ພຣີເມຍລີກ ອັງກິດ: ວິນລາ ຍັງແຮງບໍ່ຢຸດ ຖະຫຼົ່ມເວສແຮມ ຜູ້ມາຢາມ ຂາດຮອຍ 4-1

ແອັສຕັນ ວິນລາ, ຍັງແຮງບໍ່ຢຸດຕໍ່ເນື່ອງເປັນນັດທີ 5 ຫຼັງຈາກເປີດບ້ານຖະຫຼົ່ມຜູ້ມາຢາມ ເວສແຮັມ ຢູໄນເຕັດ ໄປແບບຂາດຮອຍເຖິງ 4-1 ປະຕູ ຫຍັບຂຶ້ນມາຕິດທອ໋ບຟາຍ ແລະ ມີຄະແນນຕາມຫຼັງຈ່າຝູງ ແມນ ຊິດຕີ້ ພຽງສອງຄະແນນເທົ່ານັ້ນ ໃນຕາຕະລາງພຣີເມຍລີກ ອັງກິດ ໃນອາທິດນີ້.
ເກມພຣີເມຍລີກ ຄືນວັນອາທິດ 22 ຕຸລາ ມີຄູ່ດຽວ ໂດຍ ແອັສຕັນ ວິນລາ ເປີດສະໜາມ ວິນລາ ພາກ ຮັບການມາຢາມຂອງ ເວສແຮັມ ຢູໄນເຕັດ ທີມອັນດັບທີ 7 ຂອງຕາຕະລາງ. ຜ່ານ 90 ນາທີຂອງການແຂ່ງຂັນ ປະກົດວ່າ ວິນລາ ຍັງຄົງຮັກສາຟອມເກັ່ງໄວ້ໄດ້ຢ່າງຕໍ່ເນື່ອງ ໂດຍໄດ້ປະຕູອອກນຳ ແຕ່ນາທີ 30 ແລະ 51 ຈາກ ດັກລັສ ຫຼຸຍ ຄົນດຽວ ກ່ອນທີ່ ເວສແຮມ ຜູ້ມາຢາມ ຈະໄລ່ມາເປັນ 1-2 ໃນນາທີ 57 ຈາກ ຈາຣອດ ໂບເວັນ. ແຕ່ກໍຕ້ານທານເກມບຸກທີ່ຫຼາກຫຼາຍຂອງ ວິນລາ ບໍ່ໄຫວ ກ່ອນຈະມາເສຍປະຕູຕື່ມອີກ ໃນນາທີ 75 ຈາກ ອອຍລີ ວັດກິ້ນ ແລະ ນາທີ 89 ຈາກ ລີອອນ ແບລີ.
ຈົບເກມ ເປັນເຈົ້າບ້ານ ແອັສຕັນ ວິນລາ ເປັນຝ່າຍເກັບໄຊຊະນະໄດ້ຢ່າງສວຍງາມ 4 ປະຕູຕໍ່ 1 ເກັບໄດ້ອີກ 3 ຄະແນນ ລວມເປັນ 19 ຄະແນນ ຈາກການລົງແຂ່ງ 9 ນັດ ຢູ່ອັນດັບທີ 5 ຕາມຫຼັງຈ່າຝູງ ແມນເຊັສເຕີ ຊີຕີ້ ຢູ່ 2 ຄະແນນ. ຂະນະທີ່ ເວສແຮມ ຍັງມີ 14 ຄະແນນຄືເກົ່າ ແຕ່ຖືກຫຼຸດລົງໄປຢູ່ອັນດັບທີ 9 ຂອງຕາຕະລາງ.
ສຳລັບຄໍ່າຄືນນີ້ 22 ຕຸລາ ພຣີເມຍລີກ ຍັງມີຄູ່ຕົກຄ້າງອີກ 1 ຄູ່ ລະຫວ່າງ ທັອດແນມ ຮອ໋ດສະເປີ, ທີມອັນດັບ 4 ຈະເປີດບ້ານພົບກັບ ຟູແລມ ທີມອັນດັບ 11 ໂດຍຈະແຂ່ງຂັນກັນໃນເວລາ 02:00 ໂມງ ເຊົ້າຂອງວັນທີ 24 ຕຸລາ ຕາມເວລາໃນປະເທດລາວ ເຊິ່ງຖ້າຫາກສະເປີ ສາມາດເກັບໄຊໄດ້ ກໍຈະຫຍັບຂຶ້ນມາຢູ່ອັນດັບໜຶ່ງ ຫຼື ຈ່າຝູງຂອງຕາຕະລາງທັນທີ.
ໂດຍ: ຟຣີຄິກ