Skip to main content

ເປີດສາກຂຶ້ນແລ້ວ ການແຂ່ງຂັນບານສົ່ງໃນຮົ່ມຍິງ-ຊາຍ ເບຍລາວ ແຊ໋ມປ້ຽນຊິບ 2023

13/11/2023

ພາຍຫຼັງທີ່ໄດ້ດຳເນີນການແຂ່ງຂັນກິລາບານ ບານສົ່ງໃນຮົ່ມ ຍິງ-ຊາຍ ລາຍການ Beerlao Volleyball Championship 2023 ແຕ່ວັນທີ 4 ພະຈິກ ເປັນຕົ້ນມາ ຮອດວັນທີ 10 ພະຈິກ 2023 ໄດ້ມີພິທີເປີດແຂ່ງຂັນ ຂຶ້ນຢ່າງເປັນທາງການ ທີ່ສະໂມສອນກິລາໃນຮົ່ມ ກະຊວງປ້ອງກັນປະເທດ ຫຼື ກອງທັບ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໂດຍໃຫ້ການສະໜັບສະໜູນຫຼັກຈາກ ບໍລິສັດ ເບຍລາວ ຈຳກັດ ມູນຄ່າ 350 ລ້ານກີບ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ແລະ ທ່ານ ຈັນສະໝອນ ຜ່ອງຈັນທາ ປະທານສະຫະພັນບານສົ່ງແຫ່ງຊາດລາວ (ສບສ) ພ້ອມດ້ວຍບັນດາຄະນະບໍລິຫານງານຄະນະກຳມະການໂອແລມປິກແຫ່ງຊາດລາວ, ສບສ, ແຂກຖືກເຊີນ, ຄະນະນຳ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດກອງເຊຍ ແລະ ສື່ມວນຊົນທຸກພາກສ່ວນຢ່າງຫຼວງຫຼາຍ.
ລາຍການນີ້ ມີ 14 ສະໂມສອນ ເຂົ້າຮ່ວມ ສຳລັບປະເພດຊາຍ ມີ 8 ສະໂມສອນ ແລະ ປະເພດຍິງ 6 ສະໂມສອນ ທັງສອງປະເພດດັ່ງກ່າວ ແຂ່ງຂັນແບບພົບກັນໝົດ ລະບົບແບບລີກ ມີແຕ່ຮອບຂາໄປ ບໍ່ມີຂາກັບ ທີມໃດທີ່ມີຄະແນນດີທີ່ສຸດໄດ້ແຊ໋ມໄປຄອງ ການແຂ່ງຂັນໄດ້ດຳເນີນມາແຕ່ວັນທີ 4 ພະຈິກ ຫາ 10 ທັນວາ 2023 ຈຶ່ງຈະສຳເລັດ. ສ່ວນລາງວັນຊະນະເລີດ ປະເພດຍິງ ຈະໄດ້ຮັບຂັນ 1 ໜ່ວຍ ແລະ ເງິນສົດ 15.000.000 ກີບ, ອັນດັບທີ 2 ໄດ້ຮັບເງິນສົດ 10.000.000 ກີບ, ອັນດັບທີ 3 ໄດ້ຮັບເງິນສົດ 7.000.000 ກີບ, ອັນດັບທີ 4 ໄດ້ຮັບເງິນສົດ 6.000.000 ກີບ, ອັນດັບທີ 5 ໄດ້ຮັບເງິນສົດ 4.000.000 ກີບ ແລະ ອັນດັບທີ 6 ໄດ້ຮັບເງິນສົດ 3.000.000 ກີບ. ນອກຈາກນີ້, ຍັງມີລາງວັນສຳລັບບຸກຄົນ ແລະ ທີມດີເດັ່ນເຊັ່ນກັນ.


ຂະນະທີ່ປະເພດຊາຍ ຊະນະເລີດ ຈະໄດ້ຮັບຂັນ 1 ໜ່ວຍ ແລະ ເງິນສົດ 25.000.000 ກີບ, ອັນດັບທີ 2 ໄດ້ຮັບເງິນສົດ 15.000.000 ກີບ, ອັນດັບທີ 3 ໄດ້ຮັບເງິນສົດ 10.000.000 ກີບ, ອັນດັບທີ 4 ໄດ້ຮັບເງິນສົດ 7.000.000 ກີບ, ອັນດັບທີ 5 ໄດ້ຮັບເງິນສົດ 6.000.000 ກີບ, ອັນດັບທີ 6 ໄດ້ຮັບເງິນສົດ 5.000.000 ກີບ, ອັນດັບທີ 7 ໄດ້ຮັບເງິນສົດ 4.000.000 ກີບ ແລະ ອັນດັບທີ 8 ໄດ້ຮັບເງິນສົດ 3.000.000 ກີບ. ນອກຈາກນີ້ ຍັງມີລາງວັນສຳລັບບຸກຄົນ ແລະ ທີມດີເດັ່ນອີກດ້ວຍ.

ສະຫຼຸບຕາຕະລາງການແຂ່ງຂັນ ປະເພດຊາຍ ອັນດັບທີ 1 ກອງທັບ ວີຊີ ລົງແຂ່ງຂັນ 4 ນັດ ຊະນະ 4 ນັດລວດ ມີ 12 ຄະແນນ, ອັນດັບທີ 2 ອິນທະສອນ ວີຊີ ລົງແຂ່ງຂັນ 4 ນັດ ຊະນະ 4 ນັດລວດ ມີ 12 ຄະແນນເທົ່າກັນ ຕ່າງແຕ່ຄະແນນໄດ້ເສຍໜ້ອຍກວ່າ ຈຶ່ງເປັນຮອງພຽງ ກອງທັບ, ອັນດັບທີ 3 ລາວສະກາຍເວ ວີຊີ ແຊ໋ມເກົ່າ ລົງແຂ່ງຂັນ 3 ນັດ ຊະນະ 2 ນັດ ແລະ ເສຍ 1 ນັດ ມີ 6 ຄະແນນ, ອັນດັບທີ 4 ວິທະຍາຄານສັນຕິບານ ປະຊາຊົນ ລົງແຂ່ງຂັນ 3 ນັດ ຊະນະ 1 ນັດ ແລະ ເສຍ 2 ນັດມີ 3 ຄະແນນ, ອັນດັບທີ 5 ໂຄດ-ອັບ ວີຊີ ລົງແຂ່ງຂັນ 3 ນັດ ຊະນະ 1 ນັດ ແລະ ເສຍ 2 ນັດມີ 3 ຄະແນນ, ອັນດັບທີ 6 ວຽງຈັນ ວີຊີ 4 ນັດ ຊະນະ 1 ນັດ ແລະ ເສຍ 3 ນັດມີ 3 ຄະແນນ, ອັນດັບທີ 7 ມາດເຕີ 7 ວີຊີ ລົງແຂ່ງຂັນ 2 ນັດ ເສຍ 2 ນັດ ບໍ່ມີຈັກຄະແນນ ແລະ ອັນດັບທີ 8 ອິນເທັນເຊິນ ວີຊີ ລົງແຂ່ງຂັນ 3 ນັດ ເສຍ 3 ນັດ ບໍ່ມີຈັກຄະແນນເຊັ່ນກັນ.

ຂະນະທີ່ປະເພດຍິງ ອັນດັບທີ 1 ວຽງຈັນ ວີຊີ ລົງແຂ່ງຂັນ 3 ນັດ ຊະນະ 3 ນັດລວດ ມີ 9 ຄະແນນ, ອັນດັບທີ 2 ກອງທັບ ວີຊີ ລົງແຂ່ງຂັນ 1 ນັດ ຊະນະ 1 ນັດມີ 3 ຄະແນນ, ອັນດັບທີ 3 ກົມໃຫຍ່ການເມືອງກອງທັບ ລົງແຂ່ງຂັນ 1 ນັດ ຊະນະ 1 ນັດ ມີ 3 ຄະແນນ, ອັນດັບທີ 4 ມາດເຕີ 7 ວີຊີ ລົງແຂ່ງຂັນ 1 ນັດ ເສຍ 1 ນັດ ບໍ່ມີຈັກຄະແນນ, ອັນດັບທີ 5 ອິນທະສອນ ວີຊາ ລົງແຂ່ງຂັນ 2 ນັດ ເສຍ 2 ນັດ ບໍ່ມີຈັກຄະແນນ ແລະ ອັນດັບທີ 6 ເອັດອີຊີ ວີຊີ ລົງແຂ່ງຂັນ 2 ນັດ ເສຍ 2 ນັດ ບໍ່ມີຈັກຄະແນນ.
ຢ່າງໃດກໍຕາມ, ໃນພິທີເປີດງານດັ່ງກ່າວ ກໍຍັງໄດ້ມີພິທີມອບ-ຮັບການສະໜັບສະໜູນເງິນ 350 ລ້ານກີບ ຈາກບໍລິສັດເບຍລາວ ຕາງໜ້າມອບໂດຍທ່ານ ທະວັດໄຊ ອຸດົມວິໄລ ຜູ້ຈັດການຝ່າຍກິດຈະກຳ ແລະ ອຸປະຖຳ ບໍລິສັດ ເບຍລາວ ຈຳກັດ ແລະ ຕາງໜ້າຮັບແມ່ນທ່ານ ສຸລິເນດ ໄຊຍະເດດ ຮອງປະທານສະຫະພັນບານສົ່ງແຫ່ງຊາດລາວ.

ຂ່າວໂດຍ: ສົງການ ພັນແພງດີ