ສະເປີ ອັດ ຟູແລມ 2-0 ຄອງບັນລັງຈ່າຝູງ ພຣີເມຍລີກອາທິດນີ້!

ທອດແນມ ຮັອດສະເປີ ເປີດບ້ານໄລ່ອັດ ຟູແລມ ຜູ້ມາຢາມ ໄປຢ່າງສວຍງາມ 2 ປະຕູຕໍ່ 0 ໃນເກມ ລອນດອນ ດາບີ້ ນັດຕົກຄ້າງພຣີເມຍລີກ ພ້ອມທັງທະຍານຂຶ້ນຄອງຈ່າຝູງໃນອາທິດນີ້ ໂດຍແຊງທັງ ແມນ ຊີຕີ້ ແລະ ອາເຊນອລ 2 ຄະແນນ ຂະນະທີ່ ຟູແລມ ຫຼົ່ນລົງມາຢູ່ອັນດັບ 13 ຂອງຕາຕະລາງ.
ເກມນັດຕົກຄ້າງພຣີເມຍລີກ ຄືນວານນີ້ (23 ຕຸລາ) ສະເປີ ເປີດບ້ານຕ້ອນຮັບການມາຢາມຂອງ ຟູແລມ ເຊິ່ງນັດນີ້ທີມເຈົ້າບ້ານເປີດເກມບຸກເຂົ້າໃສ່ຢ່າງໜັກທັງເກມ ເພື່ອຫວັງເກັບໄຊຫວັງແຊງຂຶ້ນເປັນຈ່າຝູງ ໃນອາທິດນີ້ໃຫ້ໄດ້ ແລະ ກໍມາປະສົບຄວາມສຳເລັດ ຕັ້ງແຕ່ນາທີໆ 36 ຈາກການຍິງສວຍງາມຂອງນັກເຕະຈາກແດນກິມຈິເກົາຫຼີ ຊອນ ເຮືອງ ມິນ ແລະ ສະເປີ ມາຢໍ້າໄຊຊະນະໄດ້ອີກຄັ້ງໃນນາທີ 54 ຈາກ ເຈມ ແມັດດີສັນ ເຮັດໃຫ້ຈົບເກມ ສະເປີ ເປັນຝ່າຍອັດ ຟູແລມໄປ 2-0 ພ້ອມທັງເກັບເປັນ 23 ແຕ້ມ ແຊງ ແມນ ຊີຕີ້ ແລະ ອາເຊນອລ ທີ່ມີ 21 ແຕ້ມ ຂຶ້ນມາເປັນຈ່າຝູງຕາຕະລາງພຣີເມຍລີກ ອາທິດນີ້ໄປຊົ່ວຄາວ. ສ່ວນ ຟູແລມ ຍັງຄົງມີ 11 ຄະແນນ ຢູ່ໃນອັນດັບທີ 13 ຂອງຕາຕະລາງ.
ໂດຍ ຟຣີຄິກ