ວຽງຈັນ ສິງ ຄວ້າແຊ໋ມຣັກບີ້ຍິງ ນານາຊາດ ວຽງຈັນ 2023 ຕຳຫຼວດໄທ ຄອງແຊ໋ມທີມຊາຍທົ່ວໄປ

ສະໂມສອນ ຣັກບີ້ ວຽງຈັນ ສິງ ຫຼື ວຽງຈັນ ໄຣອອນ ຈາກສປປ ລາວ ຄອງແຊ໋ມການແຂ່ງຂັນກິລາຣັກບີ້ ນານາຊາດ ວຽງຈັນ ປະຈຳປີ 2023 ຫຼື “Vientiane 10s International Rugby Championship 2023” ຂະນະທີ່ແຊ໋ມປະເພດຊາຍທົ່ວໄປ ຕົກເປັນຂອງສະໂມສອນ ຕຳຫຼວດໄທ ທີ່ມາຈາກປະເທດໄທ.
ສະຫະພັນກິລາຣັກບີ້ແຫ່ງຊາດລາວ ເປັນເຈົ້າພາບ ຈັດການແຂ່ງຂັນຣັກບີ້ ນານາຊາດ ວຽງຈັນ ປະຈຳປີ 2023 ຫຼື “Vientiane 10s International Rugby Championship 2023” ໃນລະຫວ່າງວັນທີ 18-19 ພະຈິກ 2023 ທີ່ສະໜາມກິລາກາງ ມະຫາວິທະຍາໄລແຫ່ງຊາດ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ມອບຂັນລາງວັນຂອງທ່ານ ທ່ານ ວິຣະຢຸດ ຣາຕິກຸນ ປະທານສະຫະພັນຣັກບີ້ແຫ່ງຊາດລາວ, ມີທ່ານ ນາງ ຈັນທະລາດ ພູມພິພັກ ຮອງຄະນະບໍດີ ຄະນະວິທະຍາສາດການກິລາ-ກາຍະກຳ ມະຫາວິທະຍາໄລແຫ່ງຊາດ, ທ່ານ ບຸນທັນ ກອງມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ, ທ່ານ ມາກ ຜູ້ຈັດການໃຫຍ່ ບໍລິສັດ ດີເຮັດແອວລາວ ແລະ ທ່ານ ພິວ ໂກຣ ຜູ້ອຳນວຍການໃຫຍ່ບໍລິສັດ ດີເອຊີ ຈຳກັດ ພ້ອມດ້ວຍັນດາຄະນະນຳແຕ່ລະຊາດ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດກອງເຊຍເຂົ້າຮ່ວມຊົມ ແລະ ເຊຍຢ່າງຫຼວງຫຼາຍ.
ລາຍການດັ່ງກ່າວ ມີທີມເຂົ້າຮ່ວມ 30 ກວ່າທີມ, ໃນນັ້ນ ຊາຍມີ 18 ທີມ ແລະ ຍິງ 15 ທີມຈາກໄທ, ບັນດານັກກິລາຕ່າງປະເທດທີ່ມາດຳເນີນທຸລະກິດ ໃນບັນດາປະເທດອາຊຽນ ແລະ ອາຊີ ແລະ ບັນດາສະໂມສອນໃນສປປ ລາວຊຶ່ງມີການຊີງໄຊ 6 ລາຍການ ປະກອບມີ ປະເພດຊາຍຮຸ່ນທົ່ວໄປ ມີ 5 ທີມ, ປະເພດຍິງຮຸ່ນທົ່ວໄປ ມີ 4 ທີມ, ປະເພດພັດທະນາຊາຍ ມີ 5 ທີມ, ຮຸ່ນອາຍຸບໍ່ເກີນ 17 ປີຍິງ ມີ 5 ທີມ, ຮຸ່ນອາຍຸບໍ່ເກີນ 17 ປີຊາຍ ມີ 8 ທີມ ແລະ ແທັກຣັກບີ້ (Tag Rugby) ທົ່ວໄປຍິງ 7 ຄົນ ມີ 6 ທີມ.
ຜ່ານການແຂ່ງຂັນໃນໄລຍະສອງວັນຜົນປະກົດວ່າ: ຊະນະເລີດ ປະເພດຍິງຮຸ່ນທົ່ວໄປ ແຊ໋ມຕົກເປັນຂອງສະໂມສອນ ຣັກບີ້ ວຽງຈັນ ສິງ ສ່ວນແຊ໋ມປະເພດຊາຍ ເປັນຂອງສະໂມສອນ ຕຳຫຼວດໄທ ທີ່ມາຈາກປະເທດໄທ, ຊະນະເລີດດິວິຊັນ 1 ທົ່ວໄປຊາຍ ພັດທະນາ ແຊ໋ມເປັນຂອງສະໂມສອນ ທີເອັນເອັດຢູ, ຊະນະເລີດດິວິຊັນ 1 ຮຸ່ນອາຍຸ 17 ປີຍິງ ແຊ໋ມເປັນຂອງສະໂມສອນ ໂກເດັນ ອີລີແພນ, ຊະນະເລີດ ດິວິຊັນ 1 ຮຸ່ນອາຍຸ 17 ປີຊາຍ ແຊ໋ມເປັນຂອງ ສະໂມສອນ ຮ້ອຍແອັດ ຈາກໄທ.
ສ່ວນຊະນະເລີດ ດິວິຊັນ 2 ທົ່ວໄປຍິງ ແຊ໋ມເປັນຂອງ ສະໂມສອນ ຊຽງຂວາງ, ຊະນະເລີດ ດິວິຊັນ 2 ທົ່ວໄປຊາຍ ແຊ໋ມເປັນຂອງ ສະໂມສອນ ວຽງຈັນ ວິວຣ໋ອກ, ຊະນະເລີດ ດິວິຊັນ 2 ທົ່ວໄປ ພັດທະນາຊາຍ ແຊ໋ມເປັນຂອງ ສະໂມສອນ ມະຫາວິທະຍາໄລ ຣາຊະພັດ ອຸດອນທານີ ປະເທດໄທ, ຊະນະເລີດ ດິວິຊັນ 2 ຮຸ່ນອາຍຸ 17 ປີຍິງ ແຊ໋ມເປັນຂອງ ສະໂມສອນ ວຽງຈັນ ເສືອ, ຊະນະເລີດ ດິວິຊັນ 2 ຮຸ່ນອາຍຸ 17 ປີຊາຍ ແຊ໋ມເປັນຂອງ ສະໂມສອນ ວຽງຈັນ ວິວຣ໋ອກ. ນອກຈາກນັ້ນ, ກໍຍັງມີລາງວັນບຸກຄົນຍິງ-ຊາຍດີເດັ່ນ ກໍຄື ລາງວັນນັກກິລາຊາຍດີເດັ່ນເປັນຂອງທ້າວ ເອຊ້ຽນ ຈາກສະໂມສອນ ວຽງຈັນ ໝູປ່າ, ລາງວັນການພັດທະນາຍິງດີເດັ່ນ ນາງ ຫຼ້າ ວະປັນຍາ ຈາກສະໂມສອນ ຊ້າງຄຳ, ລາງວັນຄູຝຶກດີເດັ່ນແມ່ນທ່ານ ແຄນສະນະ ແລະ ທ່ານ ຄຳປະສົງ ພົມມະວັນ ຈາກສະໂມສອນ ມາດເຕີ ຣັກບີ້ ແລະ ລາງວັນນັກກິລາຍິງດີເດັ່ນທີ່ຜ່ານການໂຫວດຂອງມະຫາຊົນ ເປັນຂອງ ນາງ ພິມ ພິມມະວົງ ຈາກສະໂມສອນ ມາດເຕີ ຣັກບີ້ ແລະ ລາງວັນບຸກຄົນດີເດັ່ນທີ່ທຸ້ມເທແກ່ກິລາຣັກບີ້ ແມ່ນທ່ານ ວັນນະໄຊ ສົມສຸທິ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
