Skip to main content

ສະຖາບັນລາວ-ຍີ່ປຸ່ນ ມຊ ກຽມຈັດງານພົບປະເພື່ອໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ 25 ຕຸລານີ້

20/10/2023

ສະຖາບັນລາວ-ຍີ່ປຸ່ນ ມະຫາວິທະຍາໄລແຫ່ງຊາດ (ມຊ) ຈະໄດ້ຈັດງານພົບປະເພື່ອໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ປະຈໍາປີ 2023  ໃນແບບເຊິ່ງໜ້າ ແລະ ອອນລາຍ ຊຶ່ງເໝາະສໍາລັບນັກຮຽນ ຫຼື ຜູ້ທີ່ກໍາລັງຊອກຫາຂໍ້ມູນເພື່ອກະກຽມໄປຮຽນຕໍ່ທີ່ປະເທດຍີ່ປຸ່ນ ໃນວັນທີ 25 ຕຸລາ 2023 ທີ່ສະຖາບັນດັ່ງກ່າວ.

ອີງຕາມລາຍງານຂອງທາງສະຖາບັນລາວ-ຍີ່ປຸ່ນ ມະຫາວິທະຍາໄລແຫ່ງຊາດ ເມື່ອວັນທີ 20 ຕຸລາ 2023 ໃຫ້ຊາບວ່າ: ໃນວັນພຸດ ວັນທີ 25 ຕຸລາ (10) 2023, ເວລາ 8:30-12:00 ໂມງ ແລະ 13:30-16:30 ໂມງ, ສະຖາບັນລາວ-ຍີ່ປຸ່ນມະຫາວິທະຍາໄລແຫ່ງຊາດ ຈະໄດ້ຈັດງານພົບປະເພື່ອໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ປະຈໍາປີ 2023  ຊຶ່ງເໝາະສໍາລັບນັກຮຽນ ຫຼື ຜູ້ທີ່ກໍາລັງຊອກຫາຂໍ້ມູນເພື່ອກະກຽມໄປຮຽນຕໍ່ທີ່ປະເທດຍີ່ປຸ່ນ, ພາຍໃນງານ ຈະມີຕົວແທນຈາກ 6 ມະຫາວິທະຍາໄລຂອງຍີ່ປຸ່ນເຂົ້າຮ່ວມ ປະກອບມີ 1. Osaka Christian College, 2. Toyo University, 3. The University of Tokyo, 4. Musashino University, 5. Ritsummeikan Asia Pacific University ແລະ 6. Okayama University.

ພ້ອມກັນນີ້, ພາຍໃນງານ ທ່ານຍັງສາມາດສອບຖາມ ແລະ ປຶກສາກັບຕົວແທນຈາກມະຫາວິທະຍາໄລຍີ່ປຸ່ນ ກ່ຽວກັບຂໍ້ມູນຂອງມະຫາວິທະຍາໄລ ແລະ ທຶນຕ່າງໆ ຊຶ່ງໃນງານເພິ່ນຈະມີຜູ້ຊ່ວຍແປທັງພາສາອັງກິດ ແລະ ພາສາຍີ່ປຸ່ນ. ນອກຈາກນັ້ນ, ຍັງມີຕົວແທນຈາກສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ ຂຶ້ນແນະນໍາກ່ຽວກັບທຶນລັດຖະບານຍີ່ປຸ່ນ ເພື່ອໃຫ້ນ້ອງນັກຮຽນຜູ້ທີ່ສົນໃຈໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນໄດ້ກຽມຕົວເພື່ອສະໝັກ.

ສຳລັບການຈັດງານດັ່ງກ່າວ, ແມ່ນ ມີ 2 ແບບ ຄື: ແບບອອນລາຍ ແລະ ແບບເຊິ່ງໜ້າ. ໃນນີ້, ການຈັດແບບອອນລາຍ ແມ່ນຈັດຜ່ານ zoom ຊຶ່ງສາມາດເຂົ້າຮ່ວມງານໂດຍບໍ່ເສຍຄ່າ (ຟຣີ). ສໍາລັບທ່ານທີ່ສົນໃຈໃຫ້ລົງທະບຽນເຂົ້າຮ່ວມງານຜ່ານ google from ລຸ່ມນີ້:https://docs.google.com/forms/d/e/1FAIpQLSeeNfXYuClXQFi_tEoKe_71ioh5oJmeY0H5n1eMBbYMGxBVTw/viewform?usp=pp_url

ຫຼັງຈາກນັ້ນ, ຜູ້ຮັບຜິດຊອບຈະສົ່ງ Zoom Link ເຂົ້າຮ່ວມງານໃຫ້ ໂດຍເລີ່ມແຕ່ວັນທີ 1 ກັນຍາ (9) 2023-24 ຕຸລາ(10) 2023.

ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່: 020 2232 3132 ອຈ ແກ້ວລະຄອນ, 030 5478 618 ພະແນກແລກປ່ຽນກິດຈະກໍາ.

 

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ