ອາກຊັງຕີນ ບຸກຊະນະ ເບຣຊິນ 10 ຄົນ ເຖິງຖິ່ນ 1-0 ເຕະບານໂລກ 2026 ຮອບຄັດເລືອກ ຂົງເຂດອາເມຣິກາໃຕ້

ທັບນັກເຕະທີມຊາດອາກຊັງຕີນ (ອາເຈນຕິນາ) ຍັງສ້າງຜົນງານໄດ້ຢ່າງໂດດເດັ່ນສົມລາຄາແຊ໋ມເກົ່າເຕະບານໂລກ 2022 ດ້ວຍການບຸກໄປເອົາຊະນະ ທີມຊາດເບຣຊິນ ຄູ່ປັບຕະຫຼອດການທີ່ເຫຼືອຜູ້ຫຼິ້ນພຽງ 10 ຄົນ ໃນສະໜາມໄປໄດ້ 1-0 ປະຕູ ໃນການແຂ່ງຂັນເຕະບານໂລກ 2026 ຮອບຄັດເລືອກ ຂົງເຂດອາເມຣິກາໃຕ້. ຂະນະທີ່ເກມນີ້ຕ້ອງເລື່ອນການແຂ່ງຂັນອອກໄປເກືອບເຄິ່ງຊົ່ວໂມງ ເນື່ອງຈາກເກີດເຫດແຟນບານທັງສອງທີມປະທະກັນຈົນມີຜົນໄດ້ຮັບບາດເຈັບຫຼາຍຄົນ.
ການແຂ່ງຂັນເຕະບານໂລກ 2026 ຮອບຄັດເລືອກ ຂົງເຂດອາເມຣິກາໃຕ້ ເມື່ອວັນທີ 22 ພະຈິກ 2023 ເປັນຄູ່ບິກແມັດ ທີມຊາດເບຣຊິນ ເປີດສະໜາມ ມາຣາຄານາ ຕ້ອນຮັບການມາຢາມຂອງ ທີມຊາດອາກຊັງຕີນ ແຊ໋ມເກົ່າປີ 2022. ເກມນີ້ ເຈົ້າຖິ່ນສົ່ງ ຣາຟິນຢາ, ໂຣດຣີໂກ ແລະ ກາບຣຽວ ເຊຊຸດ ລົງສະໜາມ ຂະນະທີ່ ອາກຊັງຕີນ ທີມຢາມ ສົ່ງ ອະເລັກຊິດ ແມັກ ອັນລິດເຕີ, ລິໂອເນວ ເມດຊີ ແລະ ຂູລຽນ ອັນບາເຣດ ເປັນແກນຫຼັກ ຫວັງຈົບສະກໍ.
ຢ່າງໃດກໍຕາມ, ເກມການແຂ່ງຂັນຍັງບໍ່ທັນໄດ້ເລີ່ມກໍເກີດເຫດແຟນບານທັງສອງທີມປະທະກັນ (ຕີກັນ) ທີ່ອັດສະຈັນ ກ່ອນທີ່ເຈົ້າໜ້າທີ່ຕຳຫຼວດຈະເຂົ້າມາລະງັບເຫດ ແລະ ມີການໃຊ້ໄມ້ກະບອງຕີແຟນບານອາກຊັງຕີນ ທີ່ຕອບໂຕ້ດ້ວຍການແກວ່ງຕັ່ງໃສ່ເຈົ້າໜ້າທີ່ ສົ່ງຜົນໃຫ້ມີຜູ້ໄດ້ຮັບບາດເຈັບຫຼາຍຄົນ ຊຶ່ງບາງຄົນເຖິງຂັ້ນຫົວແຕກ-ເລືອດໄຫຼອາບໜ້າ ເຮັດໃຫ້ນັກເຕະຂອງອາກຊັງຕີນ ທີ່ພະຍາຍາມເຂົ້າມາຫ້າມຢູ່ຂ້າງອັດສະຈັນ ເກີດຄວາມບໍ່ພໍໃຈເຈົ້າໜ້າທີ່ຕຳຫຼວດ ຫຼັງເຫັນວ່າເຮັດຮຸນແຮງເກີດກວ່າເຫດຕໍ່ແຟນບານທີມຢາມ.
ຫຼັງຈາກເຫດວຸ້ນວາຍຈົນເກມການແຂ່ງຂັນຕ້ອງຫຼ້າຊ້າໄປເກືອບ 30 ນາທີ ທັງສອງທີມກໍກັບມາລົງສະໜາມແຂ່ງຂັນກັນໄດ້ ຊຶ່ງເກມໃນສະໜາມກໍມີຄວາມດຸເດືອດບໍ່ຕ່າງກັນ ກ່ອນທີ່ສຸດທ້າຍຈະເປັນຝ່າຍ ອາກຊັງຕີນ ບຸກມາເອົາຊະນະ ເບຣຊິນ ໄປໄດ້ເຖິງຖິ່ນ 1-0 ປະຕູ ຈາກປະຕູໄຊຂອງ ນິໂຄລັດ ໂອຕາເວນດີ ນາທີ 63 ແລະ ເກມນີ້ ເຈົ້າຖິ່ນກໍເຫຼືອຜູ້ຫຼິ້ນພຽງ 10 ຄົນ ຈາກກໍລະນີທີ່ ໂຈເອລິນຕັນ ຖືກໃບແດງໄລ່ອອກຈາກສະໜາມໃນນາທີ 81.
ຈາກໄຊຊະນະດັ່ງກ່າວ ເຮັດໃຫ້ ອາກຊັງຕີນ ເກັບເພີ່ມເປັນ 15 ຄະແນນ ຈາກ 6 ນັດ ພ້ອມເປັນທີມນຳຕາຕະລາງ ສ່ວນ ເບຣຊິນ ຍັງມີ 7 ຄະແນນເທົ່າເດີມຈາກ 6 ນັດ ຢູ່ອັນດັບທີ 6 ຂອງຕາຕະລາງ.
ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ