ ໃຫ້ເອກະພາບ ແລະ ຮັດກຸມ ແລ້ວສະເໜີຂໍລາຍເຊັນປະກາດໃຊ້ໄວ.

ຂົງເຂດວຽກງານການຕ່າງປະເທດ ແມ່ນສືບຕໍ່ກະກຽມໃຫ້ທ່ານ ນາຍົກລັດຖະມົນຕີ ໃນການໄປຮ່ວມກອງປະຊຸມສຸດຍອດອາຊຽນ-ສະພາຮ່ວມມືເຂດອ່າວ GCC ທີ່ຣີຢັດ ຊາອຸດິດ ອາຣັບບີ; ສືບຕໍ່ກະກຽມໃຫ້ແກ່ການມາຢ້ຽມຢາມ ສປປ ລາວ ຂອງທ່ານ ນາຍົກລັດຖະມົນຕີ ຣາຊາອານະຈັກໄທ ໃນທ້າຍເດືອນຕຸລານີ້; ສືບຕໍ່ຕິດຕາມສະພາບພົ້ນເດັ່ນທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນໃຫ້ທັນການ ແລະ ສືບຕໍ່ກະກຽມແກ່ການເຄື່ອນໄຫວວຽກງານຕ່າງປະເທດ ຂອງການນຳຂັ້ນສູງ, ເອົາໃຈໃສ່ການຈັດຕັ້ງຜັນຂະຫຍາຍຜົນການເຄື່ອນໄຫວວຽກງານຕ່າງປະເທດໃຫ້ມີຜົນສຳເລັດ ແລະ ທັນກັບສະພາບການ.

ໂດຍ: ກົມປະຊາສຳພັນ ຫສນຍ

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ