ເຊວຊີ ໄລ່ຕີສະເໝີ ແມນຊິຕີ ທ້າຍເກມແບບສຸດມ່ວນ 4-4 ແບ່ງກັນໄປທີມລະ 1 ຄະແນນ ເຕະບານພຣີເມຍລີກ ອັງກິ ນັດທີ 12

ການແຂ່ງຂັນເຕະບານ ພຣີເມຍລີກ ອັງກິດ ລະດູການ 2023-2024 ນັດທີ 12 ເມື່ອວັນທີ 12 ພະຈິກ 2023 ສະໂມສອນ ເຊວຊີ ເປີດສະໜາມສະແຕມຟອດບຣິດ ຕ້ອນຮັບການມາຢາມຂອງ ສະໂມສອນ ແມນເຊັດເຕີ ຊິຕີ ແຊ໋ມເກົ່າ ທັງເປັນທີມນຳຕາຕະລາງໃນປັດຈຸບັນ ໂດຍເກມນີ້ ທ່ານ ເມົາຣິຊິໂອ ໂປເຊັດຕິໂນ ຄູຝຶກເຊວຊີ ຈັດ 3 ປະສານແດນໜ້າ ນິໂຄລັດ ແຈັກສັນາ, ຣາຮິມ ສະເຕີລິງ ແລະ ໂຄ ພາວເມີ ສ່ວນ ທ່ານ ເປບ ກວາດິໂອລາ ຄູຝຶກແມນຊິເຕີ ໃຊ້ງານ ເອີລິງ ຮາແລນ, ຮູລຽນ ອັນວາເຣດ ແລະ ເຂເຣມີ ໂດກູ ຫວັງເກັບ 3 ຄະແນນກັບບ້ານໃຫ້ໄດ້.
ຜ່ານການແຂ່ງຂັນຜົນປະກົດວ່າ ທັງສອງທີມຫຼິ້ນກັນໄດ້ແບບສຸດມ່ວນໂດຍຍິງກັນໄປເຖິງ 8 ປະຕູ ຊຶ່ງເປັນຝ່າຍທີມຢາມ ແມນຊິເຕີ ທີ່ໄດ້ປະຕູຂຶ້ນນຳກ່ອນ 1-0 ຕັ້ງແຕ່ນາທີ 25 ຈາກຈຸດໂທດຂອງ ເອີລິງ ຮາແລນ. ຈາກນັ້ນ ເຈົ້າບ້ານ ເຊວຊີ ມາໄດ້ປະຕູຕີສະເໝີເປັນ 1-1 ໃນນາທີ 29 ຈາກລູກໂໝ່ງຂອງ ຕິອາໂກ ຊິວວາ. ແນວໃດກໍດີເຖິງວ່າເກມຈະເປັນຮອງ ແຕ່ເຊວຊີ ກໍມາຍິງປະຕູພິກແຊງຂຶ້ນນຳເປັນ 2-1 ຈົນໄດ້ໃນນາທີ 37 ຈາກການຍິງຂອງ ຣາຮິມ ສະເຕີລິງ ແຕ່ມາໃນໄລຍະທ້າຍເກມນາທີ 45+1 ແມນຊິຕີ ຍິງປະຕູໄລ່ຕີສະເໝີເປັນ 2-2 ຈາກການໂໝ່ງຂອງ ມານູເອວ ອາຄັນຈີ ກ່ອນຈະຈົບເຄິ່ງເວລາທຳອິດດ້ວຍສະກໍນີ້.
ເລີ່ມຕົ້ນເຄິ່ງເວລາທີ 2 ໄດ້ພຽງ 2 ນາທີເທົ່ານັ້ນ ແມນຊິຕີ ມາໄດ້ປະຕູຂຶ້ນນຳເປັນ 3-2 ຈາກການຍິງຂອງ ເອີລິງ ຮາແລນ ແລະ ເປັນປະຕູທີສອງຂອງລາວໃນເກມນີ້ ພ້ອມມີລຸ້ນຍິງແຮດທຣິກ. ມາເຖິງນາທີ 67 ເຊວຊີ ເຈົ້າບ້ານ ມາໄດ້ປະຕູຕີສະເໝີເປັນ 3-3 ຈາກການຍິງຂອງ ນິໂຄລັດ ແຈັກສັນ ແຕ່ເຖິງແນວໃດກໍຕາມ ມາເຖິງນາທີ 86 ແມນຊິຕີ ມາໄດ້ປະຕູຂຶ້ນນຳອີກຄັ້ງເປັນ 4-3 ຈາກການຍິງຂອງ ໂຣດຣີ. ເກມເບິ່ງຄືວ່າຈະຈົບລົງດ້ວຍໄຊຊະນະຂອງແມນຊິຕີ ທີມຢາມ ແຕ່ສຸດທ້າຍສຽງໝາກຫວີດກຳມະການຍັງບໍ່ສິ້ນສຸດ ຄວາມຫວັງແຟນບານເຈົ້າຖິ່ນກໍຍັງມີສະເໝີ ເມື່ອມາເຖິງນາທີ 90+2 ເຊວຊີ ມາໄດ້ຈຸດໂທດ ແລະ ເປັນ ໂຄ ພາວເມີ ອະດີດເດັກສ້າງຈາກອະຄາເດມີແມນຊິຕີ ຮັບໜ້າທີ່ຍິງເຂົ້າໄປ ຊ່ວຍໃຫ້ ເຊວຊີ ໄລ່ຕີສະເໝີເປັນ 4-4 ແລະ ກໍຈົບດ້ວຍສະກໍນີ້ ແບ່ງກັນໄປທີມລະ 1 ຄະແນນ. ຈາກຜົນສະເໝີໃນນັດນີ້ ເຮັດໃຫ້ ແມນຊິຕີ ເກັບເພີ່ມເປັນ 28 ຄະແນນ ເປັນທີມນຳຕາຕະລາງຕໍ່ໄປ ສ່ວນເຊວຊີ ເກັບເພີ່ມເປັນ 16 ຄະແນນ ຢູ່ອັນດັບທີ 10 ຂອງຕາຕະລາງ.
ສ່ວນຜົນການແຂ່ງຂັນຄູ່ອື່ນໆ ແອັດຕັນ ວິນລາ ຊະນະ ຟູແລມ 3-1, ໄບຣຕັນ ສະເໝີ ເຊັບຟິວ ຢູໄນເຕັດ 1-1, ລິເວີພູ ຊະນະ ເບຣນຟອດ 3-0 ແລະ ເວດແຮມ ຢູໄນເຕັດ ຊະນະ ນັອດຕິງແຮມ ຟໍເຣດ 3-2.
ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ