Skip to main content

ສວສ ຍົກລະດັບຄູສອນ ນຳໃຊ້ປຶ້ມຄູ່ມືຄູ ມ.4 ແລະ ມ.7 ສູນທີ 1 ໂຮງຮຽນທົດລອງ 6 ເມືອງ ພາກເໜືອ

20/11/2023

ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຝຶກອົບຮົມຄູສອນກ່ຽວກັບການນຳໃຊ້ປື້ມຄູ່ມືຄູ ຂັ້ນ ມ.4 ແລະ ມ.7 ສໍາລັບສູນທີ 1 ຈາກໂຮງຮຽນທົດລອງທີ່ມາຈາກ 6 ເມືອງ ໃນ 4 ແຂວງພາກເໜືອ ເມື່ອວັນທີ 20 ພະຈິກ 2023 ທີ່ວິທະຍາໄລຄູ ຫຼວງພະບາງ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ອຸທິດ ທິບມະນີ ຮອງຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີທ່ານ ທອງທໍ່ ຄຸນສະຫວັດ ຮອງຜູ້ອໍານວຍການວິທະຍາໄລຄູ ຫຼວງພະບາງ, ພ້ອມດ້ວຍຜູ້ອຳນວຍການ-ຮອງອຳນວຍການສູນ, ຫົວໜ້າ-ຮອງຫົວໜ້າພະແນກ, ຫົວໜ້າຫ້ອງການຄຸ້ມຄອງໂຄງການ, ທີ່ປຶກສາພາຍໃນ ແລະ ຕ່າງປະເທດ, ພະນັກງານອາວຸໂສບຳນານ, ກົມສາມັນສຶກສາ, ກົມສ້າງຄູ, ຄູຝຶກ ແລະ ຄູສອນຈາກສະຖາບັນ, ວິທະຍາໄລຄູ, ມສ ວຽງຈັນ, ຄູສອນຈາກໂຮງຮຽນທົດລອງຂອງໂຄງການ 6 ເມືອງໃນ 4 ແຂວງພາກເໜືອ ຕະຫຼອດຮອດພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

 

ໃນກອງປະຊຸມ, ທ່ານ ອຸທິິດ ທິບມະນີ ໄດ້ກ່າວວ່າ: ການຈັດກອງປະຊຸມຄັ້ງນີ້, ແມ່ນມີຄວາມໝາຍສຳຄັນຫຼາຍ ເພາະຄູສອນທີ່ມາຈາກໂຮງຮຽນທົດລອງຂອງໂຄງການ 6 ເມືອງ ໃນ 4  ແຂວງພາກເໜືອ ທີ່ເຂົ້າຮ່ວມຈະໄດ້ພ້ອມກັນຮຽນຮູ້ວິທີການສອນທີ່ເນັ້ນຜູ້ຮຽນເປັນໃຈກາງ ແລະ ຮູ້ວິທີການກະກຽມບົດສອນສຳລັບຂັ້ນ ມ.4 ແລະ ມ.7 ຕາມປຶ້ມຄູ່ມືແນະນຳໄດ້ຢ່າງຄ່ອງແຄ້ວ ແລະ ມີຫົວຄິດປະດິດສ້າງ ແລະ ຮູ້ນຳໃຊ້ປື້ມຄູ່ມືຄູທີ່ປັບປຸງໃໝ່, ພ້ອມກັນແລກປ່ຽນຄຳຄິດຄຳເຫັນນຳກັນຢ່າງກົງໄປກົງມາ, ຮຽນຮູ້ ສຶກສາເອົາຄວາມຮູ້ຮ່ວມກັນ. ພ້ອມກັນນັ້ນ, ທ່ານຍັງໄດ້ຮຽກຮ້ອງມາຍັງສຳມະນາກອນທີ່ເຂົ້າຮ່ວມ ຈົ່ງພ້ອມກັນເອົາໃຈໃສ່ຟັງຄໍາອະທິບາຍຂອງວິທະຍາກອນທີ່ຖ່າຍທອດອອກມາຢ່າງຕັ້ງໜ້າ ແນໃສ່ໃຫ້ໄດ້ຄວາມຮູ້ໄປປະກອບເຂົ້າໃນວຽກງານ ແລະ ອາຊີບທີ່ຕົນຮັບຜິດຊອບໃຫ້ໄດ້ຢ່າງຄ່ອງແຄ້ວ ແລະ ໄດ້ຮັບໝາກຜົນຢ່າງຈົບງາມ.

ການຈັດກອງປະຊຸມໃນຄັ້ງນີ້, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາຮ່ວມກັບກົມກ່ຽວຂ້ອງ ແລະ ວິຊາການຈາກພາກສ່ວນຕ່າງໆ ໄດ້ຮຽບຮຽງເນື້ອໃນປຶ້ມຄູ່ມື ຂັ້ນ ມ.4 (ພາສາລາວ, ຄະນິດສາດ, ວິທະຍາສາດທໍາມະຊາດ, ພາສາອັງກິດ) ແລະ ມ.7 (ພາສາລາວ, ຄະນິດສາດ, ຟີຊິກສາດ, ຊີວະວິທະຍາ, ເຄມີສາດ, ພາສາອັງກິດ) ສະບັບທົດລອງສຳເລັດເປັນພື້ນຖານ ເພື່ອຮັບປະກັນຄວາມຖືກຕ້ອທາງດ້ານເນື້ອໃນ ແລະ ວິທີການສອນແບບຕ່າງໆໃຫ້ມີຄວາມເໝາະສົມກັບນັກຮຽນ ແລະ ທ້ອງຖິ່ນ. ສະນັ້ນ, ມີຄວາມຈໍາເປັນຕ້ອງໄດ້ຜ່ານຂະບວນການທົດລອງນໍາໃຊ້ຕົວຈິງໃນໂຮງຮຽນທັງໃນຕົວເມືອງ, ຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ ຢ່າງໜ້ອຍໜຶ່ງສົກຮຽນ ກ່ອນຈະນຳໃຊ້ເອກະພາບທົ່ວປະເທດ.

ພ້ອມກັນນີ້, ການຝຶກອົບຮົມຍັງສ້າງຄວາມສາມາດ ເພື່ອແນໃສ່ເພີ່ມຄວາມຮູ້ ແລະ ທັກສະຄູສອນມາຈາກໂຮງຮຽນທົດລອງຈຳນວນ 12 ເມືອງ, 8 ແຂວງຂອງໂຄງການ EESDP ມີທັງໝົດ 60 ແຫ່ງ ເພື່ອຄວາມສະດວກໃນການຈັດຮຽນການສອນ ແລະ ກິດຈະກຳ ໂດຍໄດ້ແຍກເປັນ 2 ສູນ ຄື: ສູນທີ 1 ທີ່ວິທະຍາໄລຄູ ຫຼວງພະບາງ ແລະ ສູນທີ 2 ທີ່ວິທະຍາໄລຄູ ບ້ານເກິນ. ສໍາລັບສູນຫຼວງພະບາງມີ 4 ແຂວງ, 6 ເມືອງ (ເມືອງລະ 5 ໂຮງຮຽນ ລວມ 30 ແຫ່ງ) ລວມຜູ້ເຂົ້າຮ່ວມທີ່ເປັນຄູສອນ ຂັ້ນ ມ.4 ແລະ ມ.7 ຈໍານວນ 150 ຄົນ (ບໍ່ນັບຄູຝຶກ).

ຜູ້ເຂົ້າຮ່ວມສາມາດເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບການນຳໃຊ້ຍຸດທະສາດການສອນຕ່າງໆ (15 ວິທີ) ເພື່ອໃຫ້ເຂົາເຈົ້າຫັນປ່ຽນໄປສູ່ຮູບແບບເອົາຜູ້ຮຽນເປັນໃຈກາງ ເພື່ອໃຫ້ພວກທ່ານເຂົ້າໃຈແນວຄວາມຄິດ ພ້ອມທັງສະໜັບສະໜູນ ແລະ ເສີມສ້າງການຈັດຕັ້ງປະຕິບັດຍຸດທະສາດການສອນໃໝ່ທີ່ໄດ້ແນະນໍາໃນປຶ້ມຄູ່ມືຄູໃໝ່ ຊຶ່ງເປົ້າໝາຍໂດຍທົ່ວໄປ ເພື່ອຝຶກອົບຮົມນໍາໃຊ້ປຶ້ມຄູ່ມືຄູ, ວິທີການຮຽນຮູ້ຜ່ານແຫຼ່ງຂໍ້ມູນ, ເວັບໄຊ Setlearning.online, ເສີມສ້າງຄວາມຮູ້ ແລະ ຄວາມສາມາດຂອງຄູປະຈຳການ ເພື່ອຫັນປ່ຽນຈາກການສອນແບບດັ້ງເດີມໄປສູ່ການນຳໃຊ້ຮູບແບບເອົາຜູ້ຮຽນເປັນໃຈກາງ, ນໍາໃຊ້ຍຸດທະສາດການສອນຕ່າງໆ ເພື່ອໃຫ້ມີສ່ວນຮ່ວມຂອງນັກຮຽນຫຼາຍຂຶ້ນ ແລະ ການພັດທະນາທັກສະທາງສະຕິປັນຍາຂອງນັກຮຽນ ເພື່ອຄວາມພ້ອມຂອງຊີວິດ, ການຮຽນຮູ້ສິ່ງໃໝ່ ຢ່າງມີຫົວຄິດປະດິດສ້າງ, ມີລັກສະນະວິທະຍາສາດ, ທັນສະໄໝ ເພື່ອເຊື້ອມໂຍງໂລກແຫ່ງການສຶກສາໃນສະຕະວັດທີ 21, ໂລກຂອງທຸລະກິດ ຫຼື ໂລກຂອງການເຮັດວຽກ. ນອກຈາກນີ້, ຄູສອນຈະໄດ້ຝຶກປະຕິບັດຕົວຈິງ ແລະ ຮັບການຊ່ວຍເຫຼືອຈາກຄູຝຶກກ່ຽວກັບວິທີການສອນ ຫຼື ຍຸດທະສາດການສອນໃຫ້ໄດ້ຢ່າງຄ່ອງແຄ້ວ ແລະ ມີຄວາມຊຳນິຊຳນານຍິ່ງຂຶ້ນ.

ໃນຕອນທ້າຍຂອງກອງປະຊຸມ, ຄູສອນຈະເຂົ້າໃຈຢ່າງຈະແຈ້ງກ່ຽວກັບວິທີການທີ່ເອົາຜູ້ຮຽນເປັນສູນກາງ ແລະ ວິທີການຈັດຕັ້ງປະຕິບັດໃນຫ້ອງຮຽນດ້ວຍການນໍາໃຊ້ປຶ້ມຄູ່ມືຄູໃໝ່ (ສະບັບທົດລອງ) ຫຼັງຈາກການຝຶກອົບຮົມ ຫຼື ການສອນສາທິດ ຄູສອນຈະໄດ້ຮັບການປະເມີນຜົນການໄດ້ຮັບຄວາມຮູ້ ແລະ ທັກສະທີ່ໄດ້ຮັບຮູ້ໃໝ່.  ສໍາລັບກອງປະຊຸມດັ່ງກ່າວ, ຈະໄດ້ດຳເນີນເປັນເວລາ 5 ວັນ ລະຫວ່າງວັນທີ 20-24 ພະຈິກ 2023.

ໂດຍ ບຸນທະວີ ນະວົງສາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ