ຟີຟາ ຕ້ອງຈ່າຍເງິນຄ່າຊົດເຊີຍໃຫ້ ອັນ-ຮິລັນ ຫຼັງ “ເນມາ” ບາດເຈັບໜັກຈາກເກມທີມຊາດ

ສະຫະພັນກິລາບານເຕະນານາຊາດ (ຟີຟາ) ອາດຕ້ອງຈ່າຍເງິນຄ່າຊົດເຊີຍໃຫ້ ສະໂມສອນ ອັນ-ຮິລັນ ຕົ້ນສັງກັດຂອງ ເນມາ ຈູເນ່ຍ ຈຳນວນ 6,5 ລ້ານເອີໂຣ ຈາກກໍລະນີທີ່ນັກເຕະຄົນນີ້ໄດ້ຮັບບາດເຈັບໜັກຈາກເກມທີມຊາດ ໂດຍ ເນມາ ໄດ້ຮັບບາດເຈັບເອັນໄຂວ່ໜ້າ ແລະ ໝອນຮອງຫົວເຂົ່າເບື້ອງຊ້າຍຈີກຂາດ ຈາກການລົງສະໜາມໃຫ້ກັບທີມຊາດເບຣຊິນ ໃນເກມທີ່ເສຍໃຫ້ ທີມຊາດອຸຣຸໄກວ 0-2 ປະຕູ ໃນການແຂ່ງຂັນເຕະບານໂລກ 2026 ຮອບຄັດເລືອກ ເມື່ອວັນທີ 18 ຕຸລາ 2023 ຊຶ່ງເຮັດໃຫ້ນັກເຕະຕ້ອງເຂົ້າຮັບການຜ່າຕັດ ແລະ ຄາດວ່າຈະຕ້ອງພັກປິ່ນປົວເປັນເວລາເຖິງ 7-9 ເດືອນ.
ທັງນີ້, ຕາມນະໂຍບາຍການປະກັນອາການບາດເຈັບຂອງ ຟີຟາ ນັ້ນ ສະໂມສອນທີ່ມີນັກເຕະໄດ້ຮັບບາດເຈັບກັບມາຈາກການລົງຫຼິ້ນຮັບໃຊ້ທີມຊາດໃນໄລຍະຟີຟາ ເດ ຈະໄດ້ຮັບເງິນຊົດເຊີຍ ໂດຍຄິດໄລ່ຈາກຄ່າແຮງຂອງນັກເຕະຄົນດັ່ງກ່າວ ເປັນເວລາ 28 ວັນ ຈົນເຖິງ 1 ປີ ດ້ວຍມູນຄ່າສູງສຸດ 6,5 ລ້ານເອີໂຣ. ຊຶ່ງນັ້ນໝາຍຄວາມວ່າ ຟີຟາ ອາດຕ້ອງຈ່າຍເງິນຈຳນວນດັ່ງກ່າວໃຫ້ກັບ ອັນ-ຮິລັນ ແຕ່ຢ່າງໃດກໍຕາມ, ສະໂມສອນ ຈາກຊາອຸດິ ໂປຣລີກ ອາດຈະເສຍເງິນຫຼາຍກວ່າທີ່ພວກເຂົາໄດ້ຮັບຈາກເລື່ອງນີ້ຫຼາຍເທົ່າຕົວ ຫຼັງພວກເຂົາຫາກໍເຊັນສັນຍາກັບ ເນມາ ມາເສີມທີມໃນໄລຍະຕະຫຼາດຊື້-ຂາຍນັກເຕະຮອບທຳອິດ ຜ່ານມາ ດ້ວຍຄ່າຕົວສູງເຖິງ 90 ລ້ານເອີໂຣ ແລະ ຈະມີລາຍໄດ້ລວມ 299,4 ລ້ານເອີໂຣ ໃນສັນຍາ 2 ປີ ອີກດ້ວຍ.
ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ