Skip to main content

ບໍລິສັດ ເບສະຫວັນ ຊຸກຍູ້ນ້ຳດື່ມ 50 ແພັກ ໃຫ້ຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງສະເພາະດ້ານສື່ມວນຊົນ ຊຸດທີ I

ບໍລິສັດ ເບສະຫວັນ ອິນເຕີ ຈຳກັດ ມອບນ້ຳດື່ມ ຈຳນວນ 50 ແພັກ ໃຫ້ກັບຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ຕາມຫົວຂໍ້ສະເພາະດ້ານຂະແໜງການສື່ມວນຊົນ ຊຸດທີ I ໃນຕອນບ່າຍວັນທີ 8 ທັນວາ 2023 ທີ່ຫ້ອງປະຊຸມສະຖາບັນສື່ມວນຊົນ, ວັດທະນະທຳ ແລະ ທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມອບໂດຍ ທ່ານ ເຊ ຫຼ່ຽມໄຊຍະຈັກ ຝ່າຍບໍລິຫານ-ຈັດການທົ່ວໄປ ບໍລິສັດ ເບສະຫວັນ ອິນເຕີ ຈຳກັດ ແລະ ກ່າວຮັບແມ່ນ ທ່ານ ຄໍາຫຼ້າ ຍອຍສາຍຄຳ ຫົວໜ້າສະຖາບັນສື່ມວນຊົນ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີຄະນະຫ້ອງຊຸດຝຶກອົບຮົມ, ສໍາມະນາກອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.


ໂອກາດນີ້, ທ່ານ ຄໍາຫຼ້າ ຍອຍສາຍຄຳ ໄດ້ຕາງໜ້າຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ຕາມຫົວຂໍ້ສະເພາະດ້ານຂະແໜງການສື່ມວນຊົນ ຊຸດທີ I ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງມາຍັງ ບໍລິສັດ ເບສະຫວັນ ອິນເຕີ ຈຳກັດ ກໍຄືສະໜາມກິລາຫຍ້າທຽມ ເບສະຫວັນ ເອັບຊີ ບ້ານຄຳສະຫວາດ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ທີ່ເຫັນໄດ້ເຖິງຄວາມໝາຍຄວາມສຳຄັນໃນການຝຶກອົບຮົມຄັ້ງນີ້ ແລະ ໄດ້ນຳເອົານ້ຳດື່ມ ຈຳນວນ 50 ແພັກ ມາມອບໃຫ້ກັບພວກເຮົາເພື່ອໄວ້ດື່ມໃນເວລາຮຽນ ແລະ ຈັດກິດຈະກຳຕ່າງໆ ຕະຫຼອດໄລຍະການຝຶກອົບຮົມ ແລະ ຫວັງວ່າຈະໄດ້ຮັບການຊ່ວຍເຫຼືອຕື່ມອີກຈາກທ່ານໃນອະນາຄົດ. ສະນັ້ນ, ໃນໂອກາດທີ່ມີຄວາມໝາຍສຳຄັນດັ່ງກ່າວ ຂໍອວຍພອນໄຊອັນປະເສີດມາຍັງ ທ່ານ ເຊ ຫຼ່ຽມໄຊຍະຈັກ ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສຳເລັດໃນຊີວິດສ່ວນຕົວ, ຄອບຄົວ ແລະ ຂໍໃຫ້ການດຳເນີນທຸລະກິດຂອງທ່ານຈະເລີນງອກງາມຍິ່ງໆຂຶ້ນ.
ຢ່າງໃດກໍຕາມ, ສຳລັບການຝຶກອົບຮົມຄັ້ງນີ້ ແມ່ນເພື່ອບໍາລຸງສ້າງຄວາມເຂັ້ມແຂງດ້ານທິດສະດີການເມືອງ-ການປົກຄອງ ໃຫ້ພະນັກງານສືື່ມວນຊົນໄດ້ຮຽນຫຼັກມູນພື້ນຖານ ທິດສະດີມາກ-ເລນິນ, ແນວຄິດປະທານ ໄກສອນ ພົມວິຫານ, ຮຽນຮູ້ແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ຕາມໂຄງການຫຼັກສູດທິດສະດີການເມືອງສະເພາະດ້ານທີ່ ສມປຊ ສ້າງໃຫ້ກະຊວງ ຖວທ ໃນການບໍາລຸງຍົກລະດັບຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ທັດສະນະຫຼັກໝັັ້ນພະນັກງານທີ່ເຮັດວຽກສືື່ມວນຊົນກະຊວງ ຖວທ ແລະ ສືື່ມວນຊົນອ້ອມຂ້າງສູນກາງໃຫ້ສູງຂຶ້ນ.

ຊຸດຝຶກອົບຮົມດັ່ງກ່າວ ຈະດໍາເນີນເປັນເວລາ 15 ວັນ ລະຫວ່າງວັນທີ 6-26 ທັນວາ 2023 ໂດຍຈະລົງເລິກຮຽນຮູ້ກ່ຽວກັບຫຼັກມູນທິດສະດີມາກ-ເລນິນ, ສະພາບສາກົນ ແລະ ທ່າອ່ຽງເສດຖະກິດ, ບັນຫາພື້ນຖານຂອງແນວທາງກ້າວຂຶ້ນສັງຄົມນິຍົມຢູ່ປະເທດເຮົາ, ການພັດທະນາເສດຖະກິດ-ສັງຄົມນິຍົມຢູ່ປະເທດເຮົາ, ຄຸນສົມບັດ ສິນທໍາປະຕິວັດ ແລະ ຈັນຍາບັນຂອງການເປັນຜູ້ນໍາແບບໃໝ່, ກໍ່ສ້າງພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ, ການຄຸ້ມຄອງ ແລະ ການພັດທະນາຊັບພະຍາກອນມະນຸດໃນກົງຈັກລັດ, ຍົກສູງຄວາມສາມາດໃນການຫັນກຸ້ມຕົນເອງດ້ານງົບປະມານວິຊາການ, ກົດໝາຍວ່າດ້ວຍສືື່ມວນຊົນ, ການຄຸ້ມຄອງ ແລະ ນໍາໃຊ້ສືື່ອອນລາຍ, ການຂຽນຂ່າວ ແລະ ສົົ່ງຂ່າວສືື່ອອນລາຍ ຊຶ່ງຈະໃຊ້ເວລາ 105 ຊົົ່ວໂມງ ນອກຈາກຄົນຄວ້າຮໍ່າຮຽນຕາມຫຼັກສູດແລ້ວ ຍັງຈະໄດ້ປະຕິບັດຕົວຈິງຕາມເງືື່ອນໄຂທີ່ເປັນໄປໄດ້ ຕື່ມອີກ.

ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ