Skip to main content

ຊາວໜຸ່ມ ຮາກຖານ ວຕສ ຮັບທຸງໄຊນຳໜ້ານາມມະຍົດ 4 ບຸກ

24/10/2023

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ຄຊປປລ) ຮາກຖານ ວິທະຍາໄລເຕັກນິກສັບພະວິຊາ ຫຼື ວຕສ ສາມາດຮັກສາມູນເຊື້ອໃນການຈັດຕັ້ງປະຕິບັດວຽກງານຊາວໜຸ່ມໄດ້ເປັນຢ່າງດີ ແລະ ໄດ້ຮັບນາມຍົດຊາວໜຸ່ມ 4 ບຸກດີເດັ່ນ 3 ປີຊ້ອນ ໄດ້ຮັບທຸງໄຊນໍາໜ້ານາມມະຍົດ 4 ບຸກຂອງກະຊວງສຶກສາທິການ ແລະ ກິລາ (ສສກ) ຢ່າງສົມກຽດ.

ພິທີຮັບທຸງໄຊນຳໜ້ານາມມະຍົດ 4 ບຸກດັ່ງກ່າວ, ໄດ້ມີຂຶ້ນ ເມື່ອວັນທີ 18 ຕຸລາ ຜ່ານມາ ທີ່ສະໂມສອນວິທະຍາໄລເຕັກນິກສັບພະວິຊາ ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ວິໄລພອນ ພົມມະຫາໄຊ ເລຂາພັກຮາກຖານ ທັງເປັນຜູ້ອໍານວຍການວິທະຍາໄລເຕັກນິກສັບພະວິຊາ, ສະຫາຍ ໄພວັນ ບັນດາສັກ ຮອງຄະນະບໍລິຫານງານຊາວໜຸ່ມ ກະຊວງສຶກສາ ແລະ ກິລາ ທັງເປັນເລຂາຊາວໜຸ່ມ ວິທະຍາໄລອ້ອມຂ້າງ ສສກ ແລະ ສະຫາຍ ສັນໄຊ ແກ້ວບຸນຄຸນ ເລຂາຄະນະບໍລິຫານງານຊາວໜຸ່ມ ຮາກຖານ ວິທະຍາໄລເຕັກນິກສັບພະວິຊາ ພ້ອມດ້ວຍຕາງໜ້າສາມອົງການຈັດຕັ້ງມະຫາຊົນ ວິທະຍາໄລອ້ອມຂ້າງ, ຫົວໜ້າ-ຮອງຫົວໜ້າພະແນກ, ພາກວິຊາ, ແຂກທີ່ຖືກເຊີນ ພ້ອມດ້ວຍຄູອາຈານແລະ ນັກສຶກສາຢ່າງພ້ອມພຽງ.

ໂອກາດນີ້, ສະຫາຍ ສັນໄຊ ແກ້ວບຸນຄຸນ ໄດ້ຜ່ານບົດສະຫຼຸບຜົນງານການຈັດຕັ້ງປະຕິບັດວຽກງານຊາວໜຸ່ມ ໃນໄລຍະຜ່ານມາໃຫ້ຮູ້ວ່າ: ໜ່ວຍຊາວໜຸ່ມ ວິທະຍາໄລເຕັກນິກສັບພະວິຊາ ເປັນໜ່ວຍຊາວໜຸ່ມຮາກຖານທີ່ຂຶ້ນກັບ ຄະນະບໍລິຫານງານຊາວໜຸ່ມວິທະຍາໄລອ້ອມຂ້າງ ສສກ ປັດຈຸບັນມີສະມາຊິກທັງໝົດ 768 ສະຫາຍ, ຍິງ 235 ສະຫາຍ ໃນນັ້ນ ຄະນະບໍລິຫານງານຊາວໜຸ່ມ ມີຈຳນວນ 1 ສະຫາຍ ເປັນຄະນະບໍລິຫານງານຊາວໜຸ່ມ ສສກ ແລະ 1 ສະຫາຍ ເປັນຄະນະບໍລິຫານງານຊາວໜຸ່ມວິທະຍາໄລອ້ອມຂ້າງ ສສກ, ມີສະມາຊິກພັກ 14 ສະຫາຍ, ສະມາຊິກພັກສຳຮອງ 3 ສະຫາຍ, ສະມາຊິກແມ່ຍິງ 25 ສະຫາຍ, ສະມາຊິກກໍາມະບານ 68 ສະຫາຍ, ຍິງ 30 ສະຫາຍ, ຄະນະບໍລິຫານງານຊາວໜຸ່ມ ວຕສ ມີເລຂາ 1 ສະຫາຍ, ຮອງເລຂາ 1 ສະຫາຍ ແລະ ປະທານກວດກາ 1 ສະຫາຍ ພ້ອມ ຄະນະ 2 ສະຫາຍ.

ການເຄື່ອນໄຫວຽກງານ 4 ບຸກຂອງ ວຕສ ໄດ້ດຳເນີນການປະເມີນ ແລະ ປະກາດຄັ້ງທີ Ι ແຕ່ສົກປີ 2017-2018 ແລະ ໄດ້ດໍາເນີນການປະເມີນ ຄັ້ງທີ ΙΙ ແມ່ນໃນວັນທີ 10 ມີນາ 2020, ຄັ້ງທີ III ແມ່ນໃນວັນ 26 ພຶດສະພາ 2022 ແລະ ຄັ້ງທີ IV ແມ່ນໃນວັນທີ 27 ເມສາ 2023. ຜ່ານການຈັດຕັ້ງປະຕິບັດ ແລະ ຜ່ານການປະເມີນຂໍ້ແຂ່ງ 4 ບຸກແຕ່ລະດ້ານຂອງຄະນະບໍລິຫານງານຊາວໜຸ່ມ ວຕສ ໂດຍສະເພາະບຸກດ້ານແນວຄິດພາຍໃຕ້ການຊີ້ນຳ ນຳພາຂອງຄະນະພັກຮາກຖານວິທະຍາໄລເຕັກນິກສັບພະວິຊາ ໄດ້ນຳພາທາງດ້ານການເມືອງແນວຄິດຕິດພັນກັບວຽກງານການສິດສອນ, ວຽກງານວິຊາສະເພາະ, ນຳພາເຊື່ອມຊຶມແນວທາງ, ແຜນນະໂບາຍ, ມະຕິ-ຄຳສັ່ງ, ກົດລະບຽບຂອງພັກ, ກົດໝາຍຂອງລັດ, ເຮັດໃຫ້ສະມາຊິກຊາວໜຸ່ມມີຄວາມຫ້າວຫັນປະຕິບັດໜ້າທີ່ວຽກງານຕົນເອງໃຫ້ສຳເລັດ, ມີສະຕິຕື່ນຕົວສູງຕໍ່ການຈັດຕັ້ງ ແລະ ມີຄວາມເອົາໃຈໃສ່ເຂົ້າຮ່ວມທຸກການເຄື່ອນໄຫວທີ່ອົງການຈັດຕັ້ງໄດ້ວາງໄວ້ ໂດຍລວມແລ້ວ ສະມາຊິກຊາວໜຸ່ມພາຍໃນວິທະຍາໄລ ມີຄວາມອຸ່ນອ່ຽງທຸ່ນທ່ຽງ, ມີຄວາມເຊື່ອໝັ້ນຕໍ່ການຊີ້ນຳ ນຳພາຂອງພັກ-ລັດ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ, ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ບໍ່ວ່າພະນັກງານພາຍໃນຫຼື ຄອບຄົວພະນັກງານໃນເວລາເຈັບເປັນ, ເກີດລູກ, ແຕ່ງງານ, ເສຍຊີວິດ ແລະ ອື່ນໆ.

ສ່ວນບຸກດ້ານການຝຶກຝົນຫຼໍ່ຕົນເອງ ສະມາຊິກພາຍໃນວິທະຍາໄລ ໄດ້ມີຄວາມບຸກບືນ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງຢ່າງບໍ່ຢຸດຢັ້ງ ເຫັນໄດ້ຈາກການໄປຍົກລະດັບຄວາມຮູ້ວິຊາສະເພາະລະດັບປະລິນຍາໂທ 6 ສະຫາຍ, ເປັນຄູຝຶກ ໃນວຽກງານການສິດສອນ ໂດຍເອົານັກຮຽນເປັນໃຈກາງຈຳນວນ 74 ສະຫາຍ,​ ເຂົ້າຮ່ວມໃນການຝຶກອົບຮົມ-ຖອດຖອນບົດຮຽນ ແລະ ປ່ຽນບົດຮຽນຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ເອົາມານຳໃຊ້ເຂົ້າໃນວຽກງານຂອງຕົນເອງດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດ, ສະມາຊິກທີ່ສັງກັດຢູ່ກຳມະບານໄດ້ຮັບໃບຍ້ອງດີເດັ່ນໃນການເຄື່ອນໄຫວວຽກງານກຳມະບານ 74 ສະຫາຍ, ສະມາຊິກທີ່ສັງກັດຢູ່ສະຫະພັນແມ່ຍິງໄດ້ຮັບໃບຍ້ອງດີເດັ່ນໃນການເຄື່ອນໄຫວວຽກງານແມ່ຍິງ 35 ສະຫາຍ, ສະມາຊິກທີ່ສັງກັດຊາວໜຸ່ມໄດ້ຮັບໃບຍ້ອງຂັ້ນກະຊວງ ແລະ ຂັ້ນຊາວໜຸ່ມວິທະຍາໄລອ້ອມຂ້າງກະຊວງ 950 ສະຫາຍ, ໄດ້​ລະດົມ​ນ້ອງ​ນັກ​ສຶກສາ​ທີ່​ເປັນ​ຊາວໜຸ່ມຂຽນຄຳ​ຂວັນຂອງ​ຊາວໜຸ່ມຕິດຕາມຕຶກ​ອາຄານ ​ແລະ ຫ້ອງ​ຮຽນ, ໄດ້ມີການບໍລິຈາກສະບຽງອາຫານໃຫ້ແກ່ນັກສຶກສາຫໍພັກໄລຍະການລະບາດຂອງພະຍາດໂຄວິດ 19 ຈໍານວນ 11 ເທື່ອ ມີຈໍານວນນັກສຶກສາ 1.400 ຄົນ.

ບຸກດ້ານການຈັດຕັ້ງ, ສະມາຊິກໄດ້ຮັບເຂົ້າເປັນສະມາຊິກພັກສົມບູນ 13 ສະຫາຍ, ສຳຮອງ 6 ສະຫາຍ, ມະຫາຊົນກ້າວໜ້າ ທັງໝົດ 19 ສະຫາຍ, ຍິງ 6 ສະຫາຍ. ນອກຈາກນັ້ນ, ສະມາຊິກຊາວໜຸ່ມພາຍໃນວິທະຍາໄລ ໄດ້ຮັບການເລືອກຕັ້ງເປັນຄະນະບໍລິຫານງານຊາວໜຸ່ມກະຊວງສຶກສາທິການ ແລະ ກິລາ 1 ສະຫາຍ ແລະ ໄດ້ຮັບເລືອກເປັນຄະນະບໍລິຫານງານຊາວໜຸ່ມວິທະຍາໄລອ້ອມຂ້າງກະຊວງສຶກສາທິການ ແລະ ກິລາ 2 ສະຫາຍ, ໄດ້ດຳເນີນການປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຜ່ານບົດສຳຫຼວດສະມາຊິກຊາວໜຸ່ມໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຊາວໜຸ່ມ ປະຈຳປີ 2020 ຊຶ່ງແຕ່ລະສະຫາຍໄດ້ປະກອບຄຳເຫັນ, ຈິງໃຈຕຳນິເພື່ອກໍ່ສ້າງເຊີ່ງກັນ ແລະ ກັນ ເຫັນວ່າສະມາຊິກທຸກສະຫາຍຈິງໃຈຮັບຟັງຄຳຕິຊົມຈາກໜູ່ເພື່ອນ ແລະ ເພື່ອປັບປຸງໂຕເອງໃຫ້ດີຂຶ້ນແຕ່ລະກ້າວ.

ບຸກທາງດ້ານວິຊາຊີບ-ສ້າງວຽກເຮັດງານທຳ, ໄດ້ປະຕິບັດໜ້າທີ່ວິຊາສະເພາະຂອງອົງການຈັດຕັ້ງເປັນປົກກະຕິຕາມການມອບໝາຍຂອງຂັ້ນເທິງດ້ວຍຄວາມຮັບຜິດຊອບສູງ, ສະມາຊິກຊາວໜຸ່ມທີ່ເປັນພະນັກງານນອກຈາກການເຮັດວຽກປະຈຳທີ່ມີເງິນເດືອນເປັນຫຼັກແລ້ວ ຍັງມີກິດຈະກຳເສີມພາຍໃນຄອບຄົວຂອງຕົນເອງດ້ວຍການປູກພືດສວນຄົວ, ລ້ຽງສັດ ເພື່ອຫຼຸດຜ່ອນພາລະການໃຊ້ຈ່າຍພາຍໃນຄອບຄົວ, ບາງສະຫາຍຍັງຖືໂອກາດຫວ່າງ ສ້າງເສດຖະກິດຄອບຄົວ ດ້ວຍຮູບການຂາຍເຄື່ອງຜ່ານສີ່ອອນລາຍ ເພື່ອເຮັດໃຫ້ຊີວິດການເປັນຢູ່ພາຍໃນຄອບຄົວດີຂຶ້ນເທື່ອລະກ້າວ ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກ, ປະຕິບັດໜ້າທີ່ວິຊາສະເພາະຂອງອົງການຈັດຕັ້ງເປັນປົກກະຕິຕາມການມອບໝາຍຂອງຂັ້ນເທິງດ້ວຍຄວາມຮັບຜິດຊອບ, ສະມັກຊິກທີ່ເປັນອາຈານໄດ້ຕັ້ງໜ້າສິດສອນວິຊາສະເພາະຂອງຕົນ ເພື່ອໃຫ້ນ້ອງນັກສຶກສາ ສາມາດເອົາໄປປະກອບວຽກງານຕົວຈິງໄດ້, ສະມາຊິກທີ່ເປັນນັກສຶກສາ ສາມາດຜະລິດອຸປະກອນໄດ້ຫຼາຍຢ່າງ ເຊັ່ນ: ຊາວໜຸ່ມພາກໄອທີ ສາມາດຜະລິດຫຸ່ນຍົນ, ການຫົດນໍ້າໂດຍນໍາໄຊ້ໂທລະສັບ, ການແປງຄອມຜິວເຕີ, ຕິດຕັ້ງໂປຣແກຣມອື່ນໆ ສາມາດຮັບບໍລິການພາຍນອກໄດ້, ຊາວໜຸ່ມພາກໄຟຟ້າ ກໍສາມາດຕິດຕັ້ງໄຟຟ້າຕາມອາຄານ,ໄຟຟ້າຕາຄາຍ ແລະ ສາມາດຕິດຕັ້ງໄຟຟ້າໂຊລະຊຽວ ສາມາດບໍລິການພາຍນອກໄດ້, ຊາວໜຸ່ມພາກທໍລະນີສາດ ແລະ ພາກບໍ່ແຮ່ ກໍສາມາດສໍາຫຼວດເເຮ່, ປຸງແຕ່ງ, ຂຸດຄົ້ນແຮ່ ແລະ ສາມາດວິໄຈແຮ່ ສາມາດບໍລິການພາຍນອກໄດ້ ແລະ ຊາວໜຸ່ມພາກສໍາຫຼວດ ແລະ ຄຸ້ມຄອງທີ່ດິນ ສາມາດສໍາຫຼວດທາງ, ເຮັດໃບຕາດິນ, ປະເມີນລາຄາສັບສິນ, ຊ່ວຍໂຮງຮຽນ, ບໍລິສັດ ແລະ ສາມາດຝຶກອົບຮົມໃຫ້ຂະແໜງການທີ່ກ່ຽວຂ້ອງໄດ້.

ໂດຍ ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ