Skip to main content

ຖວທ-ວິທະຍຸໂທລະພາບສູນກາງຈີນ ແລກປ່ຽນດ້ານສື່ມວນຊົນ “ໜຶ່ງແລວ ໜຶ່ງເສັ້ນທາງ ລາວ-ຈີນ ກ້າວເດີນຮ່ວມກັນ”

ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແລະ ວິທະຍຸໂທລະພາບສູນກາງຈີນ (CMG) ຈັດກອງ​ປະ​ຊຸມ​ແລກປ່ຽນດ້ານສື່ມວນຊົນ ​​​ພາຍ​ໃຕ້​​​ຫົວ​ຂໍ້: “ໜຶ່ງ​ແລວ ​ໜຶ່ງ​ເສັ້ນ​ທາງ ລາວ-ຈີນ ກ້າວເດີນຮ່ວມກັນ” ເມື່ອວັນ​ທີ 20 ພະ​ຈິກ 2023 ທີ່ໂຮງແຮມແລນມາກ ນະ​ຄອນ​ຫຼວງວຽງ​ຈັນ ພາຍໃຕ້ການເປັນປະທານຮ່ວມຂອງຂອງທ່ານ​ ໂພ​ສີ ແກ້ວ​ມະ​ນີ​ວົງ ຮອງ​ລັດ​ຖະ​ມົ​ນຕີ​ ກະ​ຊວງ​ຖະ​ແຫຼງ​ຂ່າວ ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ​ ແລະ​ ທ່ານ​ ຫູ​ຈິ້ງ​ຈຸ່ນ ຮອງປະທານ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ, ມີບັນດາຄະນະນໍາທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ທ່ານ​ ໂພ​ສີ ແກ້ວ​ມະ​ນີ​ວົງ ແລະ ​ທ່ານ​ ຫູ​ຈິ້ງ​ຈຸ່ນ ໄດ້ຜັດປ່ຽນກັນມີຄຳເຫັນ ໂດຍໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ ແລະ ຜົນປະໂຫຍດທີ່ໄດ້ຮັບຈາກຂໍ້ລິເລີ່ມ ໜຶ່ງ​ແລວ ​ໜຶ່ງ​ເສັ້ນ​ທາງ, ທ່ານ​ ໂພ​ສີ ແກ້ວ​ມະ​ນີ​ວົງ ​ກ່າວ​ວ່າ: ການຈັດກອງປະຊຸມ​ໃນ​ຄັ້ງ​ນີ້​ ໄດ້ດຳເນີນການແລກປ່ຽນ ແລະ ການຮ່ວມມືກັນຢ່າງເລິກເຊິ່ງ ໂດຍປິ່ນອ້ອມຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ນັ້ນເປັນການຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນລະຫວ່າງຜູ້ນຳສອງປະເທດ ແລະ ສັນຍາລະຫວ່າງສື່ມວນຊົນສອງພາກສ່ວນພວກເຮົາຢ່າງເປັນຮູບປະທຳ. ພວກເຮົາມີຄວາມຫວັງເປັນຢ່າງຍິ່ງວ່າ ບົນພື້ນຖານຈຸດເລີ່ມຕົ້ນທີ່ສູງໃນປັດຈຸບັນຈະໄດ້ລົງເລິກການຮ່ວມມືກັບວິທະຍຸໂທລະພາບສູນກາງຈີນ, ຊົມໃຊ້ຂໍ້ມູນຂ່າວສານຮ່ວມກັນ, ແລກປ່ຽນໃນດ້ານບຸກຄະລາກອນ, ຮັກສາການຕິດຕໍ່ພົວພັນໃນຂົງເຂດຕ່າງໆ ເຊັ່ນ: ວິທະຍຸ, ໂທລະພາບ ແລະ ໜັງສືພິມເປັນຕົ້ນ, ຍົກລະດັບການຮ່ວມມືໃຫ້ສູງຂຶ້ນ.

ທ່ານ​ ຫູ​ຈິ້ງຈຸ່ນ ໄດ້ກ່າວວ່າ: ຫວ່າງກ່ອນນີ້ບໍ່ດົນ, ໃນກອງປະຊຸມສຸດຍອດເວທີປຶກສາຫາລືການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3, ທ່ານ ສີຈິ້ນຜິງ ແລະ ທ່ານ ທອງລຸນ ສີສຸລິດ ໄດ້ຮ່ວມກັນລົງນາມໃນ “ແຜນການດຳເນີນງານ ວ່າດ້ວຍການສ້າງຄູ່ຮ່ວມຊະຕາກຳຈີນ-ລາວ”, ສ້າງໂອກາດສຳຄັນໃຫ້ແກ່ການລົງເລິກການຮ່ວມມືຂົງເຂດສື່ມວນຊົນ. ໃນຖານະເປັນຜູ້ປະກອບການສື່ມວນຊົນໃນຍຸກໃໝ່, CMG ຍິນດີຮ່ວມກັບບັນດາເພື່ອນຮ່ວມງານ ແລະບັນດາເພື່ອນມິດ, ເພີ່ມແຮງຂັບເຄື່ອນໃໝ່ເຂົ້າໃນການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ”, ປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນການລົງເລິກສາຍພົວພັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງຈີນກັບລາວ, ສືບຕໍ່ສ້າງເວທີສົນທະນາ ແລະ ແລກປ່ຽນອະລິຍະທຳແບບຂ້າມພາກພື້ນ ແລະ ເຄົາລົບຄວາມແຕກຕ່າງດ້ານອະລິຍະທຳ, ຊຸກຍູ້ການເຊື່ອມໂຍງຈິດໃຈປະຊາຊົນ, ຮ່ວມແຮງຮ່ວມໃຈກັນ, ປະກອບສ່ວນເຂົ້າໃນການແລກປ່ຽນອະລິຍະທຳລະຫວ່າງຈີນ ແລະ ລາວ.

ໃນ​ກອງ​ປະ​ຊຸມ, ທ່ານ ຄຳເຜີຍ ພິລາພາ ຜູ້ອຳນວຍການໃຫຍ່ສໍານັກຂ່າວສານປະເທດລາວ, ທ່ານ ອຳຄາ ວົງໝື່ນກ້າ ຜູ້ອຳນວຍການໂທລະພາບແຫ່ງຊາດລາວ ໃນນາມຜູ້​ຕາງ​ໜ້າ​ສື່ມວນ​ຊົນ​ລາວ ແລະ ​ຜູ້ຕາງໜ້າຝ່າຍ​ຈີນ​ ທ່ານ ນາງ ຈ່າງຮຸຍ ຮອງຫົວໜ້າສູນອາຊີອາຝຣິກກາຂອງ CMG ຕ່າງ​ກໍໄດ້​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບກາລະ​ໂອ​ກາດ​ ແລະ ສິ່ງ​ທ້າ​ທາຍ​ທີ່​ສື່ມວນ​ຊົນ​ກຳ​ລັງ​ປະ​ເຊີນ​ໜ້າ​ໃນ​ຂະ​ບວນ​ການ​ສ້າງ​ສາ “ໜຶ່ງ​ແລວ​ ໜຶ່ງ​ເສັ້ນ​ທາງ”. ພ້ອມກັນນັ້ນ, ທ່ານ​ ໂພ​ສີ ແກ້ວ​ມະ​ນີ​ວົງ ແລະ ​ທ່ານ ຫູ​ຈິ້ງ​ຈຸ່ນ ໄດ້​ຮ່ວມ​ກັນ​ເປີດ​ປ້າຍ​ໃຫ້​ແກ່​ການ​ສ້າງ​ສູນ​ຝຶກ​ອົບ​ຮົມ​ນັກວິ​ເຄາະ​ຂ່າວ​ລາວ​ ເພື່ອ​ຮ່ວມ​ກັນ​ຝຶກ​ອົບ​ຮົມ​ວິ​ຊາ​ການ​ດ້ານ​ສື່. ທ່ານ​ ວັນ​ໄຊ ຕະ​ວິນ​ຍານ ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ​ ປປ ລາວ, ຫົວໜ້າບັນ​ນາ​ທິ​ການ​ໃຫຍ່​ໜັງ​ສື​ພິມ​ປະ​ຊາ​ຊົນ, ທ່ານ​ ຫວາງ​ຊ້າງ ອຸ​ປະ​ທູດ​ຈີນ​ປະ​ຈຳ ສປປ ​ລາວ ພ້ອມ​ດ້ວຍ​ຜູ້​ຮັບ​ຜິດ​ຊອບ​ຈາກ​ກະ​ຊວງ​ ຖວທ, ກະ​ຊວງ​ການ​ຕ່າງ​ປະ​ເທດ, ສື່ມວນ​ຊົນ​ລາວ ກໍ​ຄື ​ຜູ້​ຮັບ​ຜິດ​ຊອບ​ຂອງ CMG ປະ​ຈຳ​ອາ​ຊີ​ປາ​ຊີ​ຟິກ, ສູນ​ອາ​ຊີ​ອາ​ຝ​ຣິ​ກກາ​, ກົມ​ພົວ​ພັນ​ຕ່າງ​ປະ​ເທດ, ສູນ​ລາຍ​ການ​ພາ​ສາ​ຈີນ​ຂອງ CMG ກໍ​ຄື CMG​ ປະ​ຈຳ​ກວາງ​ຊີ​ຈີນ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ແລກປ່ຽນດ້ານສື່ມວນຊົນ ​​​ພາຍ​ໃຕ້​​​ຫົວ​ຂໍ້ “ໜຶ່ງ​ແລວ​ໜຶ່ງ ​ເສັ້ນ​ທາງ ລາວ-ຈີນ ກ້າວເດີນຮ່ວມກັນ” ເຊັ່ນດຽວກັນ.

ໂດຍ ບົວລະພາ

Leave a Reply

Your email address will not be published. Required fields are marked *