ກອງທັບ ລ້າງຕາ ລາວສະກາຍເວ 3-0 ເຊັດ ພ້ອມມີລຸ້ນແຊ໋ມ ບານສົ່ງໃນຮົ່ມຊາຍ ເບຍລາວ ແຊ໋ມປ້ຽນຊິບ 2023

ສະໂມສອນ ກະຊວງປ້ອງກດັນປະເທດ ຫຼື ກອງທັບ ວີຊີ ດີກຣີແຊ໋ມກິລາບານສົ່ງທົ່ວປະເທດ 3 ສະໄໝ ລົງສະໜາມແຂ່ງຂັນພົບກັບຄູ່ປັບເກົ່າ ໂດຍສະເພາະເມື່ອປີ 2022 ກອງທັບ ພາດທ່າຖືກ ສະໂມສອນ ລາວສະກາຍເວ ວີຊີ ເອົາຊະນະໄປແບບຂາດຮອຍ 3-0 ເຊັດ 25-20, 25-16 ແລະ 25-23 ຄະແນນ ກັບມາປີນີ້ ສາມາດທວງຄວາມຍິ່ງໃຫຍ່ກັບມາຄືນໄດ້ສຳເລັດ ຫຼັງສາມາດລ້າງຕາ ລາວສະກາຍເວ ວີຊີ 3-0 ເຊັດ 25-19, 25-20 ແລະ 25-19 ຄະແນນ ເກັບໄຊຊະນະ 5 ນັດລວດ ມີ 15 ຄະແນນເຕັມເທົ່າກັນກັບ ອິນທະສອນ ວີຊີ ຮັກສາຕຳແໜ່ງທີມນຳຕາຕະລາງຢ່າງໜ້ຽວແໜ້ນ ໃນການແຂ່ງຂັນບານສົ່ງໃນຮົ່ມຊາຍ ລາຍການ ເບຍລາວ ແຊ໋ມປ້ຽນຊິບ ປະຈຳປີ 2023 ຫຼື “Beerlao Volleyball Championship 2023”.
ການແຂ່ງຂັນກິລາບານສົ່ງໃນຮົ່ມ ປະເພດຊາຍ ຄູ່ເອກເສິກລ້າງຕາ ລະຫວ່າງ ກອງທັບ ວີຊີ ພົບກັບ ລາວສະກາຍເວ ວີຊີ ໃນລາຍການ Beerlao Volleyball Championship 2023 ອາທິດທີ 3 ຈັດຂຶ້ນ ເມື່ອວັນທີ 18 ພະຈິກ 2023 ທີ່ສະໂມສອນກິລາໃນຮົ່ມ ກອງທັບ (ຫຼັກ5) ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ຊຶ່ງຄູ່ດັ່ງກ່າວມີບັນດາກອງເຊຍຂອງສອງສະໂມສອນຍັກໃຫຍ່ເຂົ້າຮ່ວມຊົມ ແລະ ເຊຍແໜ້ນສະໜາມແຂ່ງຂັນ.
ຜ່ານການແຂ່ງຂັນຜົນປະກົດວ່າ: ແຊ໋ມເກົ່າ 3 ສະໄໝ ກອງທັບ ວີຊີ ສາມາດທວງຄວາມຍິ່ງໃຫຍ່ກັບມາຄືນ ໄລ່ເອົາຊະນະ ລາວສະກາຍເວ ວີຊີ ຂາດຮອຍ 3-0 ເຊັດ 25-19, 25-20 ແລະ 25-19 ຄະແນນ ເກັບໄຊຊະນະ 5 ນັດລວດ ມີ 15 ຄະແນນ ເປັນທີມນຳກຸ່ມໃນປັດຈຸບັນ ສ່ວນ ລາວສະກາຍເວ ລົງແຂ່ງຂັນ 5 ນັດ ຊະນະ 2 ນັດ ແລະ ເສຍ 2 ນັດ ມີ 9 ຄະແນນ ເປັນອັນດັບທີ 3 ຂະນະທີ່ ອີກໜຶ່ງທີມທີ່ກຳລັງມາແຮງ ບໍ່ນ້ອຍໜ້າ ກອງທັບ ແລະ ມີໂອກາດລຸ້ນແຊ໋ມເຊັ່ນກັນ ນັ້ນກໍແມ່ນ ອິນທະສອນ ວີຊີ ທີ່ລົງສະໜາມ 5 ນັດ ມີ 15 ຄະແນນເຕັມ ແຕ່ໜ້າເສຍດາຍຄະແນນໃນເຊັດ ແມ່ນໜ້ອຍກວ່າ ກອງທັບ ຈຶ່ງເປັນອັນດັບທີ 2 ຂອງຕາຕະລາງປັດຈຸບັນ.
ສະຫຼຸບຜົນການແຂ່ງຂັນກິລາບານສົ່ງໃນຮົ່ມ ປະເພດຊາຍ-ຍິງ ລາຍການ ເບຍລາວ ແຊ໋ມປ້ຽນຊິບ ປະຈຳປີ 2023 ອາທິດທີ 3 ລະຫວ່າງວັນທີ 18-19 ພະຈິກ 2023 ສຳລັບວັນເສົາທີ 18 ພະຈິກ 2023 ປະເພດຍິງ ຄູ່ທີ 1 ກົມໃຫຍ່ການເມືອງ ກອງທັບ ຊະນະ ມາດເຕີ 7 ວີຊີ 3-0 ເຊັດ 25-10, 25-12 ແລະ 25-22 ຄະແນນ, ຄູ່ທີ 2 ປະເພດຊາຍ ອິນທະສອນ ວີຊີ ຊະນະ ວິທະຍາຄານ ສັນຕິບານ ປະຊາຊົນ ຫຼື ວສປ ກະຊວງປ້ອງກັນຄວາມສະຫງົບ 3-1 ເຊັດ 25-14, 25-22, 21-25 ແລະ 25-21 ຄະແນນ, ຄູ່ທີ 3 ກອງທັບ ວີຊີ ຊະນະ ລາວສະກາຍເວ ວີຊີ 3-0 ເຊັດ 25-19, 25-20 ແລະ 25-19 ຄະແນນ ແລະ ຄູ່ທີ 4 ມາດເຕີ 7 ວີຊີ ຖືກ ວຽງຈັນ ວີຊີ ອອກນຳກ່ອນ 2-0 ເຊັດ 25-12 ແລະ 25-22 ຄະແນນ ແຕ່ສາມາດແຊງຊະນະ 3-2 ເຊັດ 25-23, 25-19 ແລະ 15-10 ຄະແນນ ຄວ້າໄຊນັດທຳອິດໃນລາກຍານດັ່ງກ່າວ.
ສ່ວນຜົນການແຂ່ງຂັນໃນວັນອາທິດທີ 19 ພະຈິກ 2023 ຄູ່ທີ 1 ປະເພດຊາຍ ໂຄດ-ອັບ ວີຊີ ຊະນະ ອິນເທັນເຊິນ ວີຊີ 3-0 ເຊັດ 26-24, 25-20 ແລະ 25-17 ຄະແນນ, ຄູ່ທີ 2 ວຽງຈັນ ເສຍໃຫ້ ລາວສະກາຍເວ ວີຊີ 1-3 ເຊັດ 17-25, 25-20, 17-25 ແລະ 16-25 ຄະແນນ, ຄູ່ທີ 3 ປະເພດຍິງ ກອງທັບ ວີຊີ ຊະນະ ວຽງຈັນ ວີຊີ 3-0 ເຊັດ 25-10, 25-20 ແລະ 25-18 ຄະແນນ ແລະ ຄູ່ທີ 4 ມາດເຕີ 7 ວີຊີ ເສຍໃຫ້ ວສປ ປກສ 1-3 ເຊັດ 26-24, 22-25, 18-25 ແລະ 18-25 ຄະແນນ.
ລາຍການນີ້ ມີ 14 ສະໂມສອນ ເຂົ້າຮ່ວມ ສຳລັບ ປະເພດຊາຍມີ 8 ສະໂມສອນ ແລະ ປະເພດຍິງ 6 ສະໂມສອນ ທັງສອງປະເພດດັ່ງກ່າວ ແຂ່ງຂັນແບບພົບກັນໝົດ ລະບົບແບບລີກ ມີແຕ່ຮອບຂາໄປ ບໍ່ມີຂາກັບ ທີມໃດທີ່ມີຄະແນນດີທີ່ສຸດໄດ້ແຊ໋ມໄປຄອງ ການແຂ່ງຂັນໄດ້ດຳເນີນມາແຕ່ວັນທີ 4 ພະຈິກ ຫາວັນທີ 10 ທັນວາ 2023 ຈຶ່ງຈະສຳເລັດ ສຳລັບລາງວັນຊະນະເລີດປະເພດຍິງ ຈະໄດ້ຮັບຂັນ 1 ໜ່ວຍ ແລະ ເງິນສົດ 15.000.000 ກີບ, ອັນດັບທີ 2 ໄດ້ຮັບເງິນສົດ 10.000.000 ກີບ, ອັນດັບທີ 3 ໄດ້ຮັບເງິນສົດ 7.000.000 ກີບ, ອັນດັບທີ 4 ໄດ້ຮັບເງິນສົດ 6.000.000 ກີບ, ອັນດັບທີ 5 ໄດ້ຮັບເງິນສົດ 4.000.000 ກີບ ແລະ ອັນດັບທີ 6 ໄດ້ຮັບເງິນສົດ 3.000.000 ກີບ. ນອກຈາກນີ້, ຍັງມີລາງວັນສຳລັບບຸກຄົນ ແລະ ທີມດີເດັ່ນເຊັ່ນກັນ.
ສ່ວນລາງວັນຊະນະເລີດ ປະເພດຊາຍ ຈະໄດ້ຮັບຂັນ 1 ໜ່ວຍ ແລະ ເງິນສົດ 25.000.000 ກີບ, ອັນດັບທີ 2 ໄດ້ຮັບເງິນສົດ 15.000.000 ກີບ, ອັນດັບທີ 3 ໄດ້ຮັບເງິນສົດ 10.000.000 ກີບ, ອັນດັບທີ 4 ໄດ້ຮັບເງິນສົດ 7.000.000 ກີບ, ອັນດັບທີ 5 ໄດ້ຮັບເງິນສົດ 6.000.000 ກີບ, ອັນດັບທີ 6 ໄດ້ຮັບເງິນສົດ 5.000.000 ກີບ, ອັນດັບທີ 7 ໄດ້ຮັບເງິນສົດ 4.000.000 ກີບ ແລະ ອັນດັບທີ 8 ໄດ້ຮັບເງິນສົດ 3.000.000 ກີບ. ນອກຈາກນີ້ ຍັງມີລາງວັນສຳລັບບຸກຄົນ ແລະ ທີມດີເດັ່ນອີກດ້ວຍ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
