ກອງປະຊຸມເທື່ອທີ 6 ສະພາແຫ່ງຊາດ ຊຸດທີ IX ຮັບຮອງເອົາ 7 ເອກະສານສໍາຄັນ ພ້ອມສະເໜີໃຫ້ເອົາໃຈໃສ່ແກ້ໄຂບັນຫາທີ່ສັງຄົມເປັນຫ່ວງຫຼາຍ

ອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ພາຍຫຼັງດໍາເນີນໃນລະຫວ່າງວັນທີ 31 ຕຸລາ-21 ພະຈິກ 2023 ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ພ້ອມດ້ວຍອະດີດພະນັກງານການນໍາຂັ້ນສູງພັກ-ລັດ, ບັນດາແຂກຖືກເຊີນ.
ໃນກອງປະຊຸມ, ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວວ່າ: ກອງປະຊຸມໄດ້ພິຈາລະນາຮັບຮອງເອົາເອກະສານສໍາຄັນ ຄື: 1) ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ກາງສະໄໝ (2021-2023) ແລະ ທິດທາງແຜນການທ້າຍສະໄໝ (2023-2025), ການຈັດຕັ້ງປະຕິບັດແຜນການປະຈໍາປີ 2023 ແລະ ແຜນການປະຈໍາປີ 2024 ຂອງລັດຖະບານ ເຮັດໃຫ້ເສດຖະກິດສາມາດຂະຫຍາຍຕົວໃນປີ 2023 ລະດັບ 4,02%, ໄດ້ເອົາໃຈໃສ່ປຶກສາ ແລະ ຕົກລົງເປັນເອກະພາບໃນການສ້າງແຜນການລົງທຶນຂອງລັດ ປີ 2024 ເພື່ອໃຫ້ສາມາດຈັດຕັ້ງປະຕິບັດໃນເດືອນມັງກອນ 2024. ພ້ອມດຽວກັນນັ້ນ, ກອງປະຊຸມສະເໜີໃຫ້ລັດຖະບານ ເພີ່ມທະວີຄວາມເອົາໃຈໃສ່ ໃນການແກ້ໄຂບັນຫາທີ່ສັງຄົມເປັນຫ່ວງຫຼາຍ ເຊັ່ນ: ການແກ້ໄຂບັນຫາເງິນເຟີ້ທີ່ສູງ, ອັດຕາແລກປ່ຽນເໜັງຕີງແຮງ, ຄ່າຄອງຊີບສູງ ຊຶ່ງຍັງສືບຕໍ່ສົ່ງຜົນກະທົບໂດຍກົງຕໍ່ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕຳຫຼວດ ກໍຄື ປະຊາຊົນບັນດາເຜົ່າ, ການແກ້ໄຂບັນຫາຂອງຄູ, ແພດອາສາສະໝັກ, ບັນຫາຄຸນນະພາບການສຶກສາ, ສາທາລະນະສຸກ, ບັນຫາສະຫວັດດີການສັງຄົມ, ບັນຫາແຮງງານ, ການເລັ່ງທວງເກັບກູ້ຄືນໜີ້ສິນຂອງລັດ, ການຊຸກຍູ້ສົ່ງເສີມການພັດທະນາການທ່ອງທ່ຽວ ໂດຍສະເພາະການກະກຽມເປີດປີທ່ອງທ່ຽວ, ບັນຫາການຂຸດຄົ້ນແຮ່ທາດແບບທົດລອງ ໃຫ້ຕິດພັນກັບການປຸງແຕ່ງ ຕາມແຜນຍຸດທະສາດການຄຸ້ມຄອງແຮ່ທາດ ທີ່ສະພາແຫ່ງຊາດ ໄດ້ຮັບຮອງ ແລະ ອື່ນໆ;
2). ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ໄລຍະ 3 ປີຜ່ານມາ (2021-2023) ກອງປະຊຸມ ຕີລາຄາ ເຫັນວ່າ ດ້ວຍຄວາມບຸກບືນ ສູ້ຊົນຂອງລັດຖະບານ ເຮັດໃຫ້ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໄດ້ຮັບຜົນສຳເລັດຫຼາຍດ້ານ ແລະ ກໍເລີຍມີໜໍ່ແໜງຫັນປ່ຽນທີ່ດີຂຶ້ນຈຳນວນໜຶ່ງ;
3). ກອງປະຊຸມ ໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ກາງສະໄໝ (2021-2023), ທິດທາງແຜນການທ້າຍສະໄໝ (2023-2025) ການຈັດຕັ້ງປະຕິບັດແຜນການ ປະຈຳປີ 2023 ແລະ ແຜນການ ປະຈຳປີ 2024 ຂອງອົງການກວດກາແຫ່ງລັດ, ບົດລາຍງານຜົນການກວດກາ ຕາມຜົນການກວດສອບ ປະຈຳປີ 2021, ບົດລາຍງານການຈັດຕັ້ງປະຕິບັດແຜນການການເຄື່ອນໄຫວວຽກງານ ກາງສະໄໝ (2021-2023), ແຜນການທ້າຍສະໄໝ (2023-2025) ການຈັດຕັ້ງປະຕິບັດແຜນການປະຈຳປີ 2023 ແລະ ແຜນການ ປະຈຳປີ 2024 ຂອງອົງການກວດສອບແຫ່ງລັດ, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2022;
4). ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ກາງສະໄໝ (2021-2023) ແລະ ການແຜນການທ້າຍສະໄໝ (2023-2025), ການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2023 ແລະ ແຜນການ ປະຈໍາປີ 2024 ຂອງສານປະຊາຊົນສູງສຸດ ແລະ ຂອງອົງການໄອຍະການປະຊາຊົນສູງສຸດ ຊຶ່ງກອງປະຊຸມໄດ້ຕີລາຄາສູງຕໍ່ສອງອົງການ ໄດ້ມີຄວາມພະຍາຍາມປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ, ໄດ້ຍົກສູງຄຸນນະພາບໃນການດຳເນີນຄະດີຕາມຂະບວນຍຸຕິທໍານັບມື້ມີຄຸນນະພາບສູງຂຶ້ນ ເອົາໃຈໃສ່ການຜັນຂະຫຍາຍມະຕິ, ຄໍາສັ່ງຂອງສູນກາງພັກ ເຂົ້າໃນການສ້າງ ແລະ ປັບປຸງກົດໝາຍ, ນິຕິກຳໃຕ້ກົດໝາຍຫຼາຍຂຶ້ນ;
5). ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາການປະເມີນຜົນ ການຈັດຕັ້ງປະຕິບັດກົດໝາຍຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ສະບັບ ຄື: ກົດໝາຍວ່າດ້ວຍການປ້ອງກັນຊາດ, ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ແລະ ກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ມີຄວາມພະຍາຍາມໃນການຈັດຕັ້ງປະເມີນຜົນ ການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ຕາມແຜນການທີ່ວາງໄວ້, ສາມາດຊອກໃຫ້ເຫັນດ້ານຕັ້ງໜ້າ ແລະ ບັນຫາຄົງຄ້າງ ໃນການຈັດຕັ້ງປະຕິບັດກົດໝາຍຂົງເຂດປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ 3 ສະບັບ;
6). ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ກາງສະ ໄໝ (2021-2023) ແລະ ແຜນການທ້າຍສະໄໝ (2023-2025) ແລະ ການຈັດຕັ້ງປະຕິບັດແຜນການປະຈຳປີ 2023 ແລະ ແຜນການ ປະຈຳປີ 2024 ຂອງສະພາແຫ່ງຊາດ ກອງປະຊຸມຕີລາຄາວ່າ ໃນໄລຍະກາງສະໄໝ (2021-2023) ດ້ວຍຄວາມເອົາໃຈໃສ່ນໍາພາ-ຊີ້ນໍາຂອງສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ, ຄວາມເປັນເຈົ້າການຂອງກົງຈັກເສນາທິການຂອງສະພາແຫ່ງຊາດ ກໍຄືບັນດາທ່ານສະມາຊິກສະພາແຫ່ງຊາດ, ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ເຮັດໃຫ້ການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍ ເຂົ້າໃນການເຄື່ອນໄຫວຂອງສະພາແຫ່ງຊາດ ໄດ້ຮັບຜົນສຳເລັດຫຼາຍດ້ານ ເປັນຕົ້ນ ການສ້າງ ແລະ ປັບປຸງກົດໝາຍສາມາດບັນລຸໄດ້ 54,16% ຂອງແຜນການ 5 ປີ, ໄດ້ດຳເນີນກອງປະຊຸມວິສາມັນຂອງສະພາແຫ່ງຊາດ, ຕົກລົງບັນຫາສໍາຄັນຂອງປະເທດຊາດ, ຮັບຮອງເອົາ 2 ວາລະແຫ່ງຊາດ ແລະ ປະຕິບັດພາລະບົດບາດຕິດຕາມກວດກາຕາມຄວາມສາມາດດ້ານງົບປະມານ, ປະເມີນຜົນການປະຕິບັດກົດໝາຍຂົງເຂດຕ່າງໆ ຈຳນວນ 15 ສະບັບ;
7). ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈຳນວນ 7 ສະບັບ. ໃນນີ້, ມີກົດໝາຍສ້າງໃໝ່ 1 ສະບັບ ຄື: ກົດໝາຍວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ ແລະ ກົດໝາຍສະບັບປັບປຸງຈຳນວນ 6 ສະບັບ ຄື: ກົດໝາຍວ່າດ້ວຍການປິ່ນປົວ, ກົດໝາຍວ່າດ້ວຍຊັບສິນທາງປັນຍາ, ກົດໝາຍວ່າດ້ວຍການບັນຊີ, ກົດໝາຍວ່າດ້ວຍລະບົບການຊຳລະ, ກົດໝາຍວ່າດ້ວຍຜູ້ພິພາກສາ ແລະ ກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ອັນເປັນການສືບຕໍ່ປັບປຸງ ແລະ ເພີ່ມທະວີເຄື່ອງມືຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ ຮັບປະກັນໃຫ້ແກ່ລັດປະຊາທິປະໄຕປະຊາຊົນຂອງພວກເຮົາ ເປັນລັດທີ່ປົກຄອງດ້ວຍກົດໝາຍ, ເປັນລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນເທື່ອລະກ້າວ. ສ່ວນກົດໝາຍວ່າດ້ວຍເຂດເສດຖະກິດພິເສດ ທີ່ເປັນກົດໝາຍໃໝ່ນັ້ນ ຜ່ານການປະກອບຄຳເຫັນຂອງສະມາຊິກສະພາແຫ່ງຊາດ, ກອງປະຊຸມໄດ້ສະເໜີໃຫ້ລັດຖະບານສືບຕໍ່ປັບປຸງບາງເນື້ອໃນຄືນໃໝ່ ເພື່ອໃຫ້ຮັດກຸມ, ຈະແຈ້ງ ແລະ ສະເໜີໃຫ້ນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 7 ໃນເວລາຈະມີການປັບປຸງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ;
ກອງປະຊຸມ ໄດ້ດຳເນີນການປະເມີນຜົນຄວາມໄວ້ວາງໃຈຕໍ່ການປະຕິບັດໜ້າທີ່ວຽກງານຂອງບຸກຄະລາກອນ ທີ່ສະພາແຫ່ງຊາດເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ ຈຳນວນ 67 ທ່ານ ຕາມກົດໝາຍທີ່ໄດ້ກຳນົດໄວ້ ຊຶ່ງຜົນຂອງການປະເມີນດັ່ງກ່າວ ເຫັນວ່າບັນດາບຸກຄະລາກອນທີ່ສະພາແຫ່ງຊາດ ເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ ຍັງໄດ້ຮັບຄວາມໄວ້ວາງໃຈໃນລະດັບດີ ເປັນຈຳນວນສ່ວນໃຫຍ່.
ທ່ານ ໄຊສົມພອນ ພົມວິຫານ ກ່າວຕື່ມວ່າ: ປີ 2024 ທີ່ຈະມາເຖິງນີ້ ເປັນປີໜຶ່ງທີ່ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ຈະໄດ້ສືບຕໍ່ເພິ່ມທະວີຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ, ສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບຕ່າງໆ ຈັດຕັ້ງປະຕິບັດບັນດາຕົວເລກຄາດໝາຍທີ່ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງ ທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງລັດ ຄັ້ງທີ IX ໃຫ້ບັນລຸຜົນຕາມທີ່ກຳນົດໄວ້, ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດໃຫ້ມີຜົນຫຼາຍຂຶ້ນ, ເດັດດ່ຽວປົກປັກຮັກສາປະເທດຊາດໄວ້ໃຫ້ໝັ້ນຄົງ, ສ້າງເສດຖະກິດ-ສັງຄົມ ກ້າວເດີນໄປຕາມການປ່ຽນແປງໃໝ່ຢ່າງຮອບດ້ານ ມີຫຼັກການທີ່ພັກເຮົາວາງໄວ້. ຂ້າພະເຈົ້າ ຫວັງວ່າທຸກພາກສ່ວນໃນລະບົບການເມືອງປະຊາທິປະໄຕ ປະຊາຊົນ ຈະເປັນກຳລັງແຮງໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງພວກເຮົາ, ຫວັງວ່າປະຊາຊົນບັນດາເຜົ່າ ແລະ ທຸກພາກສ່ວນໃນສັງຄົມຈະພ້ອມກັນສູ້ຊົນຜ່ານຜ່າອຸປະສັກຕ່າງໆ ເສີມຂະຫຍາຍນໍ້າໃຈເປັນເຈົ້າປະເທດຊາດສະຕິບຸກບືນສ້າງກໍາລັງແຮງໃຫ້ແກ່ປະເທດຊາດ ແລະ ຕົນເອງ, ເສີມຂະຫຍາຍຫົວຄິດປະດິດສ້າງໃຫ້ສູງກວ່າເວລາໃດໝົດ ເພື່ອນຳເອົາຄວາມຮັ່ງມີຜາສຸກມາສູ່ປະຊາຊົນ, ສ້າງປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີເປັນປຶກແຜ່ນ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.
ໂດຍ: ແສງຈັນ
ຂ່າວທີ່ກ່ຽວຂ້ອງ