Skip to main content

ທະນາຄານການຄ້າຕ່າງປະເທດຫວຽດນາມ ປະຈຳລາວ ມອບອຸປະກອນການສຶກສາ-ກິລາ ໃຫ້ນັກຮຽນປະຖົມໂພນເພັງ ເມືອງວັງວຽງ

22/10/2023

ທະນາຄານການຄ້າຕ່າງປະເທດຫວຽດນາມ ປະຈຳສປປ ລາວ ຈຳກັດ (Vietcombank Laos) ໄດ້ປະສານສົມທົບກັບ ອຳນາດການປົກຄອງບ້ານໂພນເພັງ ເມືອງວັງວຽງ ແຂວງວຽງຈັນ ນຳເອົາເຄື່ອງຊ່ວຍເຫຼືອປະເພດອຸປະກອນການສຶກສາ, ປຶ້ມແບບຮຽນ, ເຄື່ອງກິລາ ແລະ ນົມ ໄປມອບໃຫ້ກັບນ້ອງໆນັກຮຽນ ໂຮງຮຽນປະຖົມສົມບູນໂພນເພັງ ບ້ານໂພນເພັງ ເມືອງວັງວຽງ ແຂວງວຽງຈັນ ລວມມູນຄ່າ 40.000.000 ກີບ ຕາງໜ້າມອບໂດຍ ທ່ານ ຫງວຽນ ກວາງ ມິງ ສະມາຊິກສະພາບໍລິຫານ, ຜູ້ອຳນວຍການໃຫຍ່ ທະນາຄານການຄ້າຕ່າງປະເທດຫວຽດນາມ ປະຈຳສປປ ລາວ ຈຳກັດ ແລະ ຕາງໜ້າຮັບໂດຍ ທ່ານ ບຸນທັນ ພົມມະລີ ຜູ້ອຳນວຍການໂຮງຮຽນປະຖົມສົມບູນໂພນເພັງ, ມີທ່ານ ກຸດຕະລີ ແກ້ວເຂັມເພັດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງວັງວຽງ, ທ່ານ ລິນທອງ ບູລົມ ນາຍບ້ານວັງວຽງ ແລະ ທ່ານ ຄໍາພາ ສີອໍາພອນ ນາຍບ້ານໂພນເພັງ ພ້ອມດ້ວຍພະນັກງານທະນາຄານ, ຄູອາຈານ ແລະ ນ້ອງນ້ອຍນັກຮຽນ 140 ຄົນ ເຂົ້າຮ່ວມເປັນສັກຂີພິຍານ.


ໃນພິທີ, ທ່ານ ວິເລ ໂຄດໂຍທາ ຮອງຜູ້ອຳນວຍການໃຫຍ່ ທະນາຄານການຄ້າຕ່າງປະເທດຫວຽດນາມ ປະຈຳສປປ ລາວ ຈຳກັດ ກ່າວວ່າ: ການມອບເຄື່ອງຊ່ວຍເຫຼືອໃຫ້ກັບນ້ອງໆນັກຮຽນໂຮງຮຽນປະຖົມສົມບູນໂພນເພັງໃນຄັ້ງນີ້ ກໍເພື່ອເປັນການສ້າງກິດຈະກຳສະເຫຼີມສະຫຼອງວັນສ້າງຕັ້ງ ທະນາຄານການຄ້າຕ່າງປະເທດຫວຽດນາມ ປະຈຳລາວ ຈຳກັດ ຄົບຮອບ 5 ປີ (19/ ຕຸລາ 2018-19 ຕຸລາ 2023) ອີກທັງເປັນໂອກາດອັນດີທີ່ໄດ້ມີການປະກອບສ່ວນຊ່ວຍເຫຼືອນ້ອງໆນັກຮຽນໃນເຂດທ້ອງຖິ່ນ ທີ່ຍັງບໍ່ທັນມີການຊ່ວຍເຫຼືອຈາກພາກສ່ວນໃດເຂົ້າໄປເຖິງ ເພື່ອຊຸກຍູ້ການສຶກສາໃຫ້ກັບບັນດານ້ອງໆນັກຮຽນໃນເຂດບ້ານດັ່ງກ່າວ ໄດ້ມີອຸປະກອນການຮຽນທີ່ຄົບຊຸດ ຊຶ່ງໂຮງຮຽນປະຖົມສົມບູນໂພນເພັງ ບ້ານໂພນເພັງ ເປັນໂຮງຮຽນລັດທີ່ຖືກສ້າງຕັ້ງຂຶ້ນຕັ້ງແຕ່ປີ 1975 ໂດຍປັດຈຸບັນແມ່ນມີນ້ອງນັກຮຽນລວມທັງໝົດ 134 ຄົນ ລວມ 5 ຫ້ອງ ລະຫວ່າງຫ້ອງ ປ.1-ປ.5.

ໃນໂອກາດນີ້, ທ່ານ ບຸນທັນ ພົມມະລີ ຜູ້ອຳນວຍການໂຮງຮຽນປະຖົມສົມບູນໂພນເພັງ ກໍໄດ້ຕາງໜ້າມອບໃບກຽດຕິຄຸນ ແລະ ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ມາຍັງຄະນະນຳ ຕະຫຼອດຮອດພະນັກງານ ທະນາຄານການຄ້າຕ່າງປະເທດຫວຽດນາມ ປະຈຳສປປ ລາວ ຈຳກັດທຸກທ່ານ ທີ່ໄດ້ນຳເອົາອຸປະກອນການຮຽນ-ການສອນມາມອບໃຫ້ກັບນ້ອງໆນັກຮຽນໂຮງຮຽນປະຖົມສົມບູນໂພນເພັງຂອງພວກເຮົາໃນມື້ນີ້ ແລະ ຫວັງວ່າຈະໄດ້ຮັບການຊ່ວຍເຫຼືອຈາກບັນດາທ່ານຕື່ມອີກໃນໂອກາດໜ້າ.

ຂ່າວ-ພາບ: ແສງມະນີ ພິລາວົງ