Skip to main content

ຕາມຄາດ! ມາຊາທາດະ ອິຊິອິ ຖືກແຕ່ງຕັ້ງເປັນຫົວໜ້າຄູຝຶກທີມຊາດໄທ

ທ່ານ ນາງ ນວນພັນ ລ່ຳຊຳ ຜູ້ຈັດການທີມຊາດໄທ ປະກາດປົດ ທ່ານ ມາໂນ ໂພນກິງ ອອກຈາກຕຳແໜ່ງຫົວໜ້າຄູຝຶກທີມຊາດໄທ ຢ່າງເປັນທາງການ ພາຍຫຼັງສ້າງຜົນງານໃນການແຂ່ງຂັນເຕະບານໂລກ 2026 ຮອບຄັດເລືອກ ຂົງເຂດອາຊີ ຮອບ 2 ບໍ່ເປັນໄປຕາມເປົ້າໝາຍ ໂດຍແຕ່ງຕັ້ງ ທ່ານ ມາຊາທາດະ ອິຊິອິ ເປັນຫົວໜ້າຄູຝຶກຄົນໃໝ່ແທນທັນທີ.

ມາໂນ ໂພນກິງ (ຊ້າຍ) ແລະ ນວນພັນ ລ່ຳຊຳ (ຂວາ)

ທ່ານ ນາງ ນວນພັນ ລ່ຳຊຳ ກ່າວວ່າ: ສຳລັບການແຂ່ງຂັນເຕະບານໂລກ 2026 ຮອບຄັດເລືອດ ຂົງເຂດອາຊີ ຮອບ 2 ທີ່ຫາກໍຜ່ານໄປ 2 ນັດທຳອິດ ປະຕິເສດບໍ່ໄດ້ວ່າທຸກຄົນຄາດຫວັງ ແລະ ຕັ້ງຄວາມຫວັງເອົາໄວ້ສູງ ເຊັ່ນດຽວກັບຕົວຂ້ອຍເອງ ແລະ ນັກກິລາທຸກຄົນ ແຕ່ໃນເມື່ອຜົນງານບໍ່ເປັນໄປຕາມເປົ້າໝາຍທີ່ ວາງໄວ້ ໂດຍສະເພາະໃນນັດທຳອິດທີ່ເປີດບ້ານເສຍໃຫ້ກັບ ທີມຊາດຈີນ 1-2 ປະຕູນັ້ນ ຖືວ່າເສຍຫາຍຫຼາຍ ແລະ ມີຜົນຕໍ່ໂອກາດລຸ້ນເຂົ້າຮອບ 3 ກັບອີກ 4 ເກມທີ່ເຫຼືອ.
ມາຊາທາດະ ອິຊິອິ

ສ່ວນຕຳແໜ່ງຫົວໜ້າຄູຝຶກຄົນໃໝ່ນັ້ນ ພວກເຮົາໄດ້ມີການພິຈາລະນາຢ່າງດີທີ່ສຸດແລ້ວ ກ່ອນໄດ້ຂໍ້ສະຫຼຸບວ່າເຮົາຈະແຕ່ງຕັ້ງ ທ່ານ ມາຊາທາດະ ອິຊິອິ ຄູຝຶກຊາວຍີ່ປຸ່ນ ພ້ອມທີມງານຜູ້ຊ່ວຍຄູຝຶກເຂົ້າມາເຮັດໜ້າທີ່ແທນທັນທີ ເພາະດ້ວຍເງື່ອນໄຂເວລາທີ່ຈຳກັດ ກ່ອນເຖິງການແຂ່ງຂັນເຕະບານເອຊຽນ ຄັບ ຮອບສຸດທ້າຍ ທີ່ປະເທດກາຕາ ໃນເດືອນມັງກອນ 2024 ແລະ ການແຂ່ງຂັນເຕະບານໂລກ 2026 ຮອບຄັດເລືອກ ຂົງເຂດອາຊີ ອີກ 4 ນັດທີ່ເຫຼືອ.

ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ