ສກມ ຫີນເຫີບ ສຳເລັດການແຂ່ງຂັນກິລາ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ
20/10/2023

ຫ້ອງການສຶກສາທິການ ແລະ ກິລາເມືອງ ຫຼື ສກມ ຫີນເຫີບ ແຂວງວຽງຈັນ ໄດ້ຈັດກິດຈະກຳການແຂ່ງຂັນກິລາບານສົ່ງ ແລະ ກິລາເປຕັງ ລະວ່າງພະນັກງານ, ຄູອາຈານ ໃນທົ່ວເມືອງ ຊີງຂັນຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ເພື່ອເປັນການສ້າງຂະບວນກາານຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ແລະ ວັນສໍາຄັນຂອງພັກ, ຂອງຊາດ ຢ່າງເປັນຂະບວນການຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ.
ກິດຈະກຳແຂ່ງຂັນກິລາ 2 ປະເພດດັ່ງກ່າວ ໄດ້ຈັດຂຶ້ນເມື່ອບໍ່ດົນຜ່ານມາ ຊຶ່ງກິລາບານສົ່ງ 9 ທີມ, ກິລາເປຕັງຊາຍ 26 ທີມ ແລະ ເປຕັງຍິງ 23 ທີມ. ຫຼັງຈົບການແຂ່ງຂັນ: ກິລາບານສົ່ງຊາຍ ອັນດັບທີ 1 ໂຮງຮຽນ ມ.ຕົ້ນ ຜາບ່ອງ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 1.000.000 ກີບ ແລະ ເສື້ອ 9 ຜືນ, ອັນດັບທີ 2 ທີມໂຮງຮຽນ ມສ ຫີນເຫີບ ໄດ້ຮັບເງິນສົດ 700.000 ກີບ ເສື້ອ 9 ຜືນ, ອັນດັບທີ 3 ທີມຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຮັບເງິນສົດ 500.000 ກີບ, ເສື້ອ 9 ຜືນ; ກິລາເປຕັງຊາຍ ອັນດັບທີ 1 ທີມໂຮງຮຽນປະຖົມຫີນເຫີບເໜືອ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 500.000 ກີບ ແລະ ເສື້ອ 4 ຜືນ, ອັນດັບທີ 2 ທີມໂຮງຮຽນປະຖົມສວນມອນ ໄດ້ຮັບເງິນສົດ 300.000 ກີບ ພ້ອມເສື້ອ 4 ຜືນ ແລະ ອັນດັບທີ 3 ທີມໂຮງຮຽນປະຖົມເຕົາຖ່ານ ໄດ້ຮັບເງິນສົດ 200.000 ກີບ ພ້ອມເສື້ອ 4 ຜືນ; ກິລາເປຕັງຍິງ ອັນດັບທີ 1 ທີມໂຮງຮຽນປະຖົມສົມສະໜຸກ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 500.000 ກີບ ເສື້ອ 4 ຜືນ, ອັນດັບທີ 2 ທີມໂຮງຮຽນ ມສ ຄອນແກ້ວ ໄດ້ຮັບເງິນສົດ 300.000 ກີບ, ເສື້ອ 4 ຜືນ ແລະ ອັນດັບທີ 3 ທີມໂຮງຮຽນ ມ.ຕົ້ນ ສົມສະນຸກ ໄດ້ຮັບເງິນສົດ 200.000 ກີບ, ເສື້ອ 4 ຜືນ.
ຂ່າວ: ເມືອງຫີນເຫີບ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026

