“ແມັກໄກວ” ແລະ “ໂອນານາ” ກາຍເປັນຮີໂຣ ພາ ແມນຢູ ເປີດບ້ານບຽດຊະນະ ໂຄເປນເຮເກນ ຫວຸດຫວິດ 1-0 ເກັບ 3 ແຕ້ມທຳອິດສຳເລັດ

ແຮຣີ ແມັກໄກວ ຮຽກຟອມເກັ່ງກັບມາໄດ້ດີຕໍ່ເນື່ອງ ຫຼ້າສຸດກາຍເປັນຮີໂຣໂໝ່ງປະຕູໄຊໃຫ້ກັບ ແມນເຊັດເຕີ ຢູໄນເຕັດ ເຊັ່ນດຽວກັບ ອັງເດຣ ໂອນານາ ທີ່ຊ່ວຍເຊັບລູດຈຸດໂທດໃນໄລຍະທົດເວລາບາດເຈັບ ພາທີມເປີດບ້ານເອົາຊະນະ ເອັບຊີ ໂຄເປນເຮເກນ ໄປໄດ້ແບບຫືດຂຶ້ນຄໍ 1-0 ປະຕູ ເກັບ 3 ຄະແນນທຳອິດໄດ້ສຳເລັດ ໃນການແຂ່ງຂັນເຕະບານ ຢູຟາ ແຊ໋ມແຊ໋ມປ້ຽນລີກ ລະດູການ 2023-2024 ຮອບແບ່ງກຸ່ມ.
ການແຂ່ງຂັນເຕະບານ ຢູຟາ ແຊ໋ມແຊ໋ມປ້ຽນລີກ ລະດູການ 2023-2024 ຮອບແບ່ງກຸ່ມ ນັດທີ 3 ເມື່ອຄືນວັນທີ 24 ຕຸລາ 2023 ມີການລົງສະໜາມແຂ່ງຂັນຫຼາຍຄູ່ໃນຫຼາຍກຸ່ມ ແຕ່ຄູ່ທີ່ໜ້າສົນໃຈ ເປັນການລົງສະໜາມຂອງກຸ່ມ ເອ ສະໂມສອນ ແມນເຊັດເຕີ ຢູໄນເຕັດ ຈາກອັງກິດ ເປີດສະໜາມໂອນແທຣບຟອດ ຕ້ອນຮັບການມາຢາມຂອງ ສະໂມສອນ ເອັບຊີ ໂຄເປນເຮເກນ ຈາກດານມາກ ຫຼື ເດັນມາກ ໂດຍເກມນີ້ ທ່ານ ເອຣິກ ເທນຮັກ ຄູຝຶກເຈົ້າຖິ່ນ ຕ້ອງການພາທີມເກັບ 3 ແຕ້ມໃຫ້ໄດ້ເພື່ອໃຫ້ຍັງຢູ່ໃນເສັ້ນທາງການລຸ້ນເຂົ້າຮອບຕໍ່ໄປ 3 ປະສານໃຊ້ງານ ມາຄັດ ແຣດຟອດ ຢືນເປັນປີກຊ້າຍ, ອັນໂຕນີ ປະຈຳການປີກຂວາ ແລະ ຣາດມຸດ ຮອຍລຸນ ຢືນເປັນໜ້າເປົ້າ ໂດຍມີ ບຣູໂນ ແຟນັນເດດ ກອງກາງຫົວໜ້າທີມເປັນຕົວສ້າງສັນເກມ. ສ່ວນ ທີມຢາມ ເອັບຊີ ໂຄເປນເຮເກນ ຈັດທີມປະກອບມີ ວິກເຕີ ເຄວສັນ, ໂມຮາເໝັດ ເອວຢູນູດຊີ ແລະ ເອລຽດ ອາຊູຣີ.
ເລີ່ມເກມການແຂ່ງຂັນໄດ້ພຽງ 2 ນາທີເທົ່ານັ້ນ ໂຄເປນເຮເກນ ໄດ້ທັກທາຍກ່ອນຈາກການຍິງໄກໄລຍະ 30 ຫຼາຂອງ ເອລຽດ ອາຊູຣີ ເຮັດໃຫ້ ອັງເດຣ ໂອນານາ ຕ້ອງໄດ້ອອກແຮງເຊັບອອກຫຼັງໄປ. ອີກ 5 ນາທີຕໍ່ມາ ຍັງເປັນ ໂຄເປນເຮເກນ ທີ່ໄດ້ລຸ້ນປະຕູອີກຄັ້ງຈາກຈັງຫວະໂຕ້ກັບໄວຂອງ ໂມຮາເໝັດ ເອວຢູນູດຊີ ຫຼຸດຂຶ້ນມາທາງເບື້ອງຂວາ ກ່ອນເປີດບານເຂົ້າມາໃນເຂດໂທດໃຫ້ ດິໂອໂກ ກອນຊັນເວດ ໄດ້ຍິງ ແຕ່ບານໄປຕຳເສົາອອກຫຼັງໄປຢ່າງໜ້າເສຍດາຍ ສ່ວນເວລາທີ່ເຫຼືອເຖິງວ່າທັງສອງທີມຈະເປີດເກມບຸກເຂົ້າໃສ່ກັນຢ່າງໜັກແຕ່ຍັງເຈາະເກມຮັບຂອງກັນແລະກັນບໍ່ໄດ້ ເຮັດໃຫ້ຈົບເຄິ່ງເວລາທຳອິດຍັງສະເໝີກັນຢູ່ 0-0.
ກັບເຂົ້າສູ່ເຄິ່ງເວລາທີສອງ ມາເຖິງນາທີ 50 ວິກເຕີ ເຄວສັນ ສົ່ງບານຈາກເບື້ອງຂວາເຂົ້າມາໜ້າເຂດໂທດໃຫ້ ລູຄັດ ເລຣາເກີ ໄດ້ຍິງ ແຕ່ ອັງເດຣ ໂອນານາ ຍັງໂດດປັດອອກຫຼັງໄດ້ທັນ. ອີກ 4 ນາທີຕໍ່ມາ ເປັນໂອກາດຂອງ ແມນເຊັດເຕີ ຢູໄນເຕັດ ຈາກຈັງຫວະທີ່ ມາຄັດ ແຣດຟອດ ພາບານຂຶ້ນມາທາງປີກຊ້າຍກ່ອນລາດຕັດເຂົ້າໄປໃນເຂດໂທດ ແລ້ວສົ່ງໃຫ້ ຣາດມຸດ ຮອຍລຸນ ແຕ່ບໍ່ມີຈັງຫວະຈິງ ກ່ອນສົ່ງຕໍ່ໃຫ້ ຄຣິດຕຽນ ອີຣິກເຊັນ ຕົວສຳຮອງ ໄດ້ຍິງລຽບບານເກືອບຈະສຽບເສົາຢູ່ແລ້ວ ແຕ່ ຄາມິວ ກຣາບາຣາ ຜູ້ຮັກສາປະຕູທີມຢາມຍັງໂດດປັດອອກຫຼັງໄດ້ຢ່າງຫວຸດຫວິດ.
ຢ່າງໃດກໍຕາມ, ມາເຖິງນາທີ 72 ຄວາມພະຍາຍາມຂອງເຈົ້າຖິ່ນ ແມນຢູ ກໍປະສົບຜົນສຳເລັດ ແລະ ແຟນໆກໍໄດ້ເຮກັນສະໜັ່ນຂັບສະໜາມ ເມື່ອ ຄຣິດຕຽນ ອີຣິກເຊັນ ໄດ້ບານຈາກເບື້ອງຂວາແລ້ວເປີດເຂົ້າມາໃນເຂດໂທດທາງເສົາສອງໃຫ້ ແຮຣີ ແມັກໄກວ ເອົາຫົວໂໝ່ງບານເຂົ້າໄປຢ່າງສວຍງາມ ເຮັດໃຫ້ ແມນຢູ ຂຶ້ນນຳເປັນ 1-0.
ມາເຖິງນາທີ 78 ໂອກາດຍັງເປັນຂອງແມນຢູ ເຈົ້າຖິ່ນ ຈາກຈັງຫວະໂຕ້ກັບໄວຂອງ ສະກອດ ແມັກໂທມິເນ ສົ່ງບານໃຫ້ ອະເລຮານໂດຣ ການາໂຊ ປີກດາວຮຸ່ງຕົວສຳຮອງ ໄດ້ຫຼຸດດ່ຽວເຂົ້າໄປຍິງໃນເຂດໂທດແບບໂລ່ງໆ ແຕ່ ຄາມິວ ກຣາບາຣາ ຍັງໜຽວ ໂດດປັດອອກມາໄດ້ ແລະ ມາເຂົ້າທາງ ສະກອດ ແມັກໂທມິເນ ໄດ້ຍິງຊ້ຳຈໍ່ໆແຕ່ບານຫຼຸດເສົາອອກໄປຢ່າງໜ້າເສຍດາຍ.
ແນວໃດກໍດີ, ມາເຖິງນາທີ 90+6 ແຟນບານເຈົ້າຖິ່ນກໍຕ້ອງງຽບສະງັກກັນທັງສະໜາມ ເມື່ອກຳມະການເຊັກວີເອອາຈາກຈັງຫວະທີ່ ແມັກໂທມິເນ ຍົກຕີນສູງໄປສະກັດບານໃນເຂດໂທດ ພ້ອມກັບຈັງຫວະທີ່ ໂມຮາ ເໝັດ ເອວຢູນູດຊີ ຈະເອົາຫົວໂໝ່ງບານ ກ່ອນກຳມະບານເປົ່າຊີ້ໃຫ້ເປັນຈຸດໂທດຂອງ ໂຄເປນເຮເກນ ກ່ອນທີ່ ຢໍດານ ລາດສັນ ຮັບໜ້າທີ່ຍິງ ແຕ່ຖືກ ອັງເດຣ ໂອນານາ ໃຊ້ມືຂວາເຊັບເອົາໄວ້ໄດ້ ຊ່ວຍໃຫ້ແມນຢູ ບໍ່ເສຍປະຕູ ແລະ ກໍເປັນໄຊຊະນະຂອງເຈົ້າຖິ່ນໃນທີ່ສຸດ ດ້ວຍສະກໍ 1-0.
ສ່ວນຜົນການແຂ່ງຂັນອີກຄູ່ໃນກຸ່ມດຽວກັນ ກາລາຕາຊາຣາຍ ຈາກຕວກກີ ເສຍໃຫ້ ບາເຢິນ ມິວນິກ ຈາກເຢຍລະມັນ 1-3. ສະຫຼຸບຕາຕະລາງຄະແນນ ຫຼັງຜ່ານໄປ 3 ນັດ ອັນດັບ 1 ບາເຢິນ ມິວນິກ ມີ 9 ຄະແນນ, ອັນດັບ 2 ກາລາຕາຊາຣາຍ ມີ 4 ຄະແນນ, ອັນດັບ 3 ແມນຢູ ມີ 3 ຄະແນນ ແລະ ອັນດັບ 4 ເອັບຊີ ໂຄເປນເຮເກນ ມີ 1 ຄະແນນ.
ກຸ່ມ ບີ ເຊບີຟາ ແຊ໋ມຢູຟາ ເອີໂຣປາລີກ ຈາກແອັດສະປາຍ 1-2 ແລະ ລ໊ອງ ຈາກຝຣັ່ງ ສະເໝີ ພີເອັດວີ ໄອໂຮເຟນ ຈາກໂຮງລັງ 1-1. ສະຫຼຸບຕາຕະລາງຄະແນນຫຼັງຜ່ານໄປ 3 ນັດ ອັນດັບ 1 ອາເຊນອນ ມີ 6 ຄະແນນ, ອັນດັບ 2 ລ໊ອງ ມີ 5 ຄະແນນ, ອັນດັບ 3 ເຊບີຢາ ມີ 2 ຄະແນນ ແລະ ອັນດັບ 4 ພີເອັດວີ ໄອໂຮເຟນ ມີ 2 ຄະແນນ.
ກຸ່ມ ຊີ ສະປໍຕິງ ບຣາກາ ຈາກປອກຕຸຍການ ເສຍໃຫ້ ຣີວ ມາດຣິດ 1-2 ຈາກແອັດສະປາຍ ແລະ ອູນິໂອນ ເບີລິນ ຈາກເຢຍລະມັນ ເສຍ ນາໂປລີ ຈາກອີຕາລີ 0-1. ສະຫຼຸບຕາຕະລາງຄະແນນ ຫຼັງຜ່ານໄປ 3 ນັດ ອັນດັບ 1 ຣີວ ມາດຣິດ ມີ 9 ຄະແນນ, ອັນດັບ 2 ນາໂປລີ ມີ 6 ຄະແນນ, ອັນດັບ 3 ບຣາກາ ມີ 3 ຄະແນນ ແລະ ອັນດັບ 4 ອູນິໂອນ ບໍ່ມີຈັກຄະແນນ.
ກຸ່ມ ດີ ອິນເຕີ ມິລານ ຈາກອີຕາລີ ຊະນະ ເຣດບູນ ຊັນບວກ ຈາກໂອຕຣິດ 2-1 ແລະ ເບນຟິກາ ຈາກປອກຕຸຍການ ເສຍໃຫ້ ຣີວ ໂຊເຊຍດາດ ຈາກແອັດສະປາຍ 0-1. ສະຫຼຸບຕາຕະລາງຄະແນນ ຫຼັງຜ່ານໄປ 3 ນັດ ອັນດັບ 1 ຣີວ ໂຊເຊຍດາດ ມີ 7 ຄະແນນ, ອັນດັບ 2 ອິນເຕີ ມິລານ ມີ 7 ຄະແນນ, ອັນດັບ 3 ເຣດບູນ ຊັນບວກ ມີ 3 ຄະແນນ ແລະ ອັນດັບ 4 ເບນຟິກາ ບໍ່ມີຈັກຄະແນນ.
ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ