ສະຖາບັນຂົງຈື ສະຫຼອງວັນຂົງຈືໂລກ ພ້ອມຍ້ອງຍໍຜູ້ມີຜົນງານພົ້ນເດັ່ນ

ສະຖາບັນຂົງຈື ຫຼື ຂຽນຫຍໍ້ວ່າ: “ສຂຈ” ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະເຫຼີມສະຫຼອງວັນຂົງຈືໂລກ ພາຍໃຕ້ຫົວຂໍ້ “ຮັດແໜ້ນສາຍພົວພັນ-ເຊື່ອມຕໍ່ຄວາມຝັນ” ພ້ອມທັງປະດັບຫຼຽນກາມິດຕະພາບ, ຍ້ອງຍໍບຸກຄົນທີ່ມີຜົນງານດີເດັ່ນ ແລະ ເປີດສົກຮຽນ 2023-2024 ຢ່າງເປັນທາງການ ໃນວັນທີ 9 ພະຈິກ 2023 ທີ່ສະຖາບັນດັ່ງກ່າວ (ວິທະຍາເຂດດົງໂດກ) ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ກິິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຫຼຽງຕ້າຈົງ ທີ່ປຶກສາ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ທ່ານ ຮສ.ປອ ອຸດົມ ພອນຄໍາເພັງ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ພ້ອມດ້ວຍຄະນະນຳທີ່ກ່ຽວຂ້ອງ, ຜູ້ອໍານວຍການ ສະຖາບັນຂົງຈື ມຊ ທັງຝ່າຍລາວ ແລະ ຝ່າຍຈີນ, ພະນັກງານຄູອາຈານ ທັງຝ່າຍລາວ ແລະ ຝ່າຍຈີນ ຕະຫຼອດຮອດນ້ອງນັກສຶກສາຢ່າງພ້ອມພຽງ.
ໃນພິທີ, ທ່ານ ຫຼົວໝິງ ຜູ້ອໍານວຍການສະຖາບັນຂົງຈື ຝ່າຍຈີນ ໄດ້ກ່າວວ່າ: ສະຖາບັນຂົງຈື ແມ່ນອົງການຈັດຕັ້ງການສຶກສາທີ່ບໍ່ຫວັງຜົນກຳໄລ ທີ່ສ້າງຕັ້ງຂຶ້ນໃນຮູບແບບຝ່າຍຈີນຮ່ວມມືກັບຝ່າຍຕ່າງປະເທດ ໂດຍແນໃສ່ເຜີຍແຜ່ພາສາຈີນ ແລະ ຊຸກຍູ້ໃຫ້ປະຊາຊົນທົ່ວໂລກ ໄດ້ເຂົ້າເຖິງພາສາ-ວັນທະນະທຳຈີນ, ສົ່ງເສີມການແລກປ່ຽນວັນນະຄະດີມະນຸດ ລະຫວ່າງຈີນ ແລະ ຕ່າງປະເທດ ແລະ ເພີ່ມພູນຄວາມເຂົ້າໃຈກັນລະຫວ່າງຊາດ. ສະຖາບັນຂົງຈື ທີ່ມະຫາວິທະຍາໄລແຫ່ງຊາດ ພາຍໃຕ້ຄວາມເອົາໃຈໃສ່ ແລະ ການສະໜັບສະໜູນຈາກລະຖະບານ ສປ ຈີນ ແລະ ສປປ ລາວ ໄດ້ຕັ້ງໜ້າຮອງຮັບເອົາຂໍ້ລິເລີ່ມ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ແລະ ປະຕິບັນຕາມແຜນການເຄື່ອນໄຫວປະຊາຄົມຮ່ວມຊາຕາກຳ ຈີນ-ລາວ ໂດຍມີຈຸປະສົງ ເພື່ອແລກປ່ຽນວັດທະນະທຳ ແລະ ເຮັດໃຫ້ປະຊາຊົນເຂົ້າໃຈເຊິ່ງກັນ ແລະ ກັນ ໂດຍຜ່ານພາສາຈີນ ໃນຮູບແບບທີ່ສາມາດນຳໃຊ້ທ່າແຮງຂອງຕົນ ເປັນຕົ້ນແມ່ນ ຈັດການຮຽນການສອນພາສາຈີນ ແລະ ກິດຈະກຳການແລກປ່ຽນວັດທະນະທຳຈີນ-ລາວ ເພື່ອສ້າງສະຖາບັນຂົງຈືໃຫ້ເປັນສັນຍາລັກທີ່ມີແນວຄວາມຄິດ ຄຸນຄ່າຮ່ວມກັນ ມີມາດຕະຖານການສິດສອນທີ່ຈະແຈ້ງ ແລະ ສາມາດສະໜອງການບໍລິການສິດສອນພາສາຈີນທີ່ມີຄຸນນະພາບ. ສະຖາບັນຂົງຈື ໄດ້ມີບົດບາດສຳຄັນໃນການສ້າງບຸກຄະລາກອນພາສາຈີນຄົນທ້ອງຖິ່ນ, ການແລກປ່ຽນວັດທະນະທຳຈີນ-ລາວ ກໍຄື ການສົ່ງເສີມສາຍພົວພັນມິດຕະພາບ ຈີນ-ລາວ ໃຫ້ມີການພັດທະນາ ຈົນໄດ້ກາຍມາເປັນເວທີການສິດສອນພາສາຈີນ, ເວທີການແລກປ່ຽນວັນນະຄະດີມະນຸດ, ເວທີສຳພັນທະໄມຕີຈີນ-ລາວ ຊຶ່ງເປັນແບບຢ່າງອັນໜຶ່ງທາງດ້ານການແລກປ່ຽນວັດທະນະທຳລາວ-ຈີນ ໂດຍສະແດງອອກໃຫ້ເຫັນໃນ 6 ດ້ານ ຄື: ເລັ່ງການກໍ່ສ້າງຄູທ້ອງຖິ່ນ, ຂະຫຍາຍຈຳນວນນັກສຶກສາໃຫ້ຫຼາຍຂຶ້ນ, ຍົກສູງຄຸນນະພາບການສຶກສາ; ເພີ່ມທະວີການສ້າງຫຼັກສູດວິຊາສະເພາະໃໝ່ ເພື່ອຮັບມືກັບການປ່ຽນແປງດ້ວຍສະຕິປ່ຽນແປງໃໝ່; ເພີ່ມທະວີການປະສານສົມທົບກັບອົງການຈັດຕັ້ງພາຍນອກໃຫ້ມີເນື້ອໃນສົມບູນຂຶ້ນ ແລະ ປະສິດທິຜົນສູງຂຶ້ນ; ສ້າງໃຫ້ມີເອກະລັກຂອງຕົນ ໂດຍຄົ້ນຄິດຮູບແບບການສຶກສາ “ພາສາຈີນ+ອາຊີວະສຶກສາ”; ເພີ່ມພູມຮູບແບບການແລກປ່ຽນ ສົ່ງເສີມໃຫ້ປະຊາຊົນເຂົ້າໃຈກັນຂຶ້ນເຕີ່ມ; ສ້າງສະຖາບັນຂົງຈືໃຫ້ເປັນຍີ່ຫໍ້ທີ່ມີຄຸນນະພາບ ແລະ ອິທິພົນສູງ.
ຂະນະດຽວກັນນີ້, ທ່ານ ອຈ ຄຳຮຸ່ງ ຈັນທະວົງ ຜູ້ອໍານວຍການ ສະຖາບັນຂົງຈື່ຝ່າຍລາວ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານ ປະຈໍາສົກສຶກສາ 2022-2023 ແລະ ແຜນການເຄື່ອນໄຫວ ປະຈໍາສົກສຶກສາ 2023-2024 ຊຶ່ງໃນສົກຮຽນຜ່ານມາ ແມ່ນສໍາເລັດໃນຫຼາຍໆວຽກງານ ໂດຍສະເພາະວຽກງານວິຊາການ ໄດ້ສໍາເລັດການບັນຍາຍການຮຽນການສອນພາສາຈີນ, ສິ່ງທ້າທາຍການຮຽນການສອນພາສາຈີນ ຢູ່ ສປປ ລາວ ທີ່ປະເທດຈີນ 3 ຄັ້ງ ແລະ ປະເທດໄທ 2 ຄັ້ງ; ເປັນສະຖາບັນແຫ່ງທໍາອິດຂອງໂລກໃນການເປີດສິດສອນໃນລະດັບ ປ.ຕີ ສາຂາຄູພາສາຈີນ, ສົກ 2022-2023 ຮັບນັກສຶກສາຈໍານວນ 99 ຄົນ, ສົກ 2023-2024 ມີນັກສຶກສາ ປີທີ 1-ປີທີ 3 ຈໍານວນ 196 ຄົນ, ຍິງ 103 ຄົນ; ສໍາເລັດການສົ່ງນັກສຶກສາຫຼັກສູດປະລິນຍາຕີຄູພາສາຈີນ ປີ 2 ໄປສືບຕໍ່ສຶກສາ ປີ 3-4 ທີ່ ສປ ຈີນ ຈໍານວນ 53 ຄົນ; ນໍາພານັກສຶກສາເຂົ້າຮ່ວມກິດຈະກໍາແຂ່ງຂັນເວົ້າພາສາຈີນ, ກິດຈະກໍາຮ້ອງເພງຈີນ, ອ່ານກະວີຈີນ ເພື່ອເສີມທັກສະໃນການນໍາໃຊ້ພາສາຈີນໃຫ້ໄດ້ຄຸນນະພາບ ແລະ ເຂົ້າຮ່ວມການແຂ່ງຂັນຂົວພາສາຈີນລະດັບນັກສຶກສາມະຫາວິທະຍາໄລ ໄດ້ຮັບລາງວັນທີ 1 ແລະ ເປັນຕົວແທນນັກສຶກສາ ສປປ ລາວ ເຂົ້າຮ່ວມແຂ່ງຂັນຂົວພາສາຈີນທົ່ວໂລກທີ່ ສປ ຈີນ; ສໍາເລັດການເຜີຍແຜ່ຫຼັກສູດປະລິນຍາຕີສາຂາຄູພາສາຈີນຢູ່ສອງແຂວງພາກເໜືອ ຄື: ແຂວງອຸດົມໄຊ ແລະ ແຂວງຫຼວງນໍ້າທາ ແລະ ໂຄສະນາຫຼັກສູດຄູພາສາຈີນຜ່ານລະບົບອອນລາຍ ຊຶ່ງມີຄົນເຂົ້າອ່ານເຖິງ 500.000 ກວ່າຄົນ; ສຳເລັດການຈັດພິມປຶ້ມຕຳລາບາງວິຊາທີ່ຈຳເປັນໃຫ້ຄູອາຈານສິດສອນ ປີ 1, 2, 3 ສົກສຶກສາ 2023-2024; ສໍາເລັດກອງປະຊຸມຮ່ວມກັບຫ້ອງການວິຊາການ ມຊ ວ່າດ້ວຍການລົງຕິດຕາມວຽກງານການຮຽນການສອນ ຫຼັກສູດປະລິນຍາຕີ ສາຂາຄູພາສາຈີນ; ສໍາເລັດການປະເມີນການສອນຂອງອາຈານໃນຫຼັກສູດປະລິນຍາຕີ ສາຂາຄູພາສາຈີນ ພາກລໍາລຸງພາສາຈີນ, ຫ້ອງຮຽນຂົງຈື ແລະ ຈຸດຮຽນພາສາຈີນຂອງສະຖາບັນຂົງຈື ປະຈໍາສົກສຶກສາ 2022-2023 ຈໍານວນ 2 ຄັ້ງ; ສໍາເລັດການຈັດການຮຽນ-ການສອນຫຼັກສູດບໍາລຸງພາສາຈີນ ປະຈໍາປີ 2023 ຕາມແຜນການຮຽນການສອນສົກ 2023-2024, ເປີດຮັບສະໝັກນັກສຶກສາທັງໝົດມີ 2 ຊຸດ ຄື: ຊຸດທີ 26 ແລະ 27 ຈໍານວນ 4.037 ຄົນ, ຍິງ 2.334 ຄົນ, ຈໍານວນຫ້ອງຮຽນທັງໝົດມີ 115 ຫ້ອງ, ອອກບັດນັກສຶກສາເປັນ Ecard ຊຸດທີ 26 ແລະ ຊຸດທີ 27 ລວມທັງໝົດ 4.037 ບັດ; ສໍາເລັດການຈັດຕັ້ງປະຕິບັດຝຶກອົບຮົມພາສາຈີນໃຫ້ແກ່ຄູທ້ອງຖິ່ນຂອງຫ້ອງຮຽນຂົງຈື 5 ແຫ່ງ ແລະ ໂຮງຮຽນມັດທະຍົມທີ່ສອນພາສາຈີນໃນນະຄອນຫຼວງວຽງຈັນ ຊຸດທີ 12 ຈໍານວນ 22 ທ່ານ; ສໍາເລັດການຈັດຕັ້ງກະກຽມເອກະສານຂະບວນທັດສະນະສຶກສາໃຫ້ແກ່ຄະນະນໍາ, ຜູ້ບໍລິຫານການສຶກສາ ໃນໄລຍະວັນທີ 8-18 ກັນຍາ 2023 ແລະ ນັກສຶກສາທີ່ໄປທັດສະນະສຶກສາແລກປ່ຽນການຮຽນການສອນພາສາຈີນ ແລະ ວັດທະນະທໍາລາວ-ຈີນ ທີ່ ສປ ຈີນ ໃນໄລຍະວັນທີ 13-27 ຕຸລາ 2023 ຈໍານວນ 2 ຂະບວນ ລວມ 30 ຄົນ; ສໍາເລັດການຝຶກອົບຮົບພາສາຈີນສະເພາະໃຫ້ຄະນະນໍາ ຄະນະຈັດຕັ້ງສູນກາງພັກ 2 ພາກຮຽນ; ສໍາເລັດການຈັດວຽກງານຝຶກອົບຮົມຫຼັກສູດບໍາລຸງພາສາຈີນໃຫ້ແກ່ກອງກໍາລັງປ້ອງກັນຄວາມສະຫງົບກົມໃຫຍ່ ສັນຕິບານ ຊຸດທີ 26 ແລະ ຊຸດທີ 27 ຈໍານວນ 64 ເທື່ອຄົນ; ສໍາເລັດການດໍາເນີນຂໍ້ຕົກລົງທຶນນະໂຍບາຍໃຫ້ແກ່ນັກສຶກສາທຸກຍາກ, ຮຽນດີ-ຮຽນເກັ່ງທີ່ສະຖາບັນຂົງຈື ຊຸດທີ 25 ແລະ ຊຸດທີ 26 ປະຈໍາສົກ 2023-2024 ທັງໝົດມີ 200 ທຶນຕໍ່ປີ ແລະ ສໍາເລັດການສອບເສັງທຽບລະດັບພາສາຈີນ HSK ແລະ HSKK ໂດຍຜ່ານຮູບແບບເຊິ່ງໜ້າ 2 ຄັ້ງ ທັງໝົດ 402 ເທື່ອຄົນ.
ໂອກາດດຽວກັນນີ້, ທ່ານ ກິິ່ງມະໂນ ພົມມະຫາໄຊ ໄດ້ກ່າວຮູ້ສຶກດີໃຈ ແລະ ເປັນກຽດທີ່ໄດ້ມາຮ່ວມງານສະຫຼອງວັນຂົງຈືໂລກ ແລະ ງານເປີດສົກຮຽນຂອງສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດຄັ້ງນີ້ ຊຶ່ງຂໍສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດທີ່ທາງສະຖາບັນຂົງຈື ຍາດມາໄດ້ ໂດຍສະເພາະສະຖາບັນຂົງຈື ໄດ້ກາຍເປັນຂົວຕໍ່ແຫ່ງມິດຕະພາບ ແລະ ເຊື່ອມໂຍງວັດທະນະທຳຂອງປະຊາຊົນສອງຊາດໃຫ້ມີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ. ສະຖາບັນຂົງຈື ຖືວ່າເປັນສະຖາບັນໜຶ່ງທີ່ຊ່ວຍພັກ ແລະ ລັດຖະບານໃນການກໍ່ສ້າງບຸກຄະລາກອນດ້ານພາສາຈີນ ເພື່ອຕອບສະໜອງຄວາມຕ້ອງການຂອງບໍລິສັດ-ລັດວິສາຫະກິດຈີນ ຕະຫຼອດຮອດໂຄງການອັນສຳຄັນຂອງຊາດ ເຊັ່ນ: ທາງດ່ວນ, ທາງລົດໄຟ ລາວ-ຈີນ, ເຂື່ອນໄຟຟ້າ ແລະ ບໍ່ແຮ່ເປັນຕົ້ນ. ຜົນງານຂອງສະຖາບັນຂົງຈື ແມ່ນສັງຄົມຮັບຮູ້ ແລະ ຄະນະນໍາກໍເຂົ້າໃຈ ແລະ ຕິດຕາມຢູ່ຕະຫຼອດເວລາ. ປັດຈຸບັນສະຖາບັນຂົງຈືໃນລາວ ມີ 2 ແຫ່ງ ຄື: ມະຫາວິທະຍາໄລແຫ່ງຊາດ (ມຊ) ແລະ ມະຫາວິທະຍາໄລສະຫວັນນະເຂດ (ມສ) ສະນັ້ນ ຫວັງຢ່າງຍິ່ງວ່າ ສະຖາບັນຂົງຈືທັງສອງແຫ່ງ ຈະພ້ອມກັນຊ່ວຍເຫຼືອໃຫ້ລູກຫຼານປະຊາຊົນລາວຜູ້ທີ່ມີຄວາມຕ້ອງການຮຽນພາສາຈີນໄດ້ມີໂອກາດເຂົ້າຮຽນພາສາຈີນທີ່ສະຖາບັນຂົງຈືໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້ ເພາະປັດຈຸບັນຖ້າໄດ້ພາສາຈີນ ໂອກາດທີ່ຈະຊອກວຽກເຮັດງານທຳໄດ້ນັ້ນກໍມີສູງ.
ນອກຈາກນີ້, ໃນພິທີຍັງໄດ້ມີການຜ່ານຂໍ້ຕົກລົງຍ້ອງຍໍບຸກຄົນທີ່ມີຜົນງານດີເດັ່ນໃນຂັ້ນ ມະຫາວິທະຍາໄລແຫ່ງຊາດ ຈໍານວນ 9 ທ່ານ ແລະ ຂັ້ນກະຊວງສຶກສາທິການ ແລະ ກິລາ ຈໍານວນ 16 ທ່ານ, ຜ່ານຂໍ້ຕົກລົງມອບຫຼຽນກາມິດຕະພາບໃຫ້ມະຫາວິທະຍາໄລຊົນເຜົ່າກວາງຊີ ລະບັບເລກທີ 288/ນຍ ແລະ ທ່ານ ສຈ.ປອ ເຊ້ຍຊ້າງກົວ ສະບັບເລກທີ 287/ນຍ ພ້ອມທັງປະດັບຫຼຽນດັ່ງກ່າວໃຫ້ຢ່າງເປັນທາງການ. ນອກຈາກນັ້ນ, ໃນພິທີຍັງໄດ້ຮັບຊົມການສະແດງສິລະປະວັນນະຄະດີ ແລະ ເທດສະການອາຫານລາວ-ຈີນຢ່າງຄຶກຄືນອີກດ້ວຍ.
ໂດຍ ດາຫວຽດ
ຂ່າວທີ່ກ່ຽວຂ້ອງ