“ໄມ ດັກ ຊຸງ” ຈະອຳລາການຄຸມທີມເຕະບານຍິງ ທີມຊາດຫວຽດນາມ ທ້າຍປີ 2023

ທ່ານ Mai Duc Chung ຄູຝຶກປະສົບການສູງ ໄວ 72 ປີ ຈະອຳລາການຄຸມທີມເຕະບານຍິງ ທີມຊາດຫວຽດ ນາມ ຫຼັງສິ້ນສຸດປີ 2023 ນີ້ ຊຶ່ງການຄັດເລືອກໄປເຂົ້າຮ່ວມງານມະຫະກຳກິລາ ໂອແລມປິກ 2024 ຂົງເຂດອາຊີ ຮອບທີ 2 ຄືລາຍການສຸດທ້າຍທີ່ ທ່ານ Mai Duc Chung ຈະຄຸມທີມຊາດຫວຽດນາມ.
ພາຍໃຕ້ການຄຸມທີມຂອງຄູຝຶກທ່ານ Mai Duc Chung ທີມບານເຕະບານຍິງ ທີມຊາດຫວຽດນາມ ປະສົບຜົນສຳ ເລັດ ແບບບໍ່ເຄີຍ ມີມາກ່ອນຄື ຜ່ານການຄັດເລືອກເຂົ້າສູ່ຮອບສຸດທ້າຍ ເຕະບານຍິງ ຊີງແຊ໋ມໂລກ ຄັ້ງທຳອິດ (FIFA Women’s World Cup 2023) ໄດ້ອັນ 4 ເອຊຽນເກມ 2014, ຫຼຽນຄຳຊີເກມ 5 ສະໄໝ ແລະ ແຊ໋ມອາຊຽນ 1 ສະໄໝ.