Skip to main content

ງານມະຫະກຳກິລາເອຊຽນພາຣາເກມ ຄັ້ງທີ 4 ທີ່ ສປ ຈີນ ເປີດສາກຢ່າງເປັນທາງການ

ງານມະຫະກຳກິລາເອຊຽນພາຣາເກມ ຫຼື ກິລາຄົນພິການອາຊີ ຄັ້ງທີ 4 ທີ່ນະຄອນຫາງໂຈ ສປ ຈີນ ເປີດສາກຢ່າງເປັນທາງການໃນວັນທີ 22 ຕຸລາ 2023 ທີ່ສະໜາມ Hangzhou Sports Park ໂດຍໃຫ້ກຽດເຂົ້າຮ່ວມມີ ທ່ານ Ding Xuexiang ຮອງນາຍົກລັດຖະມົນຕີແຫ່ງ ສປ ຈີນ, ທ່ານ Andrew Parsons ປະທານຄະນະກຳມະ ການພາຣາແລມປິກສາກົນ (IPC) ພ້ອມດ້ວຍຄະນະຮັບຜິດຊອບຈັດການແຂ່ງຂັນ, ຄະນະນຳທີ່ເປັນ ຕົວແທນຈາກບັນ ດາຊາດໃນອາຊີ, ຄູຝຶກ, ນັກກິລາ, ອາສາສະໝັກ ແລະ ມວນຊົນ ຢ່າງເປັນຂະບວນຟົດຟື້ນ.


ງານກິລາເອຊຽນພາຣາເກມຄັ້ງນີ້ ມີນັກກິລາ 3.100 ກວ່າຄົນ ຈາກ 44 ປະເທດ ແລະ ເຂດແຄວ້ນໃນອາຊີເຂົ້າ ຮ່ວມຊີງ 564 ລາຍການ ໃນ 22 ປະເພດກິລາ, ແຂ່ງຂັນວັນທີ 22-28 ຕຸລາ 2023.