ປອກຕຸຍການ ສ້າງສະຖິຕິຊະນະລວດຮອບຄັດເລືອກເຕະບານເອີໂຣ 2024

ທັບນັກເຕະທີມຊາດປອກຕຸຍການ (ໂປຕຸເກດ) ປິດສາກການແຂ່ງຂັນເຕະບານຊີງແຊ໋ມແຫ່ງຊາດເອີຣົບ 2024 ຫຼື ຢູໂຣ 2024 ໄດ້ຢ່າງສວຍງາມ ດ້ວຍການສ້າງສະຖິຕິຊະນະລວດທັງ 10 ນັດ ເກັບ 30 ຄະແນນເຕັມ ຂະນະທີ່ທີມຊາດແຊກບີ (ເຊີເບຍ) ເຮັດໄດ້ພຽງສະເໝີກັບຄູ່ແຂ່ງ ແຕ່ກໍມີຄະແນນພຽງພໍທີ່ຈະຜ່ານເຂົ້າສູ່ຮອບສຸດທ້າຍໄປອີກທີມ.
ການແຂ່ງຂັນເຕະບານ ເອີໂຣ 2024 ຮອບຄັດເລືອກ ເມື່ອວັນທີ 19 ພະຈິກ 2023 ກຸ່ມ ເຈ ທີມຊາດປອກຕຸຍການ ເປີດສະໜາມເອັດຕາດິໂອ ໂຊເຊ ອັນວາລາເດ ຕ້ອນຮັບການມາຢາມຂອງທີມຊາດອຽກລັງ. ເກມນີ້, ເຈົ້າຖິ່ນ ປອກຕຸຍການ ສົ່ງ ຄຣິດເຕຍໂນ ໂຣນັນໂດ, ບຣູໂນ ແຟນານເດດ, ເຈົາ ເຟລິກ ລົງສະໜາມ ຂະນະທີ່ ທີມຢາມ ອຽກລັງ ໃຊ້ງານ ວິວລຸມ ປໍ ວິລຸມສັນ, ຢອນ ດາກູ ປໍສະໄຕສັນ ແລະ ອັນເຟຣດ ຟິນໂບກາສັນ.
ຜ່ານການແຂ່ງຂັນຜົນປະກົດວ່າ ເປັນຝ່າຍເຈົ້າຖິ່ນ ປອກຕຸຍການ ທີ່ຫຼິ້ນໄດ້ດີ ແລະ ສຽບຄົມກວ່າ ເອົາຊະນະ ອຽກລັງ ໄປໄດ້ 2-0 ປະຕູ ໂດຍໄດ້ຈາກການຍິງຂອງ ບຣູໂນ ແຟນານເດດ ນາທີ 37 ແລະ ຣິຄາໂດ ຮໍຕາ ນາທີ 66. ຈາກໄຊຊະນະໃນເກມນີ້ ເຮັດໃຫ້ ປອກຕຸຍການ ສ້າງສະຖິຕິຊະນະລວດ 10 ນັດ ເກັບ 30 ຄະແນນເຕັມ ພ້ອມຜ່ານເຂົ້າຮອບເປັນອັນດັບທີ 1 ຂອງກຸ່ມ. ສ່ວນຜົນການແຂ່ງຂັນຄູ່ອື່ນໆ ບອດນີ ເສຍ ສະໂລວາກີ 1-2 ແລະ ລິກເຕນສະໄຕ ເສຍ ລຸກຊຳບວກ (ລັກເຊມເບີກ) 0-1.
ສະຫຼຸບຕາຕະລາງ ກຸ່ມ ເຈ ຫຼັງຈົບ 10 ນັດ ອັນດັບ 1 ປອກຕຸຍການ ມີ 30 ຄະແນນ ຜ່ານເຂົ້າຮອບແລ້ວ, ອັນດັບ 2 ສະໂລວາກີ ມີ 22 ຄະແນນ ຜ່ານເຂົ້າຮອບແລ້ວ, ອັນດັບ 3 ລຸກຊຳບວກ ມີ 17 ຄະແນນ (ໄປເພອັອບ), ອັນດັບ 4 ອຽກລັງ ມີ 10 ຄະແນນ, ອັນດັບ 5 ບອດນີ ມີ 9 ຄະແນນ (ໄປເພອັອບ) ແລະ ອັນດັບ 6 ລິກເຕນສະໄຕ ບໍ່ມີຈັກຄະແນນ.
ກຸ່ມ ເອ ທີມຊາດແອັດສະປາຍ (ສະເປນ) ເປີດສະໜາມເອັດຕາດິໂອ ມູນິຊິປານ ໂຂເຊ ຊໍຣິຢາ ເອົາຊະນະ ທີມຊາດຈໍເຈຍ ໄປໄດ້ 3-1 ປະຕູ ເຮັດໃຫ້ ແອັດສະປາຍ ຄວ້າແຊ໋ມກຸ່ມນີ້. ສ່ວນຜົນອີກຄູ່ ສະປອດແລນ ສະເໝີ ນອກແວ (ນໍເວ) 3-3 ປະຕູ.
ສະຫຼຸບຕາຕະລາງ ກຸ່ມ ເອ ຫຼັງຈົບ 8 ນັດ ອັນດັບ 1 ແອັດສະປາຍ ມີ 21 ຄະແນນ ຜ່ານເຂົ້າຮອບແລ້ວ, ອັນດັບ 2 ສະກອດແລນ ມີ 17 ຄະແນນ ຜ່ານເຂົ້າຮອບແລ້ວ, ອັນດັບ 3 ນອກແວ ມີ 11 ຄະແນນ, ອັນດັບ 4 ຈໍເຈຍ ມີ 8 ຄະແນນ ໄປເພອັອບ ແລະ ອັນດັບ 5 ໄຊປຣັດ ບໍ່ມີຈັກຄະແນນ.
ກຸ່ມ ເອັບ ທີມຊາດແບນຊິກ (ເບວຢ້ຽມ) ເປີດສະໜາມສະຕາດ ຣົວ ໂບດວງ ເອົາຊະນະ ອາແຊກໄບຊານ (ອາເຊີໄບຈານ) 5-0 ປະຕູ ເຮັດໃຫ້ ແບນຊິກ ແຊງຂຶ້ນມາຄວ້າແຊ໋ມກຸ່ມນີ້. ສ່ວນຜົນອີກຄູ່ ຊູແອດ (ສະວີເດັນ) ຊະນະ ເອັດໂຕນີ 2-0 ປະຕູ.
ສະຫຼຸບຕາຕະລາງ ກຸ່ມ ເອັບ ຫຼັງຈົບ 8 ນັດ ອັນດັບ 1 ແບນຊິກ ມີ 20 ຄະແນນ ຜ່ານເຂົ້າຮອບແລ້ວ, ອັນດັບ 2 ໂອຕຣິດ (ອອດເຕຣຍ) ມີ 19 ຄະແນນ ຜ່ານເຂົ້າຮອບແລ້ວ, ອັນດັບ 3 ຊູແອດ ມີ 10 ຄະແນນ, ອັນດັບ 4 ອາແຊກໄບຊານ ມີ 7 ຄະແນນ ແລະ ອັນດັບ 5 ເອັດໂຕນີ ມີ 1 ຄະແນນ.
ກຸ່ມ ຈີ ທີມຊາດແຊກບີ (ເຊີເບຍ) ເປີດສະໜາມກຣາດສະກີ ສະຕາດິໂອນ ດູໂບຊິຊາ ສະເໝີກັບ ທີມຊາດບູນກາຣີ (ບັນແກເຣຍ) 2-2 ປະຕູ ແຕ່ກໍມີຄະແນນພຽງພໍທີ່ຈະເຮັດໃຫ້ ແຊກບີ ຜ່ານເຂົ້າສູ່ຮອບສຸດທ້າຍ. ສ່ວນຜົນການແຂ່ງຂັນອີກຄູ່ ທີມຊາດຮຸງກາຣີ (ຮັງກາຣີ) ຊະນະ ທີມຊາດມອນເຕເນໂກ 3-1 ປະຕູ.
ສະຫຼຸບຕາຕະລາງ ກຸ່ມ ຈີ ຫຼັງຈົບ 8 ນັດ ອັນດັບ ຮຸງກາຣີ ມີ 18 ຄະແນນ ຜ່ານເຂົ້າຮອບແລ້ວ, ອັນດັບ 2 ແຊກບີ ມີ 14 ຄະແນນ ຜ່ານເຂົ້າຮອບແລ້ວ, ອັນດັບ 3 ມອນເຕເນໂກ ມີ 11 ຄະແນນ, ອັນດັບ 4 ລິທົວນີ ມີ 6 ຄະແນນ ແລະ ອັນດັບ 5 ບຸນກາຣີ ມີ 4 ຄະແນນ.
ສຳລັບທີມທີ່ຜ່ານເຂົ້າສູ່ຮອບສຸດທ້າຍແລ້ວ ໃນການແຂ່ງຂັນເຕະບານ ເອີໂຣ 2024 ປະກອບມີ ເຢຍລະມັນ ເຈົ້າພາບ, ແບນຊິກ, ຝຣັ່ງ, ປອກຕຸຍການ, ແອັດສະປາຍ, ສະກອດແລນ, ຕວກກີ, ໂອຕຣິດ, ອັງກິດ, ຮຸງກາຣີ, ສະໂລວາກີ, ອານບານີ (ແອວເບເນຍ) ດານມາກ, ໂຮນລັງ (ເນເທີແລນ ຫຼື ຮອນແລນ), ຣູມານີ (ໂຣມາເນຍ, ສະວິດເຊີແລນ ແລະ ແຊກບີ.
ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ