Skip to main content

ສຳມະນາ 8 ເສົາຫຼັກຍຸດທະສາດ ສົ່ງເສີມການພັດທະນາເຕະບານຍິງແບບຍືນຍົງ ຮອດປີ 2027

25/10/2023

ຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ ຫຼື ສຕລ, ຄະນະບໍລິຫານງານສະຫະພັນບານເຕະ 17 ແຂວງ ແລະ 1 ນະຄອນຫຼວງວຽງຈັນ ແລະ ບັນດາສະໂມສອນຕ່າງໆ ຕະຫຼອດຮອດບັນດາສື່ມວນຊົນຮ່ວມສຳມະນາການພັດທະນາກິລາເຕະບານຍິງແບບຍືນຍົງ ໃນໄລຍະ 5 ປີ ຕໍ່ໜ້າ ກໍຄື ແຕ່ນີ້ຮອດປີ 2027 (LFF WOMEN’S FOOTBALL DEVELOPMENT WORKSHOP 2023).
ສຕລ ໄດ້ຈັດກອງປະຊຸມສຳມະນາ ການພັດທະນາກິລາເຕະບານຍິງແບບຍືນຍົງ ແຕ່ນີ້ຮອດປີ 2027 ຢູ່ທີ່ຫ້ອງປະຊຸມໂຮງແຮມ ແລນມາກ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ, ມີີ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ຜູ້ຕາງໜ້າຈາກສະຫະພັນບານເຕະສາກົນ ຫຼື ຟີຟາ, ຕົວແທນຈາກອົງການຈັດຕັ້ງພາກລັດ-ເອກະຊົນ, ຄະນະບໍລິຫານງານ ສຕລ, ຜູ້ແທນຈາກບັນດາສະຫະພັນບານເຕະແຂວງ, ນະຄອນຫຼວງ, ຜູ້ສະໜັບສະໜູນ, ຕາງໜ້າຈາກສະໂມສອນກິລາບານເຕະລາວລີກ 1 ປະຈໍາປີ 2023, ບັນດາຄູຝຶກທີມຊາດລາວ ແລະ ສື່ມວນຊົນ ເຂົ້າຮ່ວມ.


ໂອກາດນີ້, ທ່ານ ວີເພັດ ສີຫາຈັກ ກ່າວວ່າ: “ສຕລ ໄດ້ເຫັນຄວາມສຳຄັນໃນການພັດທະນາກິລາເຕະບານຍິງ ໂດຍມີການສົ່ງເສີມໃຫ້ການແຂ່ງຂັນພາຍໃນ ເຊັ່ນ: ການແຂ່ງຂັນເຕະບານ ລາວລີກຍິງ ປະຈຳປີ 2023 ທີ່ໄດ້ເລີ່ມຂຶ້ນໃນທ້າຍອາທິດທີ່ຜ່ານມາ ລວມທັງການແຂ່ງຂັນເຕະບານເຍົາວະຊົນໃນແຕ່ລະແຂວງ. ພ້ອມດຽວກັນນັ້ນ, ຍັງໄດ້ສົ່ງເສີມການພັດທະນາບຸກຄະລາກອນທີ່ເປັນເພດຍິງ ແລະ ຊຸກຍູ້ໃຫ້ເຂົາເຈົ້າກ້າວສູ່ລະດັບເວທີສາກົນ ເຊັ່ນ: ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສຕລ ພ້ອມທັງເປັນຄະນະບໍລິຫານງານຂອງ FIFA ແລະ AFC ແລະ ທ່ານ ນາງ ພຸດສະຫວັນ ຈັນທະວົງ ກຳມະການຕັດສິນຍິງລະດັບ AFC ELITE ທີ່ໄດ້ເຂົ້າຮ່ວມຕັດສິນລະດັບສາກົນມາຫຼາຍຄັ້ງແລ້ວ, ການພັດທະນາກິລາເຕະບານຍິງໃນ ສປປ ລາວ ຈະບໍ່ສາມາດບັນລຸເປົ້າໝາຍໄດ້ ຫາກຂາດການຮ່ວມມື ແລະ ສະໜັບສະໜູນຈາກພາກລັດ ກໍຄື ກະຊວງສຶກສາທິການ ແລະ ກິລາ, ສະຫະພັນບານເຕະແຂວງ, ນະຄອນຫຼວງ, ສະໂມສອນ ແລະ ສະຖາບັນການສຶກສາ ໃນການພັດທະນາດ້ານກິລາ, ຜູ້ສະໜັບສະໜູນ, ສື່ມວນຊົນ ທີ່ຈະຊ່ວຍຊຸກຍູ້ສົ່ງເສີມ ແລະ ເປັນກະບອກສຽງໃຫ້ແກ່ການພັດທະນາກິລາບານເຕະຍິງໃນຂອບເຂດທົ່ວປະເທດ”.

ໂອກາດດຽວກັນ, ທ່ານ ນາງ ກັນຍາ ແກ້ວມະນີ ກໍໄດ້ກ່າວວ່າ “ສຳລັບໂຄງການການພັດທະນາກິລາເຕະບານຍິງນີ້ເກີດຂຶ້ນ ຊຶ່ງເປັນຄັ້ງທຳອິດ ທີ່ ສຕລ ໄດ້ມີການສ້າງແຜນຍຸດທະສາດ ພັດທະນາກິລາເຕະບານຍິງ ໂດຍເປັນການສຶກສາຄົ້ນຄວ້າຈາກພະແນກເຕັກນິກ-ວິທະຍາ ຂອງ ສຕລ ຮ່ວມກັບຟີຟາ ຕິດຕາມຢ່າງໃກ້ສິດໃນທຸກຂັ້ນຕອນ ເພື່ອສ້າງໃຫ້ແຜນຍຸດທະສາດນີ້ສົມບູນແບບທີ່ສຸດ ແລະ ສ້າງຄວາມໝັ້ນໃຈແກ່ຜູ້ໃຫ້ທຶນກໍຄື ຟີຟາໃນການຮັບຮອງໂຄງການດັ່ງກ່າວ ແລະ ມອບທຶນໃຫ້ກັບ ສຕລ ເພື່ອຈັດຕັ້ງແຜນຍຸດທະສາດໃຫ້ເກີດໝາກຜົນທີ່ສຸດ”.

ແນວໃດກໍດີ, ທາງ ສຕລ ກໍຍັງໄດ້ເລັງເຫັນຄວາມສຳຄັນໃນການສ້າງໂຄງການພັດທະນາກິລາເຕະບານຍິງນີ້ ໂດຍເລີ່ມຈາກການວາງແຜນຍຸດທະສາດເພື່ອເປັນແບບແຜນການຈັດຕັ້ງປະຕິບັດໃຫ້ມີການພັດທະນາແບບຍືນຍົງ ໃນວາລະຂອງການສຳມະນາ ຜູ້ເຂົ້າຮ່ວມສຳມະນາຍັງໄດ້ຮ່ວມສົນທະນາ ເພື່ອແລກປ່ຽນຄວາມຄິດເຫັນໂດຍແບ່ງການສົນທະນາເປັນກຸ່ມ 8 ເສົາຫຼັກກຍຸດທະສາດ ປະກອບມີ ບານເຕະຂັ້ນພື້ນຖານ, ການເຟັ້ນຫານັກກິລາພອນສະຫວັນ, ການພັດທະນາພອນສະຫວັນ, ພັດທະນາຄູຝຶກ, ລີກ/ສະໂມສອນ, ທີມຊາດ, ການບໍລິຫານ-ການປົກຄອງ ແລະ ການສະໜັບສະໜູນ.

ຂ່າວໂດຍ: ສົງການ ພັນແພງດີ