ປະສານໃຈ ຄອງແຊ໋ມເຕະບານ ການກຸສົນ ເຊື່ອມສາຍສຳພັນສອງຊາດ ລາວ-ໄທ
20/10/2023

ສະໂມສອນ ປະສານໃຈ ໄລ່ເອົາຊະນະ ສະໂມສອນ ໜອງຄາຍ ຢູໄນເຕັດ ໄປແບບຫວຸດຫວິດ 1-0 ຄວ້າແຊ໋ມ ການແຂ່ງຂັນເຕະບານ ລາຍການ ດິວິຊັນ l ເພື່ອການກຸສົນເຊື່ອມສາສຳພັນ ມິດຕະພາບ ລາວ-ໄທ, ໄທ-ລາວ ປະຈຳປີ 2023 ຮຸ່ນອາຍຸ 40 ປີຂຶ້ນໄປ ຂະນະທີ່ ແຊ໋ມລາຍການດິວິຊັນ ll ກໍຕົກເປັນຂອງສະໂມສອນ ພີທີ ໂອໂຕ ຈາກສປປ ລາວ ເຊັ່ນກັນ.
ການແຂ່ງຂັນເຕະບານ ລາຍການດັ່ງກ່າວ ໄດ້ຈັດຂຶ້ນເມື່ອວັນທີ 14-15 ຕຸລາ 2023 ທີ່ສະໜາມກາງແຂວງໜອງຄາຍ ປະເທດໄທ ລາຍການນີ້ ມີ 8 ສະໂມສອນ ເຂົ້າຮ່ວມຊີງໄຊ, ໃນນັ້ນຈາກ ສປປ ລາວ ມີ ສອງສະໂມສອນ ກໍຄື ສະໂມສອນ ປະສານໃຈ ແລະ ສະໂມສອນ ພີທີ ໂອໂຕ ລາຍການດັ່ງກ່າວ ແບ່ງອອກເປັນສອງສາຍ ແຕ່ລະສາຍແຂ່ງຂັນເກັບຄະແນນ ໄລ່ປະຕູໄດ້ເສຍ ຄັດເລືອກເອົາອັນດັບທີ 1 ຂອງສອງກຸ່ມ ໄປຊີງຊະນະເລີດກັນ ໃນລະດັບລາຍການດິວິຊັນ 1 ແລະ ອັນດັບທີ 2 ໄປຊີງຊະນະເລີດ ໃນລາຍການດິວິຊັນ 2.
ສຳລັບກຸ່ມ ເອ ປະກອບມີ ເຈົ້າຖິ່ນ ໜອງຄາຍ ຢູໄນເຕັດ, ພີທີ ໂອໂຕ, ບີເຄ ໄທແລນ, ນາຂ່າຖ່ອນ ເອັບຊີ ສ່ວນ ກຸ່ມ ບີ ປະກອບມີ ປະສານໃຈ, ເສືອເຖົ້າ, ຣາຊະພັດ ອຸດອນ ແລະ ຈິຣາ ຈາກໄທ ປະສມກັບ ສະໂມສອນເມືອງລາວ ເອັບຊີ ຜ່ານການແຂ່ງຂັນຜົນປະກົດວ່າ: ຄູ່ຊີງຊະນະເລີດ ລາຍການດິວິຊັນ 1 ສະໂມສອນ ປະສານໃຈ ສາມາດໄລ່ເອົາຊະນະ ສະໂມສອນ ໜອງຄາຍ ຢູໄນເຕັດ ເຈົ້າຖິ່ນ ໄປແບບຫວຸດຫວິດ 1-0 ປະຕູ ຄວ້າແຊ໋ມໄປຄອງ ສ່ວນຄູ່ຊີງຊະນະເລີດ ລາຍການ ດິວິຊັນ 2 ກໍເປັນ ສະໂມສອນ ພີທີ ໂອໂຕ ຈາກ ລາວເຊັ່ນກັນ ໄລ່ເອົາຊະນະ ສະໂມສອນ ເສືອເຖົ້າ ໄປແບບຫວຸດຫວິດ 2-1 ປະຕູ ຄອງແຊ໋ມລາຍການດັ່ງກ່າວ.
ໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026


