Skip to main content

ນັກຄົ້ນຄວ້າວິທະຍາສາດ 4 ມະຫາວິທະຍາໄລ ເຜີຍແຜ່ຜົນການຄົ້ນຄວ້າ ພາຍໃຕ້ການສະໜັບສະໜູນຂອງໂຄງການ SSHEP

24/10/2023

ນັກຄົ້ນຄວ້າວິທະຍາສາດ ຈຳນວນ 140 ທ່ານ ຈາກ 4 ມະຫາວິທະຍາໄລ ທີ່ໄດ້ຮັບທຶນການຄົ້ນຄວ້າ CRF ພາຍໃຕ້ການສະໜັບສະໜູນຂອງໂຄງການ SSHEP ໄດ້ເຜີຍແຜ່ຜົນງານການຄົ້ນຄວ້າວິທະຍາສາດຫຼາຍຫົວຂໍ້ ເພື່ອ ໃຫ້ແກ່ສັງຄົມ ກໍຄືພາກສ່ວນກ່ຽວຂ້ອງຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງ ເພື່ອນຳໄປຜັນຂະຫຍາຍ ຫຼື ຕໍ່ຍອດຜົນການຄົ້ນຄວ້າດັ່ງກ່າວ.

ກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ໂຄງການ SSHEP ຈັດກອງປະຊຸມ ເຜີຍແຜ່ຜົນການຄົ້ນຄວ້າວິທະຍາສາດຂອງນັກຄົ້ນຄວ້າວິທະຍາສາດ ຈາກ 4 ມະຫາວິທະຍາໄລ ທີ່ໄດ້ຮັບທຶນການຄົ້ນຄວ້າ CRF ພາຍໃຕ້ການສະໜັບສະໜູນຂອງໂຄງການ SSHEP ເມື່ອວັນທີ 19 ຕຸລາ ຜ່ານມາ ທີ່ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ຫຼື ມຊ  ພາຍໃຕ້ການເປັນປະທານຂອງທ່ານ ຮສ.​ປອ ຫຼ້າວັັນ​ ວົງຄໍາສານ ຮັກສາການຫົວໜ້າກົມການສຶກສາຊັ້ນສູງ ກະຊວງ ສສກ, ມີທ່ານ ຮສ.ປອ ຄູນ ສັກບົວວົງ ຮັກສາການອະທິການບໍດີ ມະຫາວິທະຍາໄລ ສະຫວັນນະເຂດ, ທ່ານ ປອ ພອນສະຫວັນ ເທບພະສຸລິທອນ ຮອງອະທິການບໍດີ ມະຫາວິທະຍາໄລ ຈຳປາສັກ, ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ຮອງອະທິການບໍດີ ມະຫາວິທະຍາໄລ ສຸພານຸວົງ, ທ່ານ ຮສ.ປອ ໂພສີ ຈັນມິ່ງ ຫົວໜ້າສະຖາບັນຝຶກອົບຮົມວຽກງານກວດສອບ, ອົງການກວດສອບແຫ່ງລັດ ແລະ ທ່ານ ຮສ.ປອ ສີຖານ ສຸຂະວົງ ຄະນະບໍດີ ຄະນະສຶກສາສາດ ມຊ ພ້ອມດ້ວຍບັນດານັກວິທະຍາສາດ ທີ່ພະນັກງານ, ຄູອາຈານ ແລະ ນ້ອງນັກສຶກສາເຂົ້າຮ່ວມ.

ປີ 2019-2022 ຜ່ານມາ, ກົມການສຶກສາຊັ້ນສູງ/ໂຄງການ SSHEP ໄດ້ໃຫ້ທຶນສະໜັບສະໜູນການຄົ້ນຄວ້າວິທະຍາສາດແກ່ 4 ມະຫາວິທະຍາໄລເປົ້າໝາຍຂອງໂຄງການ ຈໍານວນທັງໝົດ 52 ຫົວຂໍ້ ການໃຫ້ທຶນແບ່ງອອກເປັນ 2 ຊຸດ ຄື: ຊຸດທີ 1 ຈຳນວນ 48 ຫົວຂໍ້ ແລະ ຊຸດທີ 2 ຈຳນວນ 4 ຫົວຂໍ້. ທຶນການຄົ້ນຄວ້າທີ່ໂຄງການໄດ້ສະໜັບສະໜູນມີມູນຄ່າ 8,5 ຕື້ກີບ, ມີນັກຄົ້ນຄວ້າເຂົ້າຮ່ວມເປັນທີມງານການຄົ້ນຄວ້າທັງໝົດ 218 ຄົນ, ຍິງ 103 ຄົນ (47%) ສຳລັບທຶນ​ທີ່​ໃຫ້ແບ່ງ​ເປັນ 5 ກຸ່ມ (ງົບປະມານ 4.800-28.966 ໂດ​ລາ/ຫົວ​ຂໍ້) ຕາມ​ແຕ່​ລະ​ສາ​ຂາ​ວິ​ຊາ ຄື: ກຸ່ມສຶກ​ສາ​ສາດ: ຊຸດທີ 1 ຈຳນວນ 5 ຫົວ​ຂໍ້ ແລະ ຊຸດທີ 2 ຈຳນວນ 4 ຫົວຂໍ້ ລວມທັງໝົດ 9 ຫົວຂໍ້; ກຸ່ມພາ​ສາ​ສາດ: ມີທັງໝົດ 4 ຫົວ​ຂໍ້; ກຸ່ມເສດ​ຖະ​ສາດ, ທ່ອງ​ທ່ຽວ, ທຸ​ລະ​ກິດ, ນິ​ຕິ​ສາດ ແລະ ສັງ​ຄົມສາດ: ມີທັງໝົດ 8 ຫົວ​ຂໍ້;ກຸ່ມວິ​ທະ​ຍາ​ສາດ, ວິ​ສະ​ວະ​ກຳ​ສາດ, ສະ​ຖາ​ປັດ​ຕະ​ຍະ​ກຳ​ສາດ, ເຕັກ​ໂນ​ໂລ​ຊີ, ໄອ​ທີ, ວິ​ທະ​ຍາ​ສາດ​ການ​ກິ​ລາ: ມີທັງໝົດ 19 ຫົວຂໍ້; ກຸ່ມກະ​ເສດ​ສາດ, ປ່າ​ໄມ້, ສິ່ງ​ແວດ​ລ້ອມ, ວິ​ທະ​ຍາ​ສາດ​/ເຕັກ​ໂນ​ໂລ​ຊີ​ອາ​ຫານ ແລະ ຊັບ​ພະ​ຍາ​ກອນ​ນ້ຳ: ມີທັງໝົດ 12 ຫົວ​ຂໍ້. ແນວໃດກໍດີ, ປັດຈຸບັນທຸກຫົວຂໍ້ໄດ້ສໍາເລັດການຄົ້ນຄວ້າ ແລະ ໄດ້ຜ່ານການນໍາສະເໜີຜົນໃນກອງປະຊຸມຮັບຮອງຜົນການຄົ້ນຄວ້າ ທີ່ບ້ານທ່າລາດ ເມືອງແກ້ວອຸດົມ ແຂວງວຽງຈັນ ໃນໄລຍະຕົ້ນເດືອນພຶດສະພາ 2023.

ກອງປະຊຸມຄັ້ງນີ້, ຈັດຂຶ້ນໂດຍອີງຕາມການແນະນໍາຂອງຜູ້ໃຫ້ທຶນ ກໍຄື ADB ໃຫ້ກົມການສຶກສາຊັ້ນສູງ/ໂຄງການ SSHEP ມີການເຜີຍແຜ່ຜົນການຄົ້ນຄວ້າ CRF ໃຫ້ກວ້າງຂວາງ ຈຶ່ງໄດ້ສະໜັບສະໜູນໃຫ້ບັນດານັກຄົ້ນຄວ້າເຜີຍແຜ່ຜົນງານຄົ້ນຄວ້າໃນກອງປະຊຸມວິຊາການຕ່າງໆ ແລະ ຕີພິມບົດຄົ້ນຄວ້າລົງວາລະສານວິຊາການ. ກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າ CRF ໃນຄັ້ງນີ້, ກໍເປັນອີກເວທີໜຶ່ງເພື່ອເປີດໂອກາດໃຫ້ບັນດານັກຄົ້ນຄວ້າໄດ້ເຜີຍແຜ່ ແລະ ນໍາສະເໜີຜົນງານການຄົ້ນຄວ້າວິໄຈໃຫ້ແກ່ສັງຄົມ ກໍຄືພາກສ່ວນກ່ຽວຂ້ອງຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງ ເພື່ອນຳໄປຜັນຂະຫຍາຍ ຫຼື ຕໍ່ຍອດຜົນການຄົ້ນຄວ້າດັ່ງກ່າວ. ນອກຈາກນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການນໍາສະເໜີຜົນການຄົ້ນຄວ້າແຕ່ລະຫົວຂໍ້ ໃນແຕ່ລະຂົງເຂດສາຂາວິຊາ ເພື່ອໄດ້ຮັບຂໍ້ມູນ, ຄວາມຮູ້ ແລະ ສາມາດ ນໍາເອົາຜົນການຄົ້ນຄວ້ານໍາໄປຕໍ່ຍອດ ຫຼື ໝູນໃຊ້ໃນການສຶກສາ ຫຼື ໃນການດຳເນີນວຽກງານທີ່ກ່ຽວຂ້ອງໄດ້.

ກອງປະຊຸມດັ່ງກ່າວ, ຈັດຂຶ້ນໃນຮູບແບບກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າ ການສະເໜີຜົນການຄົ້ນຄວ້າໄດ້ແບ່ງເປັນ 5 ຫ້ອງ ແລະ ໃນແຕ່ລະຫ້ອງຈະແບ່ງເປັນພາກ ຫຼື Session ຕາມກຸ່ມສາຂາວິຊາທີ່ເຫັນວ່າສອດຄ່ອງກັນ ແລະ ຍັງມີປະທານ ຫຼື session chair ຊຶ່ງຈະເປັນຜູ້ນຳພາການສະເໜີຜົນການຄົ້ນຄວ້າ. ນອກຈາກນັ້ນ, ໂຄງການຍັງໄດ້ຈັດພິມປຶ້ມສັງລວມບົດຄັດຫຍໍ້ຂຶ້ນ ເພື່ອແຈກຢາຍໃຫ້ຜູ້ເຂົ້າຮ່ວມກອງປະຊຸມ. ສຳລັບຜູ້ທີ່ສົນໃຈສາມາດດາວໂຫຼດຟາຍອີເລັກໂຕຣນິກຂອງບົດຄັດຫຍໍ້ມາອ່ານໄດ້.

ສຳລັບຜູ້ເຂົ້າຮ່ວມກອງປະຊຸມເຜີຍແຜ່ນັ້ນ, ກົມການສຶກສາຊັ້ນສູງ ໄດ້ເຊື້ອເຊີນເອົາບັນດາຜູ້ບໍລິຫານ, ຄູອາຈານ, ນັກຄົ້ນຄວ້າ ແລະ ນັກສຶກສາ ຫຼື ຜູ້ຕາງໜ້າຈາກອົງການຈັດຕັ້ງລັດ, ສະຖານການສຶກສາຊັ້ນສູງ, ສະຖາບັນຄົ້ນຄວ້າທີ່ມີຄວາມກ່ຽວຂ້ອງ ຫຼື ຄາດວ່າຈະມີຄວາມສົນໃຈໃນຫົວຂໍ້ການຄົ້ນຄວ້າຕ່າງໆເຂົ້າຮ່ວມ ເປັນຕົ້ນແມ່ນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ; ພະແນກສຶກສາທິການ ແລະ ກິລາແຂວງ; ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ; ສະຖາບັນຄົ້ນຄວ້າວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ; ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ; ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ແລະ ກົມຕໍາຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ; ສະຖາບັນຄົ້ນຄວ້າກະສິກໍາ ແລະ ປ່າໄມ້ (NAFRI), ກົມປູກຝັງ ແລະ ກົມລ້ຽງສັດ ກະຊວງກະສິກໍາ ແລະ ປ່າໄມ້; ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ; ສະຖາບັນຄົ້ນຄວ້າພະລັງງານທົດແທນ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ບັນດາສະຖານການສຶກສາຊັ້ນສູງ ລວມທັງໝົດປະມານ 140 ທ່ານ.

ໂດຍ ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ