Skip to main content

ອີຕາລີ ຜ່ານເຂົ້າຮອບສຸດທ້າຍເຕະບານເອີໂຣ 2024 ຫຼັງສະເໝີ ອູແກຣນ ແບບບໍ່ມີສະກໍ

ການແຂ່ງຂັນເຕະບານຊີງແຊ໋ມແຫ່ງຊາດເອີຣົບ 2024 ຫຼື ເອີໂຣ 2024 ຮອບຄັດເລືອກ ໄດ້ມີຂຶ້ນໃນວັນທີ 20 ພະຈິກ 2023 ກຸ່ມ ຊີ ທີມຊາດອູແກຣນ (ຢູເຄຣນ) ໃນນາມເຈົ້າບ້ານ ຕ້ອນຮັບການມາຢາມຂອງ ທີມຊາດອີຕາລີ ແຊ໋ມເກົ່າປີ 2020 ຊຶ່ງເກມນີ້ຕ້ອງໄດ້ໄປແຂ່ງຂັນທີ່ສະໜາມໄບອາຣີນາ ເມືອງເລເວີຄູເຊັນ ປະເທດເຢຍລະມັນ.
ຜ່ານການແຂ່ງຂັນຜົນປະກົດວ່າ ທັງສອງທີມບໍ່ສາມາດເອົາຊະນະກັນໄດ້ ສະເໝີກັນໄປແບບບໍ່ມີສະກໍ 0-0 ແບ່ງກັນໄປທີມລະ 1 ຄະແນນ. ຈາກຜົນສະເໝີໃນຄັ້ງນີ້ ເຮັດໃຫ້ທັງສອງທີມມີ 14 ຄະແນນເທົ່າກັນ ແຕ່ອີຕາລີ ເຮດທູເຮດດີກວ່າ ຈຶ່ງຄວ້າໂຄຕ້າຜ່ານເຂົ້າສູ່ຮອບສຸດທ້າຍໄດ້ສຳເລັດ ຂະນະທີ່ ອູແກຣນ ຕົກຮອບຄັດເລືອກ ແຕ່ຍັງໄດ້ໄປລຸ້ນໃນຮອບເອພັອບຕໍ່. ສ່ວນຜົນອີກຄູ່ໃນກຸ່ມດຽວກັນ ມາຊິໂດນີເໜືອ ສະເໝີ ອັງກິດ 1-1 ປະຕູ.


ສະຫຼຸບຕາຕະລາງຄະແນນ ຫຼັງຈົບ 8 ນັດ ອັນດັບ 1 ອັງກິດ ມີ 20 ຄະແນນ ຜ່ານເຂົ້າຮອບແລ້ວ, ອັນດັບ 2 ອີຕາລີ ມີ 14 ຄະແນນ ຜ່ານເຂົ້າຮອບແລ້ວ, ອັນດັບ 3 ອູແກຣນ ມີ 14 ຄະແນນ ໄປເພອັອບ, ອັນດັບ 4 ມາຊິໂດນີເໜືອ ມີ 8 ຄະແນນ ແລະ ອັນດັບ 5 ມອນຕາ ບໍ່ມີຈັກຄະແນນ.
ກຸ່ມ ອີ ທີມຊາດສາທາລະນະລັດເຊັກ ເປີດສະໜາມອັນຄຣູບ ສະຕາດິໂອນ ເອົາຊະນະ ມອນໂດວາ 3-0 ປະຕູ ເຮັດໃຫ້ ສ.ເຊັກ ຄວ້າໂຄຕ້າຜ່ານເຂົ້າສູ່ຮອບສຸດທ້າຍໄດ້ສຳເລັດ. ສ່ວນຜົນອີກຄູ່ໃນກຸ່ມດຽວກັນ ອານບານີ (ແອວເບເນຍ) ສະເໝີ ໝູ່ເກາະແຟໂຣ 0-0.
ສະຫຼຸບຕາຕະລາງຄະແນນ ຫຼັງຈົບ 8 ນັດ ອັນດັບ 1 ອານບານີ ມີິ 15 ຄະແນນ ເຂົ້າຮອບແລ້ວ, ອັນດັບ 2 ສ.ເຊັກ ມີ 15 ຄະແນນ ເຂົ້າຮອບແລ້ວ, ອັນດັບ 3 ໂປໂລຍ (ໂປແລນ) ມີ 11 ຄະແນນ ໄປເພອັອບ, ອັນດັບ 4 ມອນໂດວາ ມີ 10 ຄະແນນ ແລະ ອັນດັບ 5 ໝູ່ເກາະແຟໂຣ ມີ 2 ຄະແນນ.

ກຸ່ມ ເຮັດ ທີມຊາດສະໂລວີນີ ເປີດສະໜາມສະຕາດິໂອນ ສະໂຕຊິເຊ ເອົາຊະນະ ຄາຊັກສະຖານ 2-1 ປະຕູ ເຮັດໃຫ້ ສະໂລວີນີ ຜ່ານເຂົ້າສູ່ຮອບສຸດທ້າຍ ຂະນະທີ່ ຄາຊັກສະຖານ ຕົກຮອບແບ່ງກຸ່ມ ແຕ່ຍັງໄດ້ໄປເພອັອບຕໍ່. ສ່ວນຜົນຄູ່ອື່ນໃນກຸ່ມດຽວກັນ ອຽກລັງເໜືອ ຊະນະ ດານມາກ (ເດນມາກ) 2-0 ແລະ ຊານມາຣິໂນ ເສຍໃຫ້ ແຟງລັງ (ຟິນແລນ) 1-2 ປະຕູ.
ສະຫຼຸບຕາຕະລາງຄະແນນ ຫຼັງຈົບ 10 ນັດ ອັນດັບ 1 ດານມາກ ມີ 22 ຄະແນນ ເຂົ້າຮອບແລ້ວ, ອັນດັບ 2 ສະໂລວີນີ ມີ 22 ຄະແນນ ເຂົ້າຮອບແລ້ວ, ອັນດັບ 3 ແຟງລັງ ມີ 18 ຄະແນນ ໄປເພອັອບ, ອັນດັບ 4 ຄາຊັກສະຖານ ມີ 18 ຄະແນນ ໄປເພອັອບ, ອັນດັບ 5 ອຽກລັງເໜືອ ມີ 9 ຄະແນນ ແລະ ອັນດັບ 6 ຊານມາຣິໂນ ບໍ່ມີຈັກຄະແນນ.
ສຳລັບທີມທີ່ຜ່ານເຂົ້າຮອບສຸດທ້າຍແລ້ວ ປະກອບມີ ເຢຍລະມັນ ເຈົ້າພາບ, ແບນຊິກ, ຝຣັ່ງ, ປອກຕຸຍການ, ແອັດສະປາຍ, ສະກອດແລນ, ຕວກກີ, ໂອຕຣິດ, ຮຸງກາຣີ, ສະໂລວາກີ, ອານບານີ, ດານມາກ, ໂຮນລັງ, ສະວິດເຊີນແລນ, ແຊກບີ, ສາທາລະນະລັດເຊັກ, ອີຕາລີ ແລະ ສະໂລວີນີ.

ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ