ເທນຮາກ ກຽມດຶງກອງໜ້າທີມຊາດຝຣັ່ງ ຮ່ວມທີມ

ເອຣິກ ເທນຮາກ ຫົວໜ້າຄູຝຶກໃຫຍ່ ສະໂມສອນ ແມນເຊັດເຕີ ຢູໄນເຕັດ ທີມດັງຈາກອັງກິດ ວາງແຜນດຶງຕົວ ອອງຕວນ ກຣີດມັນ ກອງໜ້າທີມຊາດຝຣັ່ງ ມາຮ່ວມທີມໃນໄລຍະຕະຫຼາດຊື້ຂາຍນັກເຕະຮອບ 2 ເປີດ ໃນເດືອນມັງກອນ 2024 ນີ້.
ໂດຍ ແມນຢູ ພາຍໃຕ້ການຄຸມທີມຂອງ ທ່ານ ເອຣິກ ເທນຮາກ ຕົກເປັນຂ່າວຢາກໄດ້ນັກເຕະໃນຕຳແໜ່ງເກມບຸກມາເສີມທີມໃນຕະຫຼາດຊື້ຂາຍນັກເຕະຮອບ 2 ເປີດ ເດືອນມັງກອນ 2024 ຫຼັງຈາກພວກເຂົາປະສົບບັນຫາເລື່ອງການຈົບສະກໍ ໂດຍເລັງໄປທີ່ຜູ້ທີ່ຫຼິ້ນໄດ້ທັງປີກຊ້າຍ ແລະ ປີກຂວາ ຫຼື ກອງໜ້າ ຈົນຫຼ້າສຸດ ເອວ ນາຊິອອງນາວ ສື່ກິລາຊື່ດັງໃນແອັດສະປາຍ ລາຍງານວ່າ ທ່ານ ເອຣິກ ເທນຮາກ ໄດ້ເລັງເປົ້າໝາຍໄປທີ່ ອອງຕວນ ກຣີດມັນ ກອງໜ້າທີມຊາດຝຣັ່ງຂອງ ສະໂມສອນ ແອັດເລຕິໂກ ມາດຣິດ ໂດຍ ແມນຢູ ໄດ້ມີການເຈລະຈາກັບຕົວແທນຂອງນັກເຕະແລ້ວ ຊຶ່ງມີຄ່າຍົກເລີກສັນຍາຢູ່ທີ່ 21,6 ລ້ານປອນ ເທົ່ານັ້ນ.
ນອກຈາກນັ້ນຍັງມີລາຍງານເພີ່ມວ່າ ແມນຢູ ພ້ອມຈະທຸ້ມຄ່າແຮງໃຫ້ກັບ ກຣີດມັນ ຫຼາຍກວ່າທີ່ຢູ່ ແອັດ.ມາດຣິດ ເຖິງ 3 ເທົ່າ ຫຼື 348.413 ປອນຕໍ່ອາທິດ. ທັງນີ້, ກຣີດມັນ ສ້າງຜົນງານໄດ້ຢ່າງໂດດເດັ່ນ ໂດຍຍິງໄປແລ້ວເຖິງ 12 ປະຕູ ຈາກ 16 ເກມທຸກລາຍການ.
ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ