Skip to main content

ແຮຣີ ເຄນ ຫວັງຄວ້າແຊ໋ມກັບ ບາເຢິນ ແລະ ທີມຊາດອັງກິດ

ແຮຣີ ເຄນ ກອງໜ້າທີມຊາດອັງກິດຂອງ ສະໂມສອນ ບາເຢິນ ມິວນິກ ທີມດັງແຫ່ງລາຍການ ບຸນເດດ ລີກາ ເຢຍລະມັນ ເຜີຍວ່າ ລະດູການນີ້ (2023-2024) ຕົງເອງຄາດຫວັງທີ່ຈະຄວ້າແຊ໋ມການແຂ່ງຂັນເຕະບານ ບຸນເດດລີກາ ເຢຍລະມັນ ແລະ ຢູຟາ ແຊ໋ມປ້ຽນລີກ ຮ່ວມກັບຕົ້ນສັງກັດ ລວມເຖິງແຊ໋ມການແຂ່ງຂັນເຕະບານຊີງແຊ໋ມແຫ່ງຊາດເອີຣົບ 2024 ຫຼື ເອີໂຣ 2024 ກັບທີມຊາດອັງກິດ ທີ່ປະເທດເຢຍລະມັນ ເປັນເຈົ້າພາບ ໃນກາງປີ 2024.

ທີມຊາດອັງກິດ

ແຮຣີ ເຄນ ອາຍຸ 30 ປີ ທີ່ຫາກໍຍ້າຍໄປຮ່ວມສະໂມສອນ ບາເຢິນ ມິວນິກ ດ້ວຍຄ່າຕົວສູງເຖິງ 100 ລ້ານເອີໂຣ ເມື່ອຊຳເມີ້ຜ່ານມາ ຫຼື ໄລຍະຕະຫຼາດຊື້ຂາຍນັກເຕະເປີດຮອບທຳອິດເມື່ອເດືອນສິງຫາ ຜ່ານມາ ຫຼັງຈາກຍັງບໍ່ເຄີຍສຳຜັດແຊ໋ມແມ່ນແຕ່ລາຍການດຽວຕະຫຼອດໄລຍະເວລາສິບກວ່າປີທີ່ຄ້າແຄ່ງກັບ ສະໂມສອນ ທອດແນມ ຮອດສະເປີ.
ແຮຣີ ເຄນ

“ບຸນເດດລີກາ ແລະ ຢູຟາ ແຊ໋ມປ້ຽນລີກ ຖືເປັນເປົ້າມາຍທີ່ຕັ້ງເປົ້າໄວ້ກັບ ບາເຢິນ ມິວນິກ ແລະ ການຄວ້າແຊ໋ມເຕະບານ ເອີໂຣ 2024 ກັບທີມຊາດອັງກິດ ກໍເຊັ່ນດຽວກັນ ຊຶ່ງທັງສອງທີມທີ່ຂ້ອຍລົງຫຼິ້ນໃຫ້ຕ່າງມີໂອກາດດີທີ່ຈະຄວ້າແຊ໋ມເຫຼົ່ານີ້ ໂດຍສະເພາະເຕະບານເອີໂຣ ພວກເຮົາຫຍັບເຂົ້າໃກ້ແຊ໋ມຫຼາຍທີ່ສຸດໃນຄັ້ງກ່ອນ ຊຶ່ງພວກເຮົາກໍພາດກັນເອງໃນການຍິງຈຸດໂທດເສຍໃຫ້ ທີມຊາດອີຕາລີ ໃນຮອບຊີງຊະນະເລີດ ແລະ ນັ້ນມັນເຮັດໃຫ້ພວກເຮົາມີແຮງຮຶດສູ້ທີ່ຈະກັບມາ ແລະ ຄວ້າແຊ໋ມໃຫ້ໄດ້ ເພາະການໄດ້ແຊ໋ມກັບທີມຊາດອັງກິດຈະເປັນຄວາມຮູ້ສຶກທີ່ດີຫຼາຍ”. ແຮຣີ ເຄນ ກ່າວ.

ຮຽບຮຽງໂດຍ: ລູກນ້ຳເຊ ອິນທະດາລິນ