Skip to main content

ຮອງອຳນວຍການ ສວສ ຕິດຕາມການອົບຮົມຄູສອນ ນຳໃຊ້ປຶ້ມຄູ່ມືຄູ ມ.4 ແລະ ມ.7 ສູນທີ 1

21/11/2023

ທ່ານ ອຸທິດ ທິບມະນີ ຮອງຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ ໄດ້ລົງຕິດຕາມ ແລະ ໃຫ້ທິດຊີ້ນຳໃຫ້ແກ່ບັນດາຄູຝຶກ ແລະ  ຄູສອນ ທີ່ມາຈາກໂຮງຮຽນທົດລອງຂອງໂຄງການ 6 ເມືອງໃນ 4 ແຂວງພາກເໜືອ (ແຂວງຫຼວງພະບາງ, ຫົວພັນ, ຫຼວງນໍ້າທາ ແລະ ອຸດົມໄຊ) ໃນການຝຶກອົບຮົມການນຳໃຊ້ປຶ້ມຄູ່ມືຄູ ຂັ້ນ ມ.4 ແລະ ມ.7 ສະບັບໃໝ່ ສໍາລັບສູນທີ 1 ທີ່ວິທະຍາໄລຄູ ຫຼວງພະບາງ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໃນວັນທີ 20-24 ພະຈິກ 2023.

ໃນໂອກາດດັ່ງກ່າວ, ທ່ານ ອຸທິິດ ທິບມະນີ ໄດ້ໃຫ້ທິດຊີ້ນຳແກ່ຄູຝຶກທີ່ມາຈາກສູນກາງ ແລະ ຄູສອນທີ່ມາຈາກໂຮງຮຽນທົດລອງຂອງໂຄງການ 6 ເມືອງ ໃນ 4  ແຂວງພາກເໜືອ ໂດຍໃຫ້ພ້ອມກັນຮຽນຮູ້ວິທີການສອນທີ່ເນັ້ນຜູ້ຮຽນເປັນໃຈກາງ ແລະ ຮູ້ວິທີການກະກຽມບົດສອນສຳລັບຂັ້ນ ມ.4 ແລະ ມ.7 ຕາມປື້ມຄູ່ມືແນະນຳໄດ້ຢ່າງຄ່ອງແຄ້ວ ແລະ ມີຫົວຄິດປະດິດສ້າງ ແລະ ຮູ້ນຳໃຊ້ປື້ມຄູ່ມືຄູທີ່ປັບປຸງໃໝ່, ພ້ອມກັນແລກປ່ຽນຄຳຄິດຄຳເຫັນນຳກັນຢ່າງກົງໄປກົງມາ, ຮຽນຮູ້ສຶກສາເອົາຄວາມຮູ້ຮ່ວມກັນ, ສຶກສາເບິ່ງວິທີການສອນ 3 ວິທີ/ກຸ່ມ, ກະກຽມບົດສອນ, ອຸປະກອນເພື່ອນຳສະເໜີ ແລະ ສອນສາທິດ ຕາມແຕ່ລະກຸ່ມ ພ້ອມທັງຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ໃນຫ້ອງຮຽນ ເພື່ອປະເມີນຜົນການໄດ້ຮັບຄວາມຮູ້, ທັກສະທີ່ໄດ້ຮັບຮູ້ໃໝ່ໆ ແລະ ໄດ້ຮັບການຊ່ວຍເຫຼື່ອຈາກຄູຝຶກ  ກ່ຽວກັບວິທີການສອນ ຫຼື ຍຸດທະສາດການສອນໃຫ້ຄ່ອງແຄ້ວ ແລະ ມີຄວາມສຳນິສຳນານຍິ່ງຂຶ້ນເລື້ອຍໆ. ພ້ອມກັນນັ້ນ, ທ່ານຍັງໄດ້ຮຽກຮ້ອງມາຍັງສຳມະນາກອນທີ່ເຂົ້າຮ່ວມ ຈົ່ງພ້ອມກັນເອົາໃຈໃສ່ຟັງຄໍາອະທິບາຍຂອງວິທະຍາກອນທີ່ຖ່າຍທອດອອກໄປຢ່າງຕັ້ງໜ້າ ແນໃສ່ໃຫ້ໄດ້ຄວາມຮູ້ໄປປະກອບເຂົ້າໃນວຽກງານ ແລະ ອາຊີບທີ່ຕົນຮັບຜິດຊອບໃຫ້ໄດ້ຢ່າງຄ່ອງແຄ້ວ ແລະ ໄດ້ຮັບໝາກຜົນຢ່າງຈົບງາມ.

ໃນໄລຍະຜ່ານມາ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຮ່ວມກັບກົມກ່ຽວຂ້ອງ ແລະ ວິຊາການຈາກພາກສ່ວນຕ່າງໆ ໄດ້ຮຽບຮຽງເນື້ອໃນປຶ້ມຄູ່ມື ຂັ້ນ ມ.4 ຄື: ວິຊາພາສາລາວ, ຄະນິດສາດ, ວິທະຍາສາດທໍາມະຊາດ, ພາສາອັງກິດ ແລະ ມ.7 ມີ ວິຊາພາສາລາວ, ຄະນິດສາດ, ຟີຊິກສາດ, ຊີວະວິທະຍາ, ເຄມີສາດ, ພາສາອັງກິດ ສະບັບທົດລອງສຳເລັດເປັນພື້ນຖານ ເພື່ອຮັບປະກັນຄວາມຖືກຕ້ອງທາງດ້ານເນື້ອໃນ ແລະ ວິທີການສອນແບບຕ່າງໆໃຫ້ມີຄວາມເໝາະສົມກັບນັກຮຽນ ແລະ ທ້ອງຖິ່ນ. ສະນັ້ນ, ຈຶ່ງມີຄວາມຈໍາເປັນຕ້ອງໄດ້ຜ່ານຂະບວນການທົດລອງນໍາໃຊ້ຕົວຈິງໃນໂຮງຮຽນທັງໃນຕົວເມືອງ, ຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ ຢ່າງໜ້ອຍໜຶ່ງສົກຮຽນ ກ່ອນຈະນໍາໃຊ້ເອກະພາບທົ່ວປະເທດ.

ການຝຶກອົບຮົມດັ່ງກ່າວ, ຈະສ້າງຄວາມສາມາດເພື່ອແນໃສ່ເພີ່ມຄວາມຮູ້ ແລະ ທັກສະຄູສອນມາຈາກໂຮງຮຽນທົດລອງຈຳນວນ 12 ເມືອງ, 8 ແຂວງຂອງໂຄງການ EESDP ມີທັງໝົດ 60 ແຫ່ງ ເພື່ອຄວາມສະດວກໃນການຈັດຮຽນການສອນ ແລະ ກິດຈະກຳ ຄະນະຮັບຜິດຊອບໄດ້ແຍກເປັນ 2 ສູນ ຄື: ສູນທີ 1 ທີ່ວິທະຍາໄລຄູ ຫຼວງພະບາງ ແລະ ສູນທີ 2 ທີ່ວິທະຍາໄລຄູ ບ້ານເກິນ. ສໍາລັບສູນຫຼວງພະບາງນີ້ ມີ 4 ແຂວງ ຄື: ແຂວງຫຼວງພະບາງ, ຫົວພັນ, ຫຼວງນໍ້າທາ ແລະ ອຸດົມໄຊ ປະກອບມີ 6 ເມືອງ (ເມືອງລະ 5 ໂຮງຮຽນ ລວມ 30 ແຫ່ງ) ລວມຜູ້ເຂົ້າຮ່ວມທີ່ເປັນຄູສອນ ຂັ້ນ ມ.4 ແລະ ມ.7 ຈໍານວນ 150 ຄົນ (ບໍ່ນັບຄູຝຶກ). ນອກຈາກນັ້ນ, ຜູ້ເຂົ້າຮ່ວມສາມາດເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບການນຳໃຊ້ຍຸດທະສາດການສອນຕ່າງໆ (15 ວິທີ) ເພື່ອໃຫ້ເຂົາເຈົ້າຫັນປ່ຽນໄປສູ່ຮູບແບບເອົາຜູ້ຮຽນເປັນໃຈກາງ, ເຂົ້າໃຈແນວຄວາມຄິດ ພ້ອມທັງສະໜັບສະໜູນ ແລະ ເສີມສ້າງການຈັດຕັ້ງປະຕິບັດຍຸດທະສາດການສອນແບບໃໝ່ທີ່ໄດ້ແນະນໍາໃນປຶ້ມຄູ່ມືຄູໃໝ່ ຊຶ່ງເປົ້າໝາຍໂດຍທົ່ວໄປ ເພື່ອຝຶກອົບຮົມນໍາໃຊ້ປຶ້ມຄູ່ມືຄູ, ວິທີການຮຽນຮູ້ຜ່ານແຫຼ່ງຂໍ້ມູນ, ເວັບໄຊ Setlearning.online, ເສີມສ້າງຄວາມຮູ້ ແລະ ຄວາມສາມາດຂອງຄູປະຈຳການ ເພື່ອຫັນປ່ຽນຈາກການສອນແບບດັ້ງເດີມໄປສູ່ການນຳໃຊ້ຮູບແບບເອົາຜູ້ຮຽນເປັນໃຈກາງ, ນໍາໃຊ້ຍຸດທະສາດການສອນຕ່າງໆ ເພື່ອໃຫ້ມີສ່ວນຮ່ວມຂອງນັກຮຽນຫຼາຍຂຶ້ນ ແລະ ການພັດທະນາທັກສະທາງສະຕິປັນຍາຂອງນັກຮຽນ ເພື່ອຄວາມພ້ອມຂອງຊີວິດ, ການຮຽນຮູ້ສິ່ງໃໝ່ຢ່າງມີຫົວຄິດປະດິດສ້າງ, ມີລັກສະນະວິທະຍາສາດ, ທັນສະໄໝ ເພື່ອເຊື້ອມໂຍງໂລກແຫ່ງການສຶກສາໃນສະຕະວັດທີ 21, ໂລກຂອງທຸລະກິດ ຫຼື ໂລກຂອງການເຮັດວຽກ.

ໂດຍ: ບຸນທະວີ ນະວົງສາ

 

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ