ເບັດບອນລາວ ໄດ້ຮັບລາງວັນ ເອເຈເອ ອາວອດ 2023 ພ້ອມຫຍັບອັນດັບຈາກ 84 ຂຶ້ນມາຢູ່ທີ 47 ຂອງໂລກ
22/11/2023

ສະຫະພັນກິລາເບັດບອນ-ຊັອບບອນແຫ່ງຊາດລາວ ໄດ້ຮັບລາງວັນ ເອເຈເອ ອາວອດ 2023 (AJA Award 2023) ຂອງສະມາຄົມນັກຂ່າວອາຊີ ຈາກຜົນງານທີ່ໄດ້ເຮັດວຽກທີ່ໜັກໜ່ວງ ດ້ວຍຄວາມພະຍາຍາມຢ່າງຂະຫຍັນຂັນແຂງ ສາມາດສ້າງງນັກກິລາທີ່ເຂັ້ມແຂງ ແລະ ມີຜົນງານດີເດັ່ນ ດ້ວຍອັດທະຍາໄສໄມຕີຈິດ-ມິດຕະພາບ ໃນງານມະຫະກຳກິລາເອຊຽນ ເກມ ຄັ້ງທີ 19 ທີ່ເມືອງຫາງໂຈ ສປ ຈີນ ຮັບກຽດເປັນເຈົ້າພາບ ເມື່ອບໍ່ດົນມານີ້ ຕໍ່ຜົນງານດັ່ງກ່າວ ທັບນັກກິລາເບັດບອນທີມຊາດລາວ ປະເພດຊາຍ ກໍຍັງຖືກຫຍັບອັນດັບຈາກ 84 ໃນປີ 2022 ຂຶ້ນເປັນອັນດັບທີ 47 ຂອງໂລກໃນປັດຈຸບັນ.
ພິທີມອບ-ຮັບລາງວັນ ເອເຈເອ ອາວອດ 2023 ຂອງສະມາຄົມນັກຂ່າວອາຊີ ໃຫ້ແກ່ສະຫະພັນກິລາເບັດບອນ-ຊັອບບອນແຫ່ງຊາດລາວ ໄດ້ມີຂຶ້ນເມື່ອວັນທີ 21 ພະຈິກ 2023 ທີ່ຫ້ອງການປະສານງານຄະນະກຳມະການໂອແລມປິກແຫ່ງຊາດລາວ ໃຫ້ກຽດມອບໂດຍ ທ່ານ ລີຊັງກິ (Lee Sang Ki) ປະທານຜູ້ສ້າງຕັ້ງ, ຜູ້ອຳນວຍການ-ບໍລິຫານ ສະມາຄົມນັກຂ່າວອາຊີ ແລະ ຕາງໜ້າກ່າວຮັບໂດຍ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ມີທ່ານ ສະຫວັນຄອນ ຣາຊມຸນຕີ ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ທ່ານ ປອ ຄຳຜາຍ ສີສະຫວັນ ອະດີດຮອງລັດຖະມົນຕີ ສສກ ທັງເປັນປະທານສະຫະພັນກິລາເບັດບອນ-ຊັອບບອນແຫ່ງຊາດລາວ ພ້ອມດ້ວຍຜູ້ຕາງໜ້າສະຖານທູດ ສ.ເກົາຫຼີ ປະຈຳສປປ ລາວ, ຫົວໜ້າ-ຮອງຫົວໜ້າກົມທີ່ກ່ຽວຂ້ອງ, ແຂກຖືກເຊີນ, ຄະນະບໍລິຫານງານສະຫະພັນ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດສື່ມວນຊົນເຂົ້າຮ່ວມເປັນສັກຂີພິຍານ.
ໂອກາດນີ້, ທ່ານ ປອ ຄຳຜາຍ ສີສະຫວັນ ກ່າວວ່າ: ພວກເຮົາຍິນດີທີ່ສັງເກດເຫັນວ່າ ສະມາຄົມນັກຂ່າວອາຊີ ໄດ້ຮັບຮູ້ຜົນງານການເຮັດວຽກອັນໜັກໜ່ວງຂອງພວກເຮົາ ແລະ ຄວາມພະຍາຍາມຢ່າງຂະຫຍັນຂັນແຂງ ໃນການສະແດງຕົນເອງເປັນນັກກິລາດີເດັ່ນທີ່ມີທັກສະ ແລະ ເຕັກນິກນັກກິລາ ພຽບພ້ອມໄປດ້ວຍອັດທະຍະໄສ ໄມຕີຈິດ-ມິດຕະພາບ ໃນງານກິລາເອຊຽນເກມ ຄັ້ງທີ 19 ທີ່ເມືອງຫາງໂຈ ສປ ຈີນ ເປັນເຈົ້າພາບ ປີທີ່ຜ່ານມານັບຕັ້ງແຕ່ ເບັດບອນ ໄດ້ກຳເນີດເກີດຂຶ້ນຢູ່ໃນ ສປປ ລາວ ຊຶ່ງກໍໄດ້ຕິດພັນນຳທ່ານ ລີ ແມນ ສຸກ ນັກກິລາເບັດບອນຈາກ ສ.ເກົາຫຼີ ແຊ໋ມເບັດບອນຜູ້ທີ່ມີຊື່ສຽງໂດ່ງດັງ ແລະ ທ່ານ ເຈ ຊັງ ອຸກ ຜູ້ບໍລິຫານກິລາເບັດບອນໃນລາວ ໂດຍທີ່ທັງສອງທ່ານນີ້ ລ້ວນແຕ່ເປັນຮອງປະທານສະຫະພັນກິລາເບັດບອນ-ຊັອບບອນແຫ່ງຊາດລາວ ກໍໄດ້ຕິດພັນຢ່າງສະໜິດແໜ້ນກັບການສະໜັບສະໜູນຢ່າງຕໍ່ເນື່ອງ ຈາກສະມາຄົມເບັດບອນແຫ່ງ ສ.ເກົາຫຼີ, ທະນາຄານແດກູ (Daegu Bank) ຕະຫຼອດຮອດມູນນິທິ ຮັກ ຟູນເດເຊິນ ທີ່ທ່ານ ລີ ແມນ ສຸກ ເປັນປະທານນັ້ນເອງ ແລະ ພິເສດ ກໍແມ່ນການອຸ້ມຊູຊ່ວຍເຫຼືອ ແລະ ຊຸກຍູ້ຂອງສະຖານທູດ ສ.ເກົາຫຼີ ປະຈຳ ສປປ ລາວ.
ທ່ານ ປອ ຄຳຜາຍ ສີສະຫວັນ ກ່າວຕື່ມອີກວ່າ: ຕໍ່ຜົນງານດັ່ງກ່າວ ສະຫະພັນກິລາເບັດບອນ-ຊັອບບອນແຫ່ງຊາດລາວ ໄດ້ທຸ້ມເທຈັດຕັ້ງປະຕິບັດທຸການເຄື່ອນໄຫວ ທີ່ແຜນກຳນົດໄວ້ ໂດຍສະເພາະໄດ້ຈັດແຂ່ງຂັນມິດຕະພາບຕ່າງໆໃນລະດັບຊາດ, ອະນຸພາກພື້ນ, ພາກພື້ນ ແລະ ສາກົນ ມື້ນີ້ ເຖິງແມ່ນວ່າພວກເຮົາບໍ່ສາມາດຊີງໄດ້ຫຼຽນໃດໜຶ່ງ ໃນ ເອຊຽນ ເກມ ມາຄ້ອງຄໍກໍຕາມແຕ່ພວກເຮົາກໍສາມາດເອົາຊະນະຈິດໃຈຂອງເພື່ອນມິດນັກກິລາດ້ວຍກັນໄດ້ນັ້ນ ກໍຄື ຮອຍຍິ້ມ, ໄມຕີຈິດ, ມິດຕະພາບ ແລະ ຄວາມເຫັນອົກເຫັນໃຈ ແລະ ເຂົ້າໃຈກັນ ເຮັດໃຫ້ພວກເຮົາສາມາດຄອງຖານະດີໃນການຈັດອັນດັບໂລກກິລາເບັດບອນ ໄດ້ຍ້າຍຈາກອັນດັບທີ 84 ໃນປີ ຜ່ານມາ ມາເປັນອັນດັບທີ 47 ໃນບັນດາທີມເບັດບອນເດັ່ນລະດັບໂລກ ນັບຮ້ອຍກວ່າທີມໃນປີ 2023 ແລະ ໃນຕົ້ນເດືອນທັນວານີ້ ພວກເຮົາຈະສືບຕໍ່ຈັດແຂ່ງຂັນເບັດບອນລະດັບຊາດ ຊີງຂັນທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ ອີກດ້ວຍ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
