ຜູ້ບໍລິຫານການສຶກສາ-ກິລາ ເມືອງສີໂຄດຕະບອງ ບັນລຸ 6 ຄາດໝາຍ ແລະ ໃກ້ຈະບັນລຸ 4 ຄາດໝາຍ ສົກ 2022-2023

ຜູ້ບໍລິຫານການສຶກສາ ແລະ ກິລາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຈັດຕັ້ງປະຕິບັດວຽກງານຈຸດສຸມ ແລະ ຍຸດທະສາດຕ່າງໆຂອງຫ້ອງການສຶກສາທິການ ແລະ ກິລາເມືອງ ທີ່ກໍານົດໃນສົກຮຽນ 2021-2022 ເຫັນໄດ້ວ່າໃນຈໍານວນ 18 ຄາດໝາຍຫຼັກ ທີ່ກໍານົດໃນແຜນມີ 6 ຄາດໝາຍສາມາດບັນລຸຕາມແຜນ ແລະ ມີອີກ 4 ຄາດໝາຍທີ່ໃກ້ຈະບັນລຸ ໃນສົກ 2022-2023.
ເມື່ອວັນທີ 19 ຕຸລາ 2023, ຫ້ອງການສຶກສາທິການ ແລະ ກິລາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວເມືອງ ປະຈໍາສົກຮຽນ 2022-2023 ທີ່ສະໂມສອນໂຮງຮຽນ ມ.ປາຍ ວຽງຈັນ-ໂຮ່ຈິມິນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທະວີໄຊ ເໝົາຊົມພູ ເຈົ້າເມືອງສີໂຄດຕະບອງ, ທ່ານ ນາງ ລີປ່າເອ້ຍ ບົວປາວ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ທ່ານ ມະນີຫົງ ຈັນທະວົງສາ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງສີໂຄດຕະບອງ ພ້ອມດ້ວຍຄະນະ, ບັນດາຜູ້ບໍລິຫານການສຶກສາ-ກິລາ ທັງພາກລັດ ແລະ ເອກະຊົນທົ່ວເມືອງຢ່າງພ້ອມພຽງ.
ໃນກອງປະຊຸມ, ທ່ານ ສິນໄຊ ສຸທຳມະວົງ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງ ໄດ້ຜ່ານບົດສະຫຼຸບຫຍໍ້ຂອງຫ້ອງການສຶກສາທິການ ແລະ ກິລາເມືອງ ສົກຮຽນ 2022-2023 ແລະ ແຜນພັດທະນາການສຶກສາ ສົກຮຽນ 2023-2024 ຊຶ່ງໃນສົກຮຽນ 2022-2023 ຜ່ານມາ ແມ່ນເປັນສົກຮຽນທີ 3 ແລະ ເປັນໄລຍະກາງສະໄໝ ຂອງການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ແລະ ກິລາ 5 ປີ ຄັ້ງທີ IX (2021-2025) ຊຶີ່ງວ່າການສຶກສາ, ວິທະຍາສາດ ແລະ ກິລາ ໄດ້ມີການປັບປຸງດີຂຶ້ນນທຽບໃສ່ປີຜ່ານມາ ທັງນີ້ ກໍຍ້ອນຄວາມເອົາໃຈໃສ່ຂອງຜູ້ບໍລິຫານການສຶກສາທຸກຂັ້ນແຕ່ສູນກາງຮອດທ້ອງຖິ່ນຕໍ່ກັບການແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19, ໄດ້ເຮັດໃຫ້ສະຖານການສຶກສາທຸກແຫ່ງໃນທົ່ວເມືອງສາມາດກັບມາເປີດຄືນແບບເຊິ່ງໜ້າໄດ້ຢ່າງເປັນປົກກະຕິ ພ້ອມດຽວກັນ ຫ້ອງການສຶກສາທິການ ແລະ ກິລາ ເມືອງສີໂຄດຕະບອງ ໄດ້ສືບຕໍ່ສຸມທຸກຊັບພະຍາກອນທີີ່ມີຢ່າງຈໍາກັດເຂົ້າໃສ່ການສົ່ງເສີມການເຂົ້າຮຽນໃນທຸກຊັ້ນທຸກສາຍ, ລະດົມນັກຮຽນທີີ່ປະລະ ແລະ ມີແນວໂນ້ມທີີ່ຈະປະລະການຮຽນໃຫ້ມາສືບຕໍ່ຮຽນ, ພ້ອມທັງໄດ້ສຸມງົບປະມານເຂົ້າໃນການຝຶກອົບຮົມຄູສອນ ແລະ ສະໜອງອຸບປະກອນຮັບໃຊ້ການສິດ ສອນ ເພື່ອແນໃສ່ການປັບປຸງຄຸນນະພາບການສຶກສາໃນທຸກຊັ້ນທຸກສາຍ. ພ້ອມດຽວກັນນັ້ນ, ໄດ້ພະຍາຍາມຍົກສູງ ປະສິດທິພາບໃນການຄຸ້ມຄອງບໍລິຫານ ໂດຍສະເພາະການຈັດສັນ ແລະ ສັບຊ້ອນຄູໃຫ້ມີຄວາມສະເໝີພາບ ແລະ ເທົ່າທຽມຫຼາຍຂຶ້ນ, ປັບປຸງການຄຸ້ມຄອງ ແລະ ນໍາໃຊ້ງົບປະມານລວມທັງໄດ້ດຸ່ນດ່ຽງງົບປະມານຂັ້ນສູນກາງລົງໄປໃຫ້ຂັ້ນທ້ອງຖິີ່ນ ເພື່ອຮັບໃຊ້ເຂົ້າໃນວຽກງານປັບປຸງຄຸນນະພາບ ແລະ ວຽກງານຕິດຕາມ ແລະ ກວດກາການສຶກສາ ອັນເຮັດໃຫ້ມີຫຼາຍຕົວຊີ້ບອກສາມາດບັນລຸໄດ້ລື່ນຄາດໝາຍ ແລະ ປະຕິບັດໄດ້ດີກວ່າປີຜ່ານມາ.
ຜ່ານການຈັດຕັ້ງປະຕິບັດວຽກງານຈຸດສຸມ ແລະ ຍຸດທະສາດຕ່າງໆຂອງຫ້ອງການສຶກສາທິການ ແລະ ກິລາເມືອງ ທີ່ກໍານົດໃນສົກຮຽນ 2021-2022 ເຫັນໄດ້ວ່າ ໃນຈໍານວນ 18 ຄາດໝາຍຫຼັກທີ່ກໍານົດໃນແຜນມີ 6 ຄາດໝາຍທີ່ບັນລຸຕາມແຜນ ຄື: ອັດຕາເຂົ້າຮຽນສຸດທິຊັ້ນປະຖົມເພີ່ມຈາກ 99,74% ມາເປັນ 100,07% ທຽບໃສ່ສົກຮຽນຜ່ານມາແມ່ນເພີ່ມຂຶ້ນ 0,33% (ຄາດໝາຍສະພານະຄອນຫຼວງ 100%); ອັດຕາເຂົ້າຮຽນລວມຊັ້ນ ມ.ປາຍ ເພີ່ມຈາກ 86% ມາເປັນ 88,4% ທຽບໃສ່ສົກຮຽນຜ່ານມາແມ່ນເພີ່ມຂຶ້ນ 2,4% (ຄາດໝາຍສະພານະຄອນຫຼວງ 87%); ອັດຕາເຂົ້າຮຽນລວມໃໝ່ ປ.5 ປະຕິບັດໄດ້ 100% ທຽບໃສ່ສົກຮຽນຜ່ານມາ ແມ່ນຊໍ່າເກົ່າ (ຄາດໝາຍສະພານະຄອນຫຼວງ 100%); ອັດຕາເຂົ້າຮຽນລວມໃໝ່ ມ.4 ເພີ່ມຈາກ 92,1% ມາເປັນ 95% ທຽບໃສ່ສົກຮຽນຜ່ານມາແມ່ນເພີ່ມຂຶ້ນ 2,9% (ຄາດໝາຍສະພານະຄອນຫຼວງ 92%); ອັດຕາປະລະ ປ.1 ຫຼຸດລົງຈາກ 5,39% ມາເປັນ 0% ທຽບໃສ່ສົກຮຽນຜ່ານມາແມ່ນຫຼຸດລົງ 5,39% (ຄາດໝາຍສະພານະຄອນຫຼວງ 3%) ແລະ ສູ້ຊົນໃຫ້ພົນລະເມືອງໃນເກນອາຍຸເຂົ້າຮຽນຈົບມັດທະຍົມຕອນຕົ້ນໄດ້ຮຽນພາສາສາກົນຢ່າງໜ້ອຍ 1 ພາສາ ນັບແຕ່ ປ.3 ຂຶ້ນໄປ 100% ແລະ 60% ຂອງນັກຮຽນມັດທະຍົມໄດ້ຮຽນຄອມພິວເຕີ. ພ້ອມດຽວກັນນັ້ນ, ປະຊາກອນໃນເກນອາຍຸຮຽນໄດ້ຮຽນບຳລຸງຈົບ ມ.ປາຍ ໂດຍພື້ນຖານ ສຳລັບການສຶກສານອກໂຮງຮຽນ.
ສະເພາະຄາດໝາຍທີ່ໃກ້ຈະບັນລຸມີ 4 ຄາດໝາຍ ປະກອບມີ ອັດຕາເຂົ້າຮຽນຂອງເດັກ 5 ປີ ເພີ່ມຈາກ 96,04% ມາເປັນ 97,98% ທຽບໃສ່ສົກຮຽນຜ່ານມາແມ່ນເພີ່ມຂຶ້ນ 1,94% (ຄາດໝາຍສະພານະຄອນຫຼວງ 98,5%); ອັດຕາລອດເຫຼືອຊັ້ນປະຖົມຮອດ ປ.5 ເພີ່ມຈາກ 86,69% ມາເປັນ 92,80% ທຽບໃສ່ສົກຮຽນຜ່ານມາແມ່ນເພີ່ມຂຶ້ນ 6,11% (ຄາດໝາຍສະພານະຄອນຫຼວງ 95,5%); ອັດຕາປະລະຊັ້ນປະຖົມ ຫຼຸດລົງຈາກ 2,96% ມາເປັນ 1,81% ທຽບໃສ່ສົກຮຽນຜ່ານມາແມ່ນຫຼຸດລົງ 1,15% (ຄາດໝາຍສະພານະຄອນຫຼວງ 1,2%) ແລະ ອັດຕາເຂົ້າຮຽນລວມ ມ.ຕົ້ນ ເພີ່ມຈາກ 98,7% ມາເປັນ 99,5% ທຽບໃສ່ສົກຮຽນຜ່ານມາແມ່ນເພີ່ມຂຶ້ນ 0,8% (ຄາດໝາຍສະພານະຄອນຫຼວງ 100%)
ສ່ວນ 7 ຄາດໝາຍທີ່ບໍ່ບັນລຸ ປະກອບມີ ອັດຕາຄ້າງຫ້ອງ ປ.1; ອັດຕາຄ້າງຫ້ອງຊັ້ນປະຖົມ; ອັດຕາປະລະຊັ້ນ ມ.ຕົ້ນ; ອັດຕາປະລະຊັ້ນ ມ.ປາຍ; ສົ່ງເສີມໃຫ້ນັກຮຽນທີ່ຮຽນຈົບຊັ້ນມັດທະຍົມຕອນຕົ້ນໄດ້ເຂົ້າຮຽນສາຍອະຊີວະໃຫ້ໄດ້ 5%, ສ່ວນທີ່ເຫຼືອໃຫ້ເຂົ້າຮຽນຕໍ່ຊັ້ນ ມ.ປາຍ ແລະ ນັກຮຽນທີ່ຮຽນຈົບ ມ.ປາຍ ໃຫ້ເຂົ້າຮຽນໃນລະດັບຕ່າງໆ; ສືບຕໍ່ຈັດບຳລຸງລົບລ້າງຄວາມບໍ່ຮູ້ໜັງສືໃຫ້ປະຊາກອນອາຍຸ 15-40 ປີໃຫ້ໄດ້ 100 ຄົນ, ບໍາລຸງຍົກລະດັບ ມ.ຕົ້ນ ໃນເກນອາຍຸ 15-35 ປີ ຜູ້ທີ່ໄດ້ປະລະການຮຽນ ແລະ ຍົກຍ້າຍມາຢູ່ໃໝ່ໃຫ້ໄດ້ 100 ຄົນ, ບໍາລຸງຍົກລະດັບ ມ.ປາຍໃຫ້ປະຊາຊົນ ໃຫ້ໄດ້ 100 ຄົນ; ສົ່ງເສີມມວນຊົນທຸກເພດທຸກໄວເຂົ້າຮ່ວມຫັດກາຍະບໍລິຫານ, ການອອກກຳລັງກາຍ ແລະ ການຫຼິ້ນກິລາກາຍະກຳ.
ສຳລັບວຽກຈຸດສຸມໃນສົກຮຽນ 2023-2024 ແມ່ນສືບຕໍ່ຂະຫຍາຍຫ້ອງກຽມປະຖົມຢ່າງມີຈຸດສຸມ ພ້ອມຮັບປະກັນສະໜອງຄູສອນໃຫ້ສອດຄ່ອງກັບມາດຕະຖານການຈັດສັນຄູພາຍໃນເມືອງ; ພັດທະນາມາດຕະຖານຂັ້ນພື້ນຖານ ສຳລັບການສຶກສາກ່ອນໄວຮຽນ ເພື່ອແນໃສ່ປັບປຸງຄຸນນະພາບຂອງການບໍລິການ; ສືບຕໍ່ສົ່ງເສີມວຽກງານໂພຊະນາການ ແລະ ສຸຂະອະນາໄມໃນໂຮງຮຽນ; ສ້າງຄວາມເຂັ້ມແຂງໃຫ້ຜູ້ອຳນວຍການໂຮງຮຽນ ໃນການຄຸ້ມຄອງໂຮງຮຽນ ແລະ ຝຶກອົບຮົມໃຫ່ແກ່ຄູສອນ/ຜູ້ດູແລເດັກໃຫ້ມີຄວາມຮູ້ ແລະ ຄວາມສາມາດຕາມມາດຕະຖານທີ່ກຳນົດ;ສືບຕໍ່ຈັດຕັ້ງປະຕິບັດຫຼັກສູດໃໝ່ໃຫ້ທົ່ວເຖິງ ພ້ອມສະໜອງອຸປະກອນຮັບໃຊ້ການຮຽນການສອນ; ສຸມໃສ່ການສອນພາສາລາວ ແລະ ຄະນິດສາດ ໃນຂັ້ນ ປ.1 ແລະ ປ.2 ເພື່ອຮັບປະກັນໃຫ້ນັກຮຽນອ່ານອອກ ແລະ ຄິດໄລ່ເລກພື້ນຖານເປັນຕາມມາດຕະຖານຂອງຫຼັກສູດ; ປັບປຸງ ແລະ ສ້າງຄວາມເຂັ້ມແຂງໃຫ້ລະບົບນິເທດພາຍໃນ, ລວມທັງສ້າງຄວາມເຂັ້ມແຂງໃຫ້ກຸ່ມໂຮງຮຽນ; ຈັດຕັ້ງປະຕິບັດມາດຕະຖານຄຸນນະພາບຂັ້ນພື້ນຖານຂອງການສຶກສາຊັ້ນປະຖົມໃຫ້ປະກົດຜົນເປັນຈິງ; ປັບປຸງລະບົບການສອບເສັງເລື່ອນຂັ້ນ ແລະ ຈົບຊັ້ນໃຫ້ມີຄຸນນະພາບ, ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການປະເມີນຜົນການຮຽນຂອງນັກຮຽນໃນຫ້ອງ, ພ້ອມທັງດຳເນີນການປະເມີນຢ່າງເປັນປົກກະຕິ.
ນອກຈາກນີ້, ໃນກອງປະຊຸມ ຍັງໄດ້ມີການປະກອບຄຳເຫັນໃສ່ບົດສະຫຼຸບ ແລະ ແຜນພັດທະນາການສຶກສາ; ຮັບຟັງການໂອ້ລົມຈາກການນຳ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ; ລາຍງານຫຍໍ້ການປະຕິບັດວຽກງານພາຍໃນໜ່ວຍງານການສຶກສາກ່ອນໄວຮຽນ; ການປະຕິບັດວຽກງານພາຍໃນໜ່ວຍງານການສຶກສາພາກບັງຄັບ; ການປະຕິບັດວຽກງານພາຍໃນໜ່ວຍງານພັດທະນາຄູ; ຜ່ານມະຕິກອງປະຊຸມຜູ້ບໍລິຫານການສຶກສາ-ກິລາຂອງພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ລາຍງານຫຍໍ້ ການເຜີຍແຜ່ບັນດານິຕິກຳ, ການປະຕິບັດວຽກງານ ແລະ ການສິດສອນຂອງຄູ; ການປະຕິບັດວຽກງານພາຍໃນໜ່ວຍງານພະລະ-ສິລະປະ ສຶກສາ; ການປະຕິບັດວຽກງານພາຍໃນໜ່ວຍງານກວດກາປະເມີນຜົນ ແລະ ປະກັນຄຸນນະພາບ; ລາຍງານກ່ຽວກັບຫົວຂໍ້: ສອນດີ-ຮຽນເກັ່ງ ເລັ່ງພັດທະນາຊັບພະຍາກອນມະນຸດສູ່ຄຸນນະພາບໃໝ່; ລາຍງານກ່ຽວກັບຫົວຂໍ້: ການສ້າງໂຮງຮຽນຂຽວສະອາດ ແລະ ສິ່ງແວດລ້ອມດີ; ລາຍງານກ່ຽວກັບວາລະແຫ່ງຊາດ ການຕ້ານ ແລະ ສະກັດກັ້ນຢາເສບຕິດໃນໂຮງຮຽນ; ລາຍງານກ່ຽວກັບວຽກງານ 5 ຫຼັກມູນການສຶກສາ ພາຍໃຕ້ຫົວຂໍ້: ຄຸນສົມບັດສຶກສາ; ລາຍງານກ່ຽວກັບຜົນງານການຈັດຕັ້ງປະຕິບັດວຽກງານກິລາ-ສິລະປະພາຍໃນໂຮງຮຽນ; ກຸ່ມເກົ້າລ້ຽວ ລາຍງານຜົນການຈັດຕັ້ງປະຕິບັດວຽກງານກຸ່ມໂຮງຮຽນປະຖົມສຶກສາ ແລະ ກຸ່ມສີໄຄ ລາຍງານຜົນການຈັດຕັ້ງປະຕິບັດວຽກງານກຸ່ມໂຮງຮຽນ ມັດທະຍົມສຶກສາ.
ໃນໂອກາດດັ່ງກ່າວນີ້, ທ່ານ ເຈົ້າເມືອງສີໂຄດຕະບອງ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຂະແໜງການສຶກສາ ກໍຄືຜູ້ບໍລິຫານການສຶກສາ, ຄູອາຈານທົ່ວເມືອງ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ພ້ອມກັນປະຕິບັດແຜນພັດທະນາການສຶກສາ ປະຈຳສົກຮຽນ 2022-2023 ຊຶ່ງໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້. ເຖິງວ່າການສຶກສາຢູ່ພາຍໃນເມືອງໄດ້ປະສົບຜົນສຳເລັດໃນຫຼາຍດ້ານກໍຕາມ ແຕ່ພວກເຮົາຍັງປະຕິເສດບໍ່ໄດ້ຕໍ່ກັບບັນດາຈຸດອ່ອນ ແລະ ຂໍ້ຄົງຄ້າງ, ສິ່ງທ້າທາຍຈໍານວນໜຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ສຸມໃສ່ວຽກງານຈຸດສຸມ ເພື່ອແກ້ໄຂປັບປຸງ ເປັນຕົ້ນແມ່ນ ການຈັດການຮຽນ ການສອນ ແລະ ການສອບເສັງເລື່ອນຂັ້ນ ແລະ ຈົບຊັ້ນ ຍັງຈະຕ້ອງໄດ້ເຂັ້ມຂຸ້ນຂຶ້ນຕື່ມ ໂດຍສະເພາະດ້ານຄຸນນະພາບການສຶກສາຍັງບໍ່ທັນດີເທົ່າທີ່ຄວນ, ນັກຮຽນຈຳນວນໜຶ່ງຍັງຂາດຄຸນສົມບັດສິນທຳປະຕິວັດ, ນັກຮຽນຈຳນວນໜຶ່ງມີຄວາມຮູ້ແລ້ວ ແຕ່ບໍ່ສາມາດກ້າສະແດງອອກ, ອີກຈຳນວນໜຶ່ງແມ່ນຂາດລະບຽບວິໄນ; ຄວາມຮູ້, ຄວາມສາມາດຂອງຄູອາຈານຈຳນວນໜຶ່ງຍັງຈຳກັດ ຫົວຄິດປະດິດສ້າງຍັງບໍ່ທັນກວ້າງຂວາງ, ການຈັດການຮຽນການສອນ ຄູອາຈານຕ້ອງໄດ້ເອົາໃຈໃສ່ໃນການຄົ້ນຄວ້າຫຼັກສູດໃໝ່ໆ ຍັງບໍ່ທັນມີຄວາມຮູ້ປະສົບການ ຕ້ອງໄດ້ເອົາໃຈໃສ່ຄົ້້ນຄວ້າຮໍ່າຮຽນຢ່າງທົ່ວເຖິງ ແລະ ເລິກເຊິ່ງ ຊ່ວຍສົ່ງເສີມ ແລະ ພັດທະນາແນວຄວາມຄິດ ຈິດຕະສາດຂອງຜູ້ຮຽນ ໂດຍສະເພາະແມ່ນຊັ້ນມັດທະຍົມ. ຄຽງຄູ່ກັນນັ້ນ, ການຈັດການຮຽນການສອນ ຕ້ອງໃຫ້ບັນລຸໄດ້ 3 ຂໍ້ແຂ່ງຂັນ 5 ຫຼັກມູນຂອງການສຶກສາ. ສໍາລັບຜູ້ບໍລິຫານຍິ່ງມີຄວາມຈໍາເປັນໃນການພັດທະນາແບບແຜນວິທີເຮັດວຽກຕາມ 7 ໜ້າວຽກຂອງຜູ້ບໍລິຫານ ໂດຍເນັ້ນໃສ່ວຽກວິຊາການເປັນຫຼັກ ອັນທີ່ຕ້ອງໄດ້ເອົາໃຈໃສ່ຕື່ມອີກ ແມ່ນການສຶກສາແນວຄິດຄູອາຈານ ແລະ ນ້ອງນັກຮຽນ ລະຫວ່າງໂຮງຮຽນ, ຄອບຄົວ ແລະ ສັງຄົມ ຊຶ່ງຜ່ານມາແມ່ນຍັງຖືເບົາ ປະຕິບັດໄດ້ດ້ານທິດສະດີ ການປະຕິບັດຕົວຈິງຍັງບໍ່ທັນໄດ້ດີເທົ່າທີ່ຄວນ. ພ້ອມກັນນີ້, ຍັງມີພໍ່ແມ່ຜູ້ປົກຄອງນັກຮຽນຈຳນວນໜ້ອຍໜຶ່ງ ຍັງຂາດການຕິດຕາມການຮຽນການສອນ ການສຶກສາອົບຮົມແນວຄິດລູກຫຼານຂອງຕົນໃຫ້ຫຼີກລ່ຽງບັນຫາປະກົດການຫຍໍ້ທໍ້ ໂດຍສະເພາະບັນຫາສິ່ງເສບຕິດຕ່າງໆ. ນອກຈາກນີ້, ທ່ານ ເຈົ້າເມືອງຍັງເຊື່ອໝັ້ນວ່າ ພິທີໄຂສົກຮຽນໃໝ່ ເມືອງສີໂຄດຕະບອງ ສົກຮຽນ 2023-2024 ໃຫ້ນໍາເອົາເນື້ອໃນຈິດໃຈບັນຫາສິ່ງທ້າທາຍ ຂໍ້ຄົງຄ້າງ ການສະຫຼຸບຖອດຖອນບົດຮຽນ ໃນການວາງແຜນດຳເນີນແຜນພັດທະນາການສຶກສາ ໃນສົກຮຽນ 2023-2024 ໃຫ້ມີຄຸນພະພາບ ທຽບທັນປະເທດເພື່ອນບ້ານ ແລະ ສາກົນ ແລະ ມີຜົນສຳເລັດຢ່າງຈົບງາມ.
ໂດຍ ດາວຫວຽດ
ຂ່າວທີ່ກ່ຽວຂ້ອງ