ໜ່ວຍງານວິຊາການຂະແໜງການຍ່ອຍທີ 6 ຫາລືການຄົ້ນຄວ້າ ປະເມີນຜົນການສຶກສາ

ໜ່ວຍງານວິຊາການຂະແໜງການຍ່ອຍທີ 6 ໄດ້ຈັດກອງປະຊຸມວຽກງານການຄົ້ນຄວ້າ ແລະ ປະເມີນຜົນການສຶກສາ ເມື່ອວັນທີິ 20 ພະຈິກ 2023 ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຮສ.ປອ ອານຸລົມ ວິໄລພອນ ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ທ່ານ ພິມພາ ອຸດທະຈັກ ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາ ແລະ ທ່ານ ມາຍເຄີນ ດາເບິນ ນັກເສດຖະສາດຈາກທະນາຄານໂລກ, ພ້ອມດ້ວຍຮອງຫົວໜ້າກົມ, ຜູ້ອໍານວຍການສູນ, ພະແນກ, ພະນັກງານວິຊາການ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມທາງເຊິ່ງໜ້າ ແລະ ຜ່ານລະບົບທາງໄກ.
ໃນກອງປະຊຸມ, ທ່ານ ຮສ.ປອ ອານຸລົມ ວິໄລພອນ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ແມ່ນໄດ້ຮັບຟັງການນໍາສະເໜີກ່ຽວກັບພາລະບົດບາດໜ້າທີ່ຫຼັກຂອງໜ່ວຍງານວິຊາການຂະແໜງການຍ່ອຍ 6: ການຄົ້ນຄວ້າ ແລະ ປະເມີນຜົນການສຶກສາ, ຮັບຟັງການນໍາສະເໜີ ຫຼື ເຜີຍແຜ່ກ່ຽວກັບກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຈາກຜູ້ຕາງໜ້າກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ຮັບຟັງກ່ຽວກັບແຜນການກະກຽມຈັດກອງປະຊຸມສໍາມະນາວິທະຍາສາດການສຶກສາ ທີ່ຈະຈັດຂຶ້ນໃນເດືອນທັນວາ 2023.
ພ້ອມກັນນັ້ນ, ທ່ານ ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຍັງໄດ້ຮຽກຮ້ອງໃຫ້ບັນດາຜູ້ເຂົ້າຮ່ວມກອງປະຊຸມເອົາໃຈໃສ່ຕິດຕາມການນໍາສະເໜີ ພ້ອມກັນປະກອບຄຳຄິດຄຳເຫັນ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ແບບກົງໄປກົງມາ ເພື່ອເປັນການປັບປຸງໃຫ້ດີຂຶ້ນ ເປັນຕົ້ນແມ່ນ ພາລະບົດບາດຂອງໜ່ວຍງານວິຊາການຂະແໜງການຍ່ອຍທີ່ໄດ້ປັບງປຸງຈາກ 5 ມາເປັນ 6 ນັ້ນ ວ່າມີຄວາມເໝາະສົມ ຫຼື ສອດຄ່ອງກັບສະພາບການປະຕິບັດຕົວຈິງແລ້ວ ຫຼື ບໍ່, ຈຸດໃດຍັງບໍ່ທັນຮັດກຸມ ຫຼື ບໍ່ທັນສອດຄ່ອງແມ່ນໃຫ້ຍົກມາສົນທະນາແລກປ່ຽນເຊິ່ງກັນ ແລະ ກັນ; ມາດຖານ ແລະ ເງື່ອນໄຂກ່ຽວກັບການສະເໜີຫົວຂໍ້ຄົ້ນຄວ້າ ເພື່ອຂໍທຶນຄົ້ນຄວ້າຈາກກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຖ້າຍັງຈຸດໃດບໍ່ທັນເຂົ້າໃຈຈະແຈ້ງແມ່ນໃຫ້ສົນທະນາແລກປ່ຽນ ເພື່ອໃຫ້ສາມາດນໍາໄປຈັດຕັ້ງປະຕິບັດໄດ້ ແລະ ການຈັດກອງປະຊຸມສໍາມະນາວິທະຍາສາດຍັງຈຸດໃດທີ່ເຫັນວ່າຄວນເພີ່ມ ຫຼື ຕັດອອກ ແມ່ນໃຫ້ຍົກຂຶ້ນມາສົນທະນາຮ່ວມກັນ ເພື່ອເຮັດໃຫ້ການຈັດກອງປະຊຸມສໍາມະນາວິທະຍາສາດມີເນື້ອໃນຄົບຖ້ວນສົມບູນ ແລະ ມີປະໂຫຍດໃຫ້ຫຼາຍທີ່ສຸດ.
ໂດຍ ບົວລະພາ
ຂ່າວທີ່ກ່ຽວຂ້ອງ