Skip to main content

ໃນໄລຍະບຸນພະທາດຫຼວງ ຈະມີບໍລິການລົດສາທາລະນະບໍ່ເສຍຄ່າ

ໃນໄລຍະງານບຸນນະມັດສະການພະທາດຫຼວງ ຈະມີການໃຫ້ບໍລິການລົດສາທາລະນະໂດຍບໍ່ເສຍຄ່າ ເລີ່ມແຕ່ວັນທີ 23 ຫາ 27 ເວລາ 17:00 ຫາ 22:30 ໂມງ. ສະເພາະຜູ້ທີ່ໃຊ້ລົດສ່ວນຕົວທີ່ມີຈຸດປະສົງຈະເດີນທາງມາງານບຸນນະມັດສະການພະທາດຫຼວງ ສາມາດໄປຈອດລົດໄວ້ໃນ 3 ຈຸດທີ່ກຳນົດ.

ເມື່ອວັນທີ 20 ພະຈິກ 2023 ທີ່ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ (ຍທຂ ນວ) ໄດ້ຈັດພິທີຖະແຫຼງຂ່າວການບໍລິການລົດສາທາລະນະໂດຍບໍ່ເສຍຄ່າໃນງານບຸນນະມັດສະການພະທາດຫຼວງ ໂດຍເປັນກຽດຖະແຫຼງຂ່າວຂອງທ່ານ ສົມສະນິດ ລວດທອງຄຳ ຮອງຂະແໜງຂົນສົ່ງ ພະແນກ ຍທຂ ນວ, ທ່ານ ພັນໂທ ສັງຄົມ ພົມມະລາດ ຫົວໜ້າພະແນກຕຳຫຼວດຈະລາຈອນ ປກສ ນວ, ທ່ານ ທະນົງສີ ເດດວົງສອນ ຫົວໜ້າພະແນກແຜນການ ແລະ ຂົນສົ່ງລັດວິສາຫະກິດລົດເມ ນວ, ມີບັນດາສື່ມວນຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

​                ໃນພິທີ, ທ່ານ ສົມສະນິດ ລວດທອງຄຳ ພ້ອມດ້ວຍຄະນະໄດ້ກ່າວວ່າ: ເພື່ອເປັນການຫຼຸດຜ່ອນການຈະລາຈອນແອອັດໃນໄລຍະງານບຸນນະມັດສະການພະທາດຫຼວງ ທາງພະແນກໂທທາທິການ ແລະ ຂົນສົ່ງ ໄດ້ຮ່ວມກັບ ລັດວິສາຫະກິດລົດເມນະຄອນຫຼວງ ແລະ ບໍລິສັດລາວສະມາດໂມບິລິຕິຈຳກັດ (ລົດກ໋ອກໆສີສົ້ມ) ໄດ້ຮ່ວມກັນໃຫ້ບໍລິການລົດສາທາລະນະໂດຍບໍ່ເສຍຄ່າໃນໄລຍະບຸນນະມັດສະການພະທາດຫຼວງ ເລີ່ມແຕ່ວັນທີ 23 ຫາ 27 ເວລາ 17:00 ຫາ 22:30 ໂມງ. ສຳລັບລັດວິສາຫະກິດລົດເມນະຄອນຫຼວງ ແມ່ນຈະນຳໃຊ້ລົດເມ 45 ບ່ອນນັ່ງ ຈຳນວນ 9 ຄັນ, ລົດ 25 ບ່ອນນັ່ງ 16 ຄັນ ແລະ ບໍລິສັດລາວສະມາດໂມບິລິຕິ ຈຳກັດ ໃຫ້ບໍລິການລົດກ໋ອກໆສີສົ້ມ ຈຳນວນ 50 ຄັນ ປະເພດ 4-6 ບ່ອນນັ່ງ ມາບໍລິການໃຫ້ກັບມວນຊົນໃນໄລຍະບຸນພະທາດຫຼວງ. ສະເພາະຜູ້ທີ່ໃຊ້ລົດສ່ວນຕົວທີ່ມີຈຸດປະສົງຈະເດີນທາງມາງານບຸນນະມັດສະການພະທາດຫຼວງສາມາດໄປຈອດລົດໄວ້ໃນ 3 ຈຸດທີ່ກຳນົດ ຄື: 1.ເດີ່ນຈອດລົດຕະຫຼາດເຊົ້າຊ໋ອບປີ້ງມໍ, 2. ຈຸດບໍລິການໜ້າຕະຫຼາດຫົວຂົວ ແລະ 3. ຕະຫຼາດບຶງທາດຫຼວງ. ສ່ວນບ່ອນຈອດລົດຂຶ້ນ-ລົງຮັບຜູ້ໂດຍສານ ປະກອບມີ 1. ຖະໜົນສຸພານຸວົງ, ຖະໜົນສີທອງ, ຖະໜົນຫ້ວຍຫົງ, ຖະໜົນທ່າເດືອ, ຖະໜົນແຄມຂອງ ສາມາດຈອດລົດຢູ່ລານຈອດລົດຕະຫຼາດເຊົ້າ ຊຶ່ງຮອງຮັບບ່ອນຈອດລົດໄດ້ 400 ກວ່າຄັນ, 2. ຖະໜົນໄກສອນພົມວິຫານ, ຖະໜົນວັງຊາຍ ສາມາດຈອດລົດໄດ້ຢູ່ເດີ່ນຈອດລົດຕະຫຼາດທາດຫຼວງເກົ່າ ຊຶ່ງຮອງຮັບບ່ອນຈອດລົດໄດ້ 300 ກວ່າຄັນ, 3. ຖະໜົນນາຄວາຍ, ດົງຄໍາຊ້າງ, ຖະໜົນກໍາແພງເມືອງ ສາມາດຈອດລົດຢູ່ເດີ່ນຕະຫຼາດບຶງທາດຫຼວງ ຊຶ່ງຮອງຮັບບ່ອນຈອດລົດໄດ້ 200 ກວ່າຄັນ. ໃນຈຸດດັ່ງກ່າວ, ຈະມີບໍລິການລົດສາທາລະນະໂດຍບໍ່ເສຍຄ່າໄປສົ່ງ ແລະ ໄປຮັບຢູ່ໃນງານບຸນພະທາດຫຼວງ.

ສໍາລັບການບໍລິການລົດເມ ແມ່ນຈະໃຫ້ບໍລິການໃນ 9 ຈຸດ ຄື: 1. ສາຍທາງທ່າເດື່ອ-ຂົວມິດຕະພາບ-ຊຽງຄວນ, 2. ສາຍທາງທ່າງ່ອນ-ທາດຫຼວງ, 3. ສາຍທາງດົງໂດກ-ທາດຫຼວງ, 4. ສາຍທາງໂພນຕ້ອງ-ທາດຫຼວງ, 5. ສາຍທາງ-ດົງຄຳຊ້າງ-ທາດຫຼວງ-ໄອເຕັກ, 6. ສາຍທາງໜອງໄຮ-ໄອເຕັກ-ທາດຫຼວງ, 7. ສາຍທາງດອນປ່າໃໝ່-ໄອເຕັກ-ທາດຫຼວງ, 8. ສາຍທາງບ້ານຫ້ອມ-ທາດຫຼວງ, 9. ສາຍທາງສີໄຄ-ທາດຫຼວງ ເພື່ອໃຫ້ບໍລິການມວນຊົນມາທ່ຽວຊົມງານບຸນນະມັດສະການພະທາດຫຼວງ.

ໂດຍ: VientianeMai

 

Leave a Reply

Your email address will not be published. Required fields are marked *