Skip to main content

ອະດີດນາຍົກ ພົບປະ ຊີ້ນຳຄະນະຮັບຜິດຊອບວຽກງານການຄົ້ນຄວ້າພາສາລາວ

08/12/2023

ທ່ານ ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະໂອລົມຄະນະຮັບຜິດຊອບວຽກງານການຄົ້ນຄວ້າພາສາລາວ ເພື່ອເປັນທິດເຍືອງທາງໃນການຈັດຕັ້ງປະຕິບັດວຽກງານໃຫ້ເກີດດອກອອກຜົນ, ຖືກຕ້ອງ, ໄດ້ຮັບໝາກຜົນ ແລະ ເປັນໄປຕາມແນວທາງຂອງພັກ-ລັດ.

ພິທີພົບປະ ແລະ ຮັບຟັງການໂອ້ລົມຂອງທ່ານ ພັນຄຳ ວິພາວັນ ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ມີຂຶ້ນ ເມື່ອວັນທີ 7 ທັນວາ 2023 ທີ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ໂດຍມີທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຄະນະກຳມະການຄົ້ນຄວ້າພາສາລາວ, ຄະນະທີ່ປຶກສາ, ອະນຸກຳມະການ, ຄະນະຮຽບຮຽງເອກະສານຫຼັກການພື້ນຖານການນໍາໃຊ້ພາສາລາວ, ຄະນະຮຽບຮຽງປຶ້ມວັດຈະນານຸກົມພາສາລາວ, ຄະນະຮຽບຮຽງປຶ້ມປະຫວັດວັນນະຄະດີ ຕະຫຼອດຮອດພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ຜ່ານບົດລາຍງານຫຍໍ້ຄວາມຄືບໜ້າຂອງການປະຕິບັດວຽກງານຄົ້ນຄວ້າຮຽບຮຽງເອກະສານຂອງຄະນະກໍາມະການຄົ້ນຄວ້າພາສາລາວ ປີ 2023 ວ່າ: ໃນປີ 2023 ເພື່ອຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ກໍຄື ການຊີ້ນໍາຂອງລັດຖະມົນຕີ ກະຊວງ ສສກ, ຄະນະກໍາມະການຄົ້ນຄວ້າພາສາລາວໄດ້ຂຶ້ນແຜນ ແລະ ຈັດຕັ້ງປະຕິບັດບັນດາໂຄງການຍ່ອຍ 4 ໂຄງການ ຄື: 1) ໂຄງການສ້າງເອກະສານຫຼັກການພື້ນຖານການນໍາໃຊ້ພາສາລາວ, 2) ໂຄງການຮຽບຮຽງປຶ້ມວັດຈະນານຸກົມພາສາລາວ, 3) ໂຄງການຄົ້ນຄວ້າຮຽບຮຽງເອກະສານປະຫວັດວັນນະຄະດີລາວ ແລະ 4) ໂຄງການທົດລອງຝຶກເວົ້າພາສາລາວສໍາລັບນັກຮຽນຊົນເຜົ່າ ຊຶ່ງທັງ 4 ໂຄງການ ພວກເຮົາໄດ້ດໍາເນີນວຽກງານໄປພ້ອມໆກັນ ແລະ ໄດ້ມີຜົນສຳເລັດ ຄື: ໂຄງການສ້າງເອກະສານຫຼັກການພື້ນຖານການນໍາໃຊ້ພາສາລາວ ການຮຽບຮຽງເອກະສານຫຼັກການພື້ນຖານການນໍາໃຊ້ພາສາລາວ ແມ່ນໄດ້ເລີ່ມສ້າງໂຄງຮ່າງມາແຕ່ເດືອນພະຈິກ 2022, ມາຮອດປັດຈຸບັນ (ທັນວາ 2023) ແມ່ນສໍາເລັດການສ້າງຕົ້ນສະບັບ ຊຶ່ງໄດ້ແບ່ງອອກເປັນ 2 ເຫຼັ້ມ ຄື: ເຫຼັ້ມທີ 1 ຫຼັກການພື້ນຖານການນໍາໃຊ້ພາສາລາວ (247 ໜ້າ) ແລະ ເຫຼັ້ມທີ 2 ຫຼັກການພື້ນຖານການຂຽນຄໍາພາສາລາວດ້ວຍອັກສອນລາແຕັງ (Latin) ແລະ ການຂຽນທັບສັບພາສາຕ່າງປະເທດຈໍານວນໜຶ່ງ  (111 ໜ້າ); ໂຄງການຮຽບຮຽງປຶ້ມວັດຈະນານຸກົມພາສາລາວ ແມ່ນຄະນະຮຽບຮຽງແຕ່ລະທ່ານກໍາລັງຂຽນຄໍາອະທິບາຍຄວາມໝາຍຂອງຄໍາ ຫຼື ຄໍານິຍາມ, ຄັດເລືອກຄໍາສັບໃສ່ຕື່ມ ແລະ ຮຽບຮຽງຂັ້ນບຸກຄົນສໍາເລັດເປັນສ່ວນຫຼາຍແລ້ວ ໂດຍສະເລ່ຍແມ່ນສໍາເລັດແລ້ວ 98%; ໂຄງການຄົ້ນຄວ້າຮຽບຮຽງເອກະສານປະຫວັດວັນນະຄະດີລາວ ປັດຈຸບັນກໍາລັງຮຽບຮຽງຂັ້ນບຸກຄົນ ແລະ ສໍາເລັດເປັນສ່ວນຫຼາຍແລ້ວ ແລະ ໂຄງການທົດລອງຝຶກເວົ້າພາສາລາວສໍາລັບນັກຮຽນຊົນເຜົ່າ ໄດ້ສໍາເລັດການດັດແກ້ ແລະ ຈັດພິມປຶ້ມແບບຮຽນ ແລະ ຄູ່ມືຄູຝຶກເວົ້າພາສາລາວ ຂັ້ນ ປ.1 ສໍາລັບນັກຮຽນຊົນເຜົ່າ ພ້ອມທັງແຈກຢາຍໃຫ້ໂຮງຮຽນເປົ້າໝາຍ, ສໍາເລັດການຝຶກອົບຮົມຄູ ປ.1 ແລະ ຜູ້ບໍລິຫານຂັ້ນໂຮງຮຽນ, ເມືອງ ແລະ ແຂວງ ໃນເຂດເປົ້າໝາຍຂອງໂຄງການ ແລະ ສໍາເລັດເກັບກໍາຂໍ້ມູນກ່ອນການທົດລອງ, ໂຮງຮຽນກໍໄດ້ດໍາເນີນການສອນທົດລອງໃນສົກຮຽນ 2023-2024, ໄດ້ລົງໄປຕິດຕາມການຮຽນການສອນທົດລອງ.

ຂະນະດຽວກັນ, ທ່ານ ພັນຄຳ ວິພາວັນ ໄດ້ໃຫ້ກຽດໂອລົມ ແລະ ຮຽກຮ້ອງມາຍັງຄະນະກໍາມະການຄົ້ນຄວ້າພາສາລາວ ໃຫ້ມີຄວາມເຂົ້າໃຈກ່ຽວກັບທິດທາງໃນການຄົ້ນຄວ້າ ແລະ ພັດທະນາພາສາລາວ ເປັນຕົ້ນແມ່ນການຄົ້ນຄວ້າ ແລະ ພັດທະນາພາສາລາວ ໃຫ້ໄປຕາມທິດນຳຂອງຊາດ, ມະຫາຊົນ ແລະ ວິທະຍາສາດ; ໃຫ້ຄະນະກໍາມະການຄົ້ນຄວ້າພາສາລາວ ຄົ້ນຄວ້າຜັນຂະຫຍາຍມະຕິວ່າດ້ວຍການເພີ່ມທະວີການນໍາພາຂອງພັກຕໍ່ວຽກງານວັດທະນະທໍາໃນໄລຍະໃໝ່ (ເລກທີ 25/ກມສພ, ລົງວັນທີ 17 ພຶດສະພາ 2021) ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ. ພ້ອມກັນນັ້ນ, ວຽກງານຈຸດສຸມຈາໍນວນໜຶ່ງໃນຕໍ່ໜ້າ ຂໍມອບໝາຍໃຫ້ຄະນະກໍາມະການຄົ້ນຄວ້າພາສາລາວ ສືບຕໍ່ຄົ້ນຄວ້າຮຽບຮຽງບັນດາເອກະສານສຳຄັນ ຄື: ສືບຕໍ່ຮຽບຮຽງ ແລະ ຈັດພິມເອກະສານ “ຫັຼກການພື້ນຖານການນໍາໃຊ້ພາສາລາວ” ໃຫ້ສໍາເລັດ ແລະ ປະກາດນໍາໃຊ້ ເພື່ອເປັນບ່ອນອີງໃນການນໍາໃຊ້ພາສາລາວໃຫ້ເອກະພາບກັນໃນທຸກວົງການ, ສືບຕໍ່ຄົ້ນຄວ້າຮຽບຮຽງ ແລະ ຈັດພິມປຶ້ມວັດຈະນານຸກົມ ສະບັບມາດຕະຖານ ເປັນສະບັບທີ່ມີຄວາມສົມບູນ, ຄົບຖ້ວນ ແລະ ທັນສະໄໝ ເພື່ອເປັນບ່ອນອີງໃນການນໍາໃຊ້ພາສາລາວ ໃຫ້ສໍາເລັດໃນປີ 2025, ສືບຕໍ່ຄົ້ນຄວ້າຮຽບຮຽງປະຫວັດວັນນະຄະດີລາວ ໄລຍະແຕ່ປີ 1986 ເຖິງປັດຈຸບັນໃຫ້ສໍາເລັດ, ສືບຕໍ່ວຽກງານຄົ້ນຄວ້າວິທີສອນພາສາລາວ ໃຫ້ມີປະສິດທິຜົນດີຂຶ້ນກວ່າເກົ່າ, ຄົ້ນຄວ້າສ້າງເອກະສານອ້າງອີງຕ່າງໆ ກ່ຽວກັບພາສາລາວ ແລະ ວັນນະຄະດີ ເພື່ອເປັນບ່ອນອີງ ໃຫ້ແກ່ການຮຽນການສອນພາສາລາວ ແລະ ການນໍາໃຊ້ພາສາລາວໃຫ້ອຸດົມສົມບູນຍິ່ງໆຂຶ້ນ.

ໂດຍ ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ