ແມນຢູ ຕັດສິນໃຈຂາຍ “ຊານໂຊ” ອອກຈາກທີມ ໃນຕົ້ນປີໜ້າ

ສະໂມສອນ ແມນເຊັດເຕີ ຢູໄນເຕັດ ໄດ້ສັ່ງລົງໂທດ ຈາດອນ ຊານໂຊ ປີກຕົວເກັ່ງຊາວອັງກິດມາເປັນເວລາ 9 ນັດແລ້ວ ນັບຕັ້ງແຕ່ ຊານໂຊ ມບັນຫາຜິດຖຽງກັນ ກັບທ່ານ ເອຣິກ ເທນຮາກ ຄູຝຶກຊາວໂຮນລັງ ແລະ ໄລຍະຜ່ານມາ ທ່ານ ເທນຮາກ ຕ້ອງການຄຳ ຂໍໂທດຈາກນັກເຕະອາຍຸ 24 ປີ ເພື່ອເປີດໂອກາດໃຫ້ລາວ ກັບຄືນມາສູ່ທີມອີກຄັ້ງ.
ຕໍ່ກັບບັນຫາດັ່ງກ່າວ ຊານໂຊ ຍັງບໍ່ມີທ່າທີ ຈະຂໍໂທດກັບຄູຝຶກຂອງລາວ ເຖິງແມ່ນວ່າເພື່ອນຮ່ວມທີມຫຼາຍຄົນຈະ ບອກໃຫ້ລາວຍອມມາຂໍໂທດຄູຝຶກເພື່ອສານຕໍ່ອາຊີບຂອງຕົນ.
ຢ່າງໃດກໍ່ຕາມ, ຫຼ້າສຸດ ເມື່ອວັນທີ 22 ຕຸລາ 2023 ສື່ Daily Mirror ເປີດເຜີຍວ່າ ແມນຢູ ຕັດສິນໃຈຂາຍ ຊານໂຊ ໃນເດືອນມັງກອນ 2024 ນີ້ ເຖິງວ່າລາວຈະຍອມຂໍໂທດກັບ ທ່ານ ເທນ ຮາກ ແລ້ວກໍຕາມ ແຕ່ ຈາດອນ ຊານໂຊ ປ່ອຍໃຫ້ສະຖານະການດັ່ງກ່າວ ແກ່ຍາວດົນເກີນໄປ.