ນັກສຶກສາລາວ 30 ຄົນ ໄດ້ຮັບທຶນຮຽນຕໍ່ຟຣີ ທີ່ ສສ ຫວຽດນາມ ຈາກບໍລິສັດ ລົງທຶນຄຳຈະເລີນ

ນັກສຶກສາລາວ ຈຳນວນ 30 ຄົນ ໄດ້ຮັບທຶນໄປຮຽນຕໍ່ຟຣີ ທີ່ມະຫາວິທະຍາໄລ ເປີດ ນະຄອນໂຮຈີມິນ ສສ ຫວຽດນາມ ໃນລະດັບປະລິນຍາຕີ ປະຈຳສົກສຶກສາ 2023-2024 ໂດຍເປັນການສະໜັບສະໜູນທຶນຈາກບໍລິສັດ ລົງທຶນ ຄຳຈະເລີນ ຈຳກັດ ຜູ້ດຽວ ເພື່ອສ້າງເງື່ອນໄຂໃຫ້ນັກສຶກສາລາວ ໄດ້ມີໂອກາດໄປສຶກສາຊອກຮູ້ປະສົບການຢູ່ຕ່າງປະເທດ ເຮັດໃຫ້ກາຍເປັນບຸກຄະລາກອນທີ່ມີຄຸນນະພາບ ແລ້ວກັບມາສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າຂຶ້ນເລື້ອຍໆ.
ພິທີມອບ-ຮັບທຶນການສຶກສາໃຫ້ນັກສຶກສາລາວ ຈຳນວນ 30 ທຶນດັ່ງກ່າວ, ໄດ້ມີຂຶ້ນເມື່ອວັນທີ 12 ຕຸລາ ຜ່ານມາ ທີ່ຫ້ອງປະຊຸມກະຊວງສຶກສາທິການ ແລະ ກິລາ (ຕຶກໄອຊີທີ) ຫຼື ສສກ ໂດຍໃຫ້ກຽດມອບຂອງຜູ້ຕາງໜ້າ ບໍລິສັດ ລົງທຶນ ຄຳຈະເລີນ ຈຳກັດ ຜູ້ດຽວ ແລະ ໃຫ້ກຽດຮັບໂດຍທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ, ມີຜູ້ຕາງໜ້າຈາກຝ່າຍ ສສ ຫຽວດນາມ, ພະແນກການທີ່ກ່ຽວຂ້ອງ ພ້ອມດ້ວຍນັກສຶກສາ ແລະ ຜູ້ປົກຄອງເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ປອ ນາງ ສີສຸກ ວົງວິຈິດ ໄດ້ກ່າວສະແດງຄວາມຂອບໃຈຕໍ່ຜູ້ໃຫ້ທຶນການສຶກສາ ຈຳນວນ 30 ທຶນ ກໍຄື ບໍລິສັດ ລົງທຶນ ຄຳຈະເລີນ ຈຳກັດ ຜູ້ດຽວ ທີ່ເຫັນໄດ້ເຖິງຄວາມສຳຄັນຂອງວຽກງານການສຶກສາ ແລະ ຄວາມເສຍສະຫຼະທຶນຮອນຂອງຕົນ ເພື່ອສ້າງເງື່ອນໄຂໃຫ້ນັກສຶກສາລາວ ໄດ້ມີໂອກາດໄປສຶກສາຮ່ຳຮຽນ ພ້ອມທັງຊອກຮູ້ປະສົບການຢູ່ຕ່າງປະເທດ ທັງນີ້ກໍເພື່ອສ້າງໃຫ້ນັກຮຽນເຫຼົ່ານັ້ນກາຍເປັນບຸກຄະລາກອນທີ່ມີຄຸນນະພາບ ເພື່ອກັບມາສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າຂຶ້ນເລື້ອຍໆ ຖືເປັນການປະກອບສ່ວນທີ່ຍິ່ງໃຫຍ່ໃຫ້ແກ່ລັດຖະບານ ສປປ ລາວ ເຮົາອີກດ້ວຍ.
ສຳລັບທຶນທີ່ນັກສຶກສາໄດ້ຮັບຄັ້ງນີ້, ລວມມີ ຄ່າຮຽນ, ຄ່າຫໍພັກ, ເບ້ຍລ້ຽງ ແລະ ອື່ນໆ ຊຶ່ງນັກສຶກສາຈຳນວນ 30 ຄົນທີ່ໄດ້ຮັບທຶນ ແມ່ນໄດ້ອອກເດີນທາງໄປ ສສ ຫວຽດນາມ ຕັ້ງແຕ່ວັນທີ 12 ຕຸລາ 2023 ຫຼັງຈາກສຳເລັດພິທີມອບ-ຮັບທຶນຢ່າງເປັນທາງການ.
ໂດຍ ສົງການ ພັນແພງດີ
ຂ່າວທີ່ກ່ຽວຂ້ອງ