Skip to main content

ສື່ຍີ່ປຸ່ນ ລະບຸ ອິຊິອິ ກຽມຮັບງານຄຸມທີມຊາດໄທ ແທນ ມາໂນ ໂພນກິງ

ຕາມການລາຍງານຂອງ mainichi ສື່ມວນຊົນຈາກປະເທດຍີ່ປຸ່ນ ລະບຸວ່າ ທ່ານ ມາຊາທາດະ ອິຊິອິ ອະດີດຫົວໜ້າຄູຝຶກ ສະໂມສອນ ບູຣີຣຳ ຢູໄນເຕັດ ກຽມເຂົ້າຮັບງານຕໍ່ຈາກ ທ່ານ ມາໂນ ໂພນກິງ ຫົວໜ້າຄູຝຶກທີມຊາດໄທຊຸດປັດຈຸບັນ.
ທ່ານ ມາຊາທາດະ ອິຊິອິ ອະດີດຫົວໜ້າຄູຝຶກ ສະໂມສອນ ບູຣີຣຳ ຢູໄນເຕັດ ຈະເຂົ້າມາຄຸມທີມຊາດໄທ ທີ່ຫາກໍລົງແຂ່ງຂັນເຕະບານໂລກ 2026 ຮອບຄັດເລືອກ ຂົງເຂດອາຊີ ຮອບ 2 ກຸ່ມ ຊີ 2 ນັດທຳອິດ ເປີດບ້ານເສຍໃຫ້ ທີມຊາດຈີນ 1-2 ແລະ ບຸກຊະນະ ທີມຊາດສິງກະໂປ 3-1 ມີ 3 ຄະແນນ ຢູ່ອັນດັບທີ 2 ຂອງກຸ່ມ ຕາມຫຼັງ ສ.ເກົາຫຼີ ທີ່ຊະນະລວດສອງນັດ ມີ 6 ຄະແນນເຕັມ. ຢ່າງໃດກໍຕາມ, ສະຖານະການຂອງໄທ ຖືວ່າຂ້ອນຂ້າງໜັກໜ່ວງ ເພາະອີກ 2 ນັດຕໍ່ໄປ ຈະພົບກັບ ທີມຊາດ ສ.ເກົາຫຼີ ແລະ ບຸກໄປຢາມ ທີມຊາດຈີນ.

ທ່ານ ມາຊາທາດະ ອິຊິອິ

ຫຼັງເກມບຸກຊະນະ ສິງກະໂປ ມີລາຍງານຂ່າວວ່າ ທ່ານ ມາໂນ ໂພນກິງ ຫົວໜ້າຄູຝຶກ ຈະບໍ່ໄດ້ຄຸມທີມອີກຕໍ່ໄປ ແລະ ທ່ານກໍຮ້ອງໄຫ້ຫຼັງຈົບເກມລະຫວ່າງຍ່າງສະແດງຄວາມຂອບໃຈແຟນບານ ແລະ ມີລາຍງານວ່າທ່ານໄດ້ມີການກ່າວຄຳອຳລານັກເຕະແລ້ວ ລວມທັງມີການເວົ້າໃນງານຖະແຫຼງຂ່າວວ່າ ຈະບໍ່ເວົ້າເຖິງອະນາຄົດຂອງຕົນເອງ ເພາະເຮົາບໍ່ແມ່ນຜູ້ຄວບຄຸມ.
ຫຼ້າສຸດ https://sp.mainichi.jp/ ສື່ປະເທດຍີ່ປຸ່ນ ລາຍງານໂດຍອ້າງແຫຼ່ງຂ່າວວົງໃນວ່າ ທ່ານ ມາຊາທາດະ ອິຊິອິ ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າຄູຝຶກທີມຊາດໄທຄົນໃໝ່ຢ່າງເປັນທາງການແລ້ວ ແຕ່ຍັງບໍ່ມີການປະກາດຢ່າງເປັນທາງການຈາກສະຫະພັນກິລາບານເຕະແຫ່ງຊາດໄທ ຫຼື ທ່ານ ນາງ ນວນພັນ ລ່ຳຊຳ ຜູ້ຈັດການທີມຊາດໄທແຕ່ຢ່າງໃດ ແລະ ຄາດວ່າຈະມີການປະກາດລາຍລະອຽດຊັດເຈນໃນໄວໆນີ້.

ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ