Skip to main content

ເພັດຈຳປາ ຊະນະນັອກ ສອນນາລາຍ ຍົກສອງ ຄວ້າຂັນແຊ໋ມມວຍລາວໄຟ໊ 2023 ໄປຄອງຢ່າງຍິ່ງໃຫຍ່

11/12/2023

ເພັດຈຳປາ ຫວຽດຕິດແບັງ ຍັງອອກອາວຸດໄດ້ຢ່າງຄົບເຄື່ອງທັງໝັດ, ເຂົ່າ, ສອກ ຍຳເຂົ້າໃສ່ ສອນນາລາຍ ຈາກປະຊວງປ້ອງກັນປະເທດ ໂດຍໃຊ້ເວລາພຽງບໍ່ຮອດ 1 ນາທີໃນຍົກທີ 2 ສາມາດນັອກ ສອນນາລາຍ ລົງໄປນອນກອງກັບພື້ນແບບນັບ 10 ບໍ່ລຸກ ເຮັດໃຫ້ກຳມະການຕັດສິນເທິງເວທີຊູມືໃຫ້ ເພັດຈຳປາ ເປັນຝ່າຍເອົາຊະນະໄປໄດ້ ພ້ອມຮັບຂັນ 1 ໜ່ວຍ ແລະ ເງິນລາງວັນໄປຄອງຢ່າງຍິ່ງໃຫຍ່ ໃນການແຂ່ງຂັນມວຍລາວໄຟ໊ ປະຈຳປີ 2023.
ການແຂ່ງຂັນມວຍລາວໄຟ໊ຄັ້ງນີ້ ໄດ້ມີຂຶ້ນໃນຕອນຄ່ຳວັນທີ 9 ທັນວາ 2023 ທີ່ເວທີມວຍຊົ່ວຄາວສະໜາມກິລາລ້ານຊ້າງ ອິນດໍ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຊົມຮ່ວມເຊຍຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ເອກະພັນ ພະພິທັກ ປະທານສະຫະພັນມວຍລາວແຫ່ງຊາດຊຸດໃໝ່ ພ້ອມດ້ວຍຄະນະບໍລິຫານງານສະຫະພັນກິລາມວຍລາວແຫ່ງຊາດ, ແຂກຖືກເຊີນ, ບັນດານັກທຸລະກິດ ຕະຫຼອດຮອດແຟນມວຍລາວພັນແທ້ທົ່ວນະຄອນຫຼວງວຽງຈັນ ຮ່ວມຊົມແບບເຊິ່ງໜ້າ ກໍຄືແຟນມວຍລາວທົ່ວປະເທດ ຮ່ວມຊົມຜ່ານທາງອອນລາຍ.


ການແຂ່ງຂັນມວຍລາວໄຟ໊ຄັ້ງນີ້ ມີທັງໝົດ 9 ຄູ່, ມວຍຍິງ 1 ຄູ່ ຊຶ່ງໄຮໄລ້ຂອງງານແມ່ນເປັນການແຂ່ງຂັນມວຍມາຣາທອນ ຮຸ່ນນ້ຳໜັກ 60 ກິໂລກຣາມ ໂດຍຄູ່ທຳອິດ ສອນນາລາຍ ຈາກກະຊວງປ້ອງກັນປະເທດ ພົບກັບ ອະນັນຕາສັກ ເຈດີບີ ສ.ສັກສິດ ແລະ ຄູ່ທີສອງ ອາເຈີນ ເອໄອດີຊີ ຈາກຄ້າຍມວຍລາວລ້ານຊ້າງ ພົບກັບ ເພັດຈຳປາ ຫວຽດຕິດແບັງ. ຊຶ່ງຜົນງານແຂ່ງຂັນຮອບທຳອິດ ປະກົດວ່າ ສອນນາລາຍ ຈາກກະຊວງປ້ອງກັນປະເທດ ເອົາຊະນະນັອກ ອະນັນຕາສັກ ເຈດີບີ ສ.ສັກສິດ ໄປໄດ້ແບບສະບາຍ ຜ່ານເຂົ້າຮອບຊີງຊະນະເລີດກັບ ເພັດຈຳປາ ຫວຽດຕິດແບັງ ທີ່ເອົາຊະນະ ອາເຈີນ ເອໄອດີຊີ ຈາກຄ້າຍມວຍລາວລ້ານຊ້າງ ແລະ ຜົນການແຂ່ງຂັນໃນຮອບຊີງຊະນະເລີດ ເປັນຝ່າຍ ເພັດຈຳປາ ຫວຽດຕິດແບັງ ຍັງອອກອາວຸດໄດ້ຢ່າງຄົບເຄື່ອງເອົາຊະນະນັອກ ສອນນາລາຍ ຈາກກະຊວງປ້ອງກັນປະເທດ ໄປໄດ້ໃນຍົກທີ 2 ຄວ້າແຊ໋ມໄປຄອງໄດ້ສຳເລັດ.

ສ່ວນຜົນການແຂ່ງຂັນມວຍຄູ່ປະກອບລາຍການ ຮຸ່ນນ້ຳໜັກ 58 ກິໂລກຣາມ ແມັກນ້ອຍ ຫວຽດຕິນແບັງ ຊະນະຄະແນນ ສອນໄຊ, ຮຸ່ນນ້ຳໜັກ 64 ກິໂລກຣາມ ເພັດພູພານ ຫວຽດຕິນແບັງ ຈາກຄ້າຍມວຍລາວລ້ານຊ້າງ ສະເໝີ ລູກນ້ຳທັບ ໃສທິລາດເມືອງສີ່ທິດ, ຮຸ່ນນ້ຳໜັກ 75 ກິໂລກຣາມ ກຸ້ງນະພາ ເອໄອດີຊີ ເສຍໃຫ້ ກ່ຳກາດຳ ເຈດີບີ ສ.ເຊກອງ, ຮຸ່ນນ້ຳໜັກ 53 ກິໂລກຣາມ ນ້ອງເບຍ ເອັດເອັມແອວ ກະຊວງປ້ອງກັນປະເທດ ເສຍນັອກໃຫ້ ເຈມສັກ ອໍໂຕສະປີດ, ຮຸ່ນນ້ຳໜັກ 51 ກິໂລກຣາມຍິງ ດີສາວລາວ ເອັດເອັມຈີ ກຣຸບ ຊາຟາຢີມ ຊະນະນັອກ ແກ້ວຄູນເຮືອນ ວຽງຈັນ ຟິດເນັດ, ຮຸ່ນນ້ຳໜັກ 57 ກິໂລກຣາມ ເກົ້າແສນ ເຈດີບີ ຂວັນໃຈສີໂຄດ ເສຍໃຫ້ ກ້ອງໂພໄຊ ເອໄອດີຊີ ປະກາຍທອງຢີມ ແລະ ຮຸ່ນນ້ຳໜັກ 53 ກິໂລກຣາມ ຫຼ່ຽມເພັດນ້ອຍ ທະວີຊັບ ໝູຢໍ່ນາງລຽນ ຊະນະນັອກ ຄອມພິວເຕີ ວຽງຈັນຟິດເນັດ ສິດຊຽນນິຍົມ.
ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ