ອິນໂດເນເຊຍ ຍົກເລີກແຜນຂໍເປັນເຈົ້າພາບຈັດເຕະບານໂລກ 2034

ສະຫະພັນກິລາບານເຕະແຫ່ງຊາດອິນໂດເນເຊຍ ຍົກເລີກແຜນສະເໜີຕົວເປັນເຈົ້າພາບ ຈັດງານມະຫະກຳກິລາເຕະບານໂລກ 2034 ແລ້ວ ແລະ ພ້ອມຈະສະໜັບສະໜູນ ຊາອຸດິອາຣະເບຍ ໃນການເປັນເຈົ້າພາບແທນ.
ຫຼັງຈາກທີ່ສະຫະພັນກິລາບານເຕະແຫ່ງຊາດອິນໂດເນເຊຍ (PSSI) ໄດ້ປະກາດກ່ອນໜ້ານີ້ວ່າ ພວກເຂົາຈະຍື່ນຂໍເປັນເຈົ້າພາບ ຈັດງານມະຫະກຳກິລາເຕະບານໂລກ 2034 ຮ່ວມກັບ ອົດສະຕຣາລີ, ມາເລເຊຍ ແລະ ສິງກະໂປ ຊຶ່ງພາຍຫຼັງທີ່ອິນໂດເນເຊຍ ກໍໄດ້ມີການປຶກສາຫາລືບັນຫານີ້ກັບ ທ່ານ ຈານນີ ອິນຟານຕິໂນ ປະທານສະຫະພັນກິລາບານເຕະນານາຊາດ (FIFA) ແລ້ວ ແລະ ໄດ້ຮັບການສະໜັບສະໜູນເຊັ່ນດຽວກັນ. ແຕ່ຫຼ້າສຸດມີລາຍງານວ່າ ສະຫະພັນກິລາບານເຕະແຫ່ງຊາດອິນໂດເນເຊຍ ໄດ້ຍົກເລີກແຜນທີ່ຈະຂໍຍື່ນຂໍ້ສະເໜີເປັນເຈົ້າພາບຈັດແຂ່ງຂັນເຕະບານໂລກ 2034 ແລ້ວ ເພາະພວກເຂົາຈະຫັນໄປໃຫ້ການສະໜັບສະໜູນ ຊາອຸດີອາຣະເບຍ ໃຫ້ເປັນເຈົ້າພາບເຕະບານໂລກ 2034 ແທນ.
ທ່ານ ເອຣິກ ໂທເຮຍ ປະທານສະຫະພັນກິລາບານເຕະແຫ່ງຊາດອິນໂດເນເຊຍ ໄດ້ເປີດເຜີຍວ່າ: “ອິນໂດເນເຊຍ ຈະສະໜັບສະໜູນການສະເໜີຕົວຂອງຊາອຸດິອາຣະເບຍ ໃນການເປັນເຈົ້າພາບຈັດແຂ່ງຂັນເຕະບານໂລກໃນປີ 2034 ແຕ່ອິນໂດເນເຊຍ ຈະຍັງຄົງກຽມຄວາມພ້ອມສໍາລັບການສະເໜີໃນຄັ້ງຕໍ່ໄປ ໂດຍພວກເຮົາຍັງມີຄວາມຕ້ອງການຈະເປັນເຈົ້າພາບເຕະບານໂລກ ແຕ່ຄົງບໍ່ແມ່ນໃນປີ 2034 ພວກເຮົາມີຄວາມພ້ອມໃນທຸກໆດ້ານ ແລະ ຈະພະຍາຍາມຂໍເປັນເຈົ້າພາບລາຍການອື່ນໆແທນໄປກ່ອນ”.
ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ