Skip to main content

ໂນວັກ ຢໍໂຄວິດ ຄວ້າແຊ໋ມເທັນນິດ ເອທີພີ ໄຟນໍ ສະໄໝທີ 7 ມາຄອງ

ການແຂ່ງຂັນເທັນນິດ ລາຍການໃຫຍ່ສົ່ງທ້າຍປີ ເອທີພີ ໄຟນໍ 2023 ທີ່ເມືອງຕູຣິນ ປະເທດອີຕາລີ ເມື່ອວັນທີ 19 ພະຈິກ 2023 ເປັນການແຂ່ງຂັນຮອບຊີງຊະນະເລີດ ໂນວັກ ຢໍໂຄວິດ ມື 1 ຂອງໂລກຈາກແຊກບີ (ເຊີເບຍ) ພົບກັບ ຊິນເນີ ມື 4 ຂອງໂລກ ຈາກອີຕາລີ ເຈົ້າພາບ.
ໂດຍຄູ່ນີ້ ຖືເປັນການໂຄຈອນມາພົບກັນອີກຄັ້ງ ຫຼັງໃນຮອບແບ່ງກຸ່ມ ຊິນເນີ ເຄີຍເອົາຊະນະ ຢໍໂຄວິດ ມາໄດ້ 2-1 ເຊັດ 7-5, 6-7 (7-5) ແລະ 7-6 (7-2) ຄະແນນ. ຢ່າງໃດກໍຕາມໃນຮອບຊີງຊະນະເລີດ ຜົນປະກົດວ່າ ຢໍໂຄວິດ ສາມາດຖອນແຄ້ນໄດ້ສຳເລັດດ້ວຍການເອົາຊະນະ 2-0 ເຊັດ 6-3 ແລະ 6-3 ຄະແນນ ຄວ້າແຊ໋ມໄປຄອງ ພ້ອມສ້າງສະຖິຕິເປັນແຊ໋ມລາຍການດັ່ງກ່າວຫຼາຍທີ່ສຸດ ຈຳນວນ 7 ສະໄໝ ຫຼັງກ່ອນໜ້ານີ້ ຢໍໂຄວິດ ຄອງແຊ໋ມ 6 ສະໄໝຮ່ວມກັບ ໂຣເຈີ ເຟເດີເຣີ ອະດີດນັກກິລາເທັນນິດຊາວສະວິດເຊີແລນ.
ພາຍຫຼັງຄວ້າແຊ໋ມ ຢໍໂຄວິດ ຊຶ່ງກາຣັນຕີຕຳແໜ່ງມື 1 ຂອງໂລກໃນປີ 2023 ໃຫ້ສຳພາດວ່າ: “ນີ້ເປັນເລື່ອງທີ່ດີຫຼາຍ ແລະ ເປັນໜຶ່ງລະດູການທີ່ດີທີ່ສຸດທີ່ຂ້ອຍເຄີຍມີມາ ເພາະການຄວ້າແຊ໋ມດ້ວຍການເອົາຊະນະ ຊິນເນີ ທີ່ຫຼິ້ນໄດ້ດີ ມັນເປັນສິ່ງທີ່ພິເສດຫຼາຍ”.

ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ