Skip to main content

ກພສ-2 ວລ ສະຫຼຸບການປະຕິບັດວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ປີ 2023

23/11/2023

ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ (ກພສ) ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບວິທະຍາໄລ (ວລ) ພະລະສຶກສາ ແລະ ວິທະຍາໄລ ສິລະປະສຶກສາ ຈັດພິທີສະຫຼຸບຂະບວນການແຂ່ງຂັນຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ປະຈຳປີ 2023 ເມື່ອວັນທີ 17 ພະຈິກ ຜ່ານມາ ທີ່ສະໂມສອນວິທະຍາໄລສິລະປະສຶກສາ ໂດຍພາຍໃຕ້ການເປັນປະທານຂອງທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ, ມີທ່ານ ນາງ ກິດຕະກອນ ຈັນທະມາລິນ ຜູ້ອຳນວຍການ ວິທະຍາໄລ ພະລະສຶກສາ ແລະ ທ່ານ ນາງ ວອນມະນີ ຊິງເລືອງທາ ຜູ້ອຳນວຍການ ວິທະຍາໄລ ສິລະປະສຶກສາ ພ້ອມດ້ວຍບັນດາຮອງຫົວໜ້າກົມ, ຄະນະອຳນວຍການ, ຫົວໜ້າ-ຮອງຫົວໜ້າພະແນກ, ພະນັກງານ ຄູອາຈານ ແລະ ນ້ອງນັກສຶກສາເຂົ້າຮ່ວມ.

ໂອກາດນີ້, ທ່ານ ນາງ​ ຈັນທາ ຫຼວງອາໄພ ຮອງຫົວໜ້າ ກພສ ໄດ້ຜ່ານບົດ​ສະຫຼຸບການແຂ່ງຂັນສ້າງຂະບວນການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ປີ 2023 ໃຫ້ຮູ້ວ່າ: ໂດຍປະຕິບັດຕາມແຈ້ງການຂອງກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ວ່າດ້ວຍການແຂ່ງຂັນສ້າງຂະບວນການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດປີ 2023 ໃນຂະແໜງການສຶກສາທິການ ແລະ ກິລາ ຕາມເນື້ອໃນຂໍ້ແຂ່ງຂັນທີ່ ສສກ ກໍານົດອອກ ເພື່ອໃຫ້ 5 ເນື້ອໃນຂໍ້ແຂ່ງຂັນຖືກ​ຈັດຕັ້ງປະຕິບັດ​ຢ່າງເປັນ​ຮູບ​ປະ​ທຳຕົວ​ຈິງ, ບັນລຸຕາມຈຸດປະສົງ, ຄາດໝາຍຢ່າງມີປະສິດທິພາບ, ປະສິດທິຜົນ. ກພສ ພ້ອມດ້ວຍ 2 ວິທະຍາໄລ ໄດ້ພ້ອມກັນຈັດຕັ້ງປະຕິບັດ ໂດຍແຕ່ງຕັ້ງຄະນະຮັບຜິດຊອບສ້າງຂະບວນການ, ສ້າງແຜນເຄື່ອນໄຫວກິດຈະກໍາແຕ່ເດືອນກຸມພາ ຫາ ເດືອນພະຈິກ 2023 ​ຊຶ່ງ​ໄດ້ຈັດຕັ້ງປະຕິບັດບັນດາກິດຈະກໍາຕ່າງໆທີ່ວາງໄວ້​ໃນ​​ແຕ່ລະ​ໄລຍະ ​ຕິດ​ພັນ​ກັບ​ການ​ສ້າງ​ຂະ​ບວນການສະ​ເຫຼີ​ມສະຫຼອງ​ວັນ​ສໍາຄັນ​ຕ່າງໆ​ຂອງ​ພັກ​ຂອງ​ຊາດ​ຢ່າງເປັນຂະບວນຟົດຟື້ນ. ຜ່ານການເຄື່ອນໄຫວຈັດຕັ້ງປະຕິບັດ ສາມາດສະຫຼຸບສັງລວມໄດ້ສຳເລັດແຕ່ງຕັ້ງຄະນະຮັບຜິດຊອບ, ຈັດກອງປະຊຸມຄະນະຮັບຜິດຊອບ ແລະ ການສ້າງແຜນແຂ່ງຂັນສ້າງຂະບວນການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ປີ 2023 ຂອງ ກພສ,  ວິທະຍາໄລ ພະລະສຶກສາ ແລະ ວິທະຍາໄລ ສິລະປະສຶກສາ, ສຳເລັດຈັດຕັ້ງພິທີເປີດຂະບວນການແຂ່ງຂັນຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຂອງ ກພສ ແລະ 2 ວິທະຍາໄລ.

ສຳລັບເນື້ອໃນທີ 1: ແຕ່ງຕັ້ງຄະນະຮັບຜິດຊອບ ພ້ອມທັງຈັດຕັ້ງພິທີເປີດ-ປິດຂະບວນການແຂ່ງຂັນຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃນກົມກອງ, ສະຖານການສຶກສາຂອງຕົນ ທັງພາກລັດ ແລະ ເອກະຊົນ; ເນື້ອໃນທີ 2: ນຳພາການຄົ້ນຄວ້າ, ເຊື່ອມຊຶມ ແລະ ຜັນຂະຫຍາຍເນື້ອໃນເອກະສານຂອບແນວຄວາມຄິດກ່ຽວກັບການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃນຂະແໜງການສຶກສາທິການ ແລະ ກິລາ, ນຳໄປຈັດຕັ້ງຜັນຂະຫຍາຍເປັນກິດຈະກໍາຈັດຕັ້ງປະຕິບັດເຂົ້າໃນຂົງເຂດຄວາມຮັບຜິດຊອບຂອງຕົນ ແລະ ປະຕິບັດໃຫ້ເກີດຜົນຕົວຈິງເປັນຮູບປະທຳ; ເນື້ອໃນທີ 3: ນໍາພາສຶກສາອົບຮົມການເມືອງແນວຄິດດ້ວຍຫຼາຍວິທີໃຫ້ແກ່ພະນັກງານ, ຄູອາຈານ, ນັກຮຽນ, ນັກສຶກສາ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ທົ່ວເຖິງ ຢ່າງໜ້ອຍໃຫ້ໄດ້ 2 ຄັ້ງຂຶ້ນໄປ; ເນື້ອໃນທີ 4: ໂຄສະນາ-ສຶກສາອົບຮົມ, ເຜີຍແຜ່ກົດໝາຍ, ລະບຽບການທີ່ກ່ຽວຂ້ອງ ເຖິງຜົນຮ້າຍ ແລະ ຄວາມອັນຕະລາຍຂອງຢາເສບຕິດດ້ວຍຫຼາຍຮູບແບບ, ຫຼາຍວິທີການໃນຂົງເຂດຄວາມຮັບຜິດຂອບຂອງຕົນ ຢ່າງໜ້ອຍໃຫ້ໄດ້ 2 ຄັ້ງຂຶ້ນໄປ ແລະ ເນື້ອໃນທີ 5: ສ້າງຂະບວນການຕ້ານຢາເສບຕິດ ໂດຍເປີດຂະບວນການແຂ່ງຂັນກິລາ-ກາຍຍະກຳ, ສິລະປະວັນນະຄະດີ, ສ້າງສະພາບແວດລ້ອມທີ່ດີໃນກົມກອງ, ສະຖານການສຶກສາຂອງຕົນ ທັງພາກລັດ ແລະ ເອກະຊົນ, ຕິດປ້າຍຄຳຂວັນ, ປ້າຍໂຄສະນາຕ່າງໆກ່ຽວກັບຜົນຮ້າຍ ແລະ ຄວາມເປັນອັນຕະລາຍຂອງຢາເສບຕິດ, ອອກແຮງງານອະນາໄມລວມຢ່າງໜ້ອຍໃຫ້ໄດ້ 2 ຄັ້ງຂຶ້ນໄປ.​

ໂອກາດດຽວກັນ, ທ່ານ ວິລະວັນ ບຸນສຸກໄທ ໄດ້ກ່າວວ່າ: ຄືຮູ້ນໍາກັນແລ້ວ ໃນຂະບວນການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃນປີ 2023 ນີ້ ເຖິງແມ່ນພວກເຮົາ ໄດ້ເພີ່ມຄວາມເອົາໃຈໃສ່ໃນຫຼາຍດ້ານ ແຕ່ປາກົດວ່າຍັງມີບາງຂໍ້ຄົງຄ້າງ ແລະ ອຸປະສັກຈຳນວນໜຶ່ງ ໃນການປະຕິບັດວຽກງານດັ່ງກ່າວ ເນື່ອງຈາກໃນປັດຈຸບັນມີສິ່ງເສບຕິດ ແລະ ຢາເສບຕິດ ທີ່ອອກມາໃໝ່ໃນຫຼາຍຮູບແບບ ເຊັ່ນ: ນໍ້າກະທ໋ອມ, ປຸມເປົ້າ, ຢາສູບໄຟຟ້າ, ກາເຟ ທີ່ຜະສົມຢາໄອສ໌, ຢາອີ, ຢາບ້າ ແລະ ອື່ນໆ  ເຮັດໃຫ້ເກີດຄວາມຢາກຮູ້ຢາກລອງ ຈຶ່ງເຮັດໃຫ້ບັນຫາການສະກັດກັ້ນ ແລະ ແກ້ໄຂບັນຫາສິ່ງເສບຕິດຍັງພົບຄວາມຫຍຸ້ງຍາກ. ຕໍ່ກັບບັນຫາດັ່ງກ່າວນີ້, ເພື່ອສືບຕໍ່ເຮັດໃຫ້ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ພາຍໃນຂະແໜງການສຶກສາທິການ ແລະ ກິລາ ກໍຄືໃນຂົງເຂດວຽກງານກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ລວມທັງ 2 ວິທະຍາໄລ ຂໍຮຽກຮ້ອງມາຍັງຄະນະພັກ, ຄະນະນໍາ, ພະນັກງານ, ຄູອາຈານ ແລະ ນັກສຶກສາພວກເຮົາໃຫ້ສືບຕໍ່ພ້ອມກັນສຸມໃສ່ບາງວຽກ ໂດຍສະເພາະສືບຕໍ່ເພີ່ມທະວີການນໍາພາສຶກສາອົບຮົມການເມືອງແນວຄິດ, ຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດໃຫ້ສະມາຊິກພັກ, ພະນັກງານ, ຄູອາຈານ, ນັກສຶກສາໃຫ້ເລິກເຊິ່ງ, ກວ້າງຂວາງທົ່ວເຖິງພາຍໃນກົມກອງ ແລະ ວິທະຍາໄລ; ສືບຕໍ່ສ້າງກົມກອງ ແລະ ວິທະຍາໄລທັງ 2 ແຫ່ງ ປອດຢາເສບຕິດໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ; ສືບຕໍ່ໂຄສະນາ, ເຜີຍແຜ່ບັນດາກົດໝາຍ, ນິຕິກໍາທີ່ກ່ຽວຂ້ອງດ້ວຍຫຼາຍວິທີການ, ຫຼາຍຊ່ອງທາງ ເຊັ່ນ: ວາລະສານ, ແຜ່ນພັບ, ໜັງສືພິມ, ໂທລະພາບ, ວິທະຍຸກະຈາຍສຽງ ແລະ ຜ່ານສື່ອື່ນໆໃຫ້ພະນັກງານ, ຄູອາຈານ, ນັກສຶກສາຮູ້ໄດ້ເຖິງຜົນຮ້າຍ ແລະ ຄວາມເປັນອັນຕະລາຍຂອງຢາເສບຕິດ; ສືບຕໍ່ຈັດກອງປະຊຸມສໍາມະນາ, ຖາມ-ຕອບ ຄວາມຮູ້ກ່ຽວກັບຜົນຮ້າຍ ແລະ ຄວາມເປັນອັນຕະລາຍຂອງຢາເສບຕິດ ແລະ ສ້າງຂະບວນການແຂ່ງຂັນກິລາ-ກາຍຍະກໍາ, ສິລະປະວັນນະຄະດີ, ຕິດປ້າຍຄໍາຂວັນຕ້ານຢາເສບຕິດ ແລະ ອື່ນໆ ພາຍໃນກົມກອງ ແລະ ວິທະຍາໄລ ແລະ ສືບຕໍ່ເພີ່ມທະວີຄວາມຮັບຜິດຊອບໃນການຕິດຕາມກວດກາພຶດຕິກໍາການເຄື່ອນໄຫວຕົວຈິງຂອງພະນັກງານ, ຄູອາຈານ ແລະ ນັກສຶກສາຢ່າງເປັນປົກກະຕິ, ແທດເຖິງຕົວຈິງ ແລະ ຕໍ່ເນື່ອງ.​

ນອກຈາກນີ້, ໃນພິທີຍັງໄດ້ມີການຜ່ານຂໍ້ຕົກລົງ ວ່າດ້ວຍການຍ້ອງຍໍຂັ້ນກົມ ກໍຄື ກພສ ໃຫ້ແກ່ບັນດາກົມກອງ ກໍຄື ບັນດາພະແນກ, ພາກວິຊາ ແລະ 3 ອົງການຈັດຕັ້ງມະຫາຊົນຂອງ 3 ພາກສ່ວນດັ່ງກ່າວອີກດ້ວຍ.

ໂດຍ ສົງການ ພັນແພງດີ

 

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ