Skip to main content

ໄລອ໋ອນ-ເອັດເຄເອັດ ຮ່ວມມືການບໍລິການທີ່ປຶກສາດ້ານກົດໝາຍ

ພິທີເຊັນສັນຍາຮ່ວມທຸລະກິດ (MOA) ວ່າດວ້ຍການຮ່ວມມື ການບໍລິການ ທີ່ປຶກສາດ້ານກົດໝາຍ ລະຫວ່າງ ບໍລິສັດ ໄລອ໋ອນ ທີ່ປຶກສາດ້ານກົດໝາຍ ຈຳກັດຜູ້ດຽວ ແລະ ບໍລິສັດ ເອັດເຄເອັດ ຟີດແມັດ ທີ່ປຶກສາ ຈຳກັດຜູ້ດຽວ ໄດ້ມີຂຶ້ນວັນທີ 13 ທັນວາ 2023 ທີ່ສຳນັກງານໃຫຍ່ ກຸ່ມບໍລິສັດ ເອັດເຄເອັດ ຈຳກັດ ບ້ານອະນຸ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ສີໄພວັນ ໂພທິສັດ ປະທານບໍລິສັດ ໄລອ໋ອນ ທີ່ປຶກສາດ້ານກົດໝາຍ ຈຳກັດຜູ້ດຽວ ແລະ ທ່ານ ນາງ ກິ່ງດາວ ສີຫາປັນຍາ ໃນນາມປະທານບໍລິສັດ ເອັດເຄເອັດ ຟີດແມັດ ທີ່ປຶກສາ ຈຳກັດ ຜູ້ດຽວ, ມີແຂກຖືກເຊີນ, ທີ່ປຶກສາກິດຕິມະສັກ, ຜູ້ອຳນວຍການ, ຜູ້ຈັດການ ແລະ ພະນັກງານ ຂອງທັງສອງບໍລິສັດເຂົ້າຮ່ວມເປັນສັກຂີພິຍານ.
ໂອກາດນີ້, ທ່ານ ສີໄພວັນ ໂພທິສັດ ກ່າວວ່າ: ການຮ່ວມມືກັນໃນຄັ້ງນີ້ ແມ່ນເພື່ອແນໃສ່ການໃຫ້ຄຳປຶກສາດ້ານກົດໝາຍ ແກ່ບັນດາບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະ ແມ່ນຜູ້ທີ່ອັບປະໂຫຍດ ແລະ ບໍ່ໄດ້ຮັບຄວາມເປັນທຳ. ສຳລັບຂົງເຂດວຽກງານໃຫ້ບໍລິການ ປະກອບດ້ວຍ ການບໍລິການໃຫ້ຄຳປຶກສາດ້ານກົດໝາຍ, ການບໍລິການຮັບວ່າຄວາມ, ການບໍລິການວ່າຄວາມຢູ່ສານໃນຄະດີການຄ້າ, ຄະດີແພ່ງ, ຄະດີອາຍາ ແລະ ແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຕ່າງໆ. ນອກຈາກນັ້ນແລ້ວ, ທາງບໍລິສັດ ກໍຍັງໃຫ້ບໍລິການທີ່ປຶກສາການບໍລິການໃຫ້ຄຳປຶກສາດ້ານການສ້າງຕັ້ງ ແລະ ການດຳເນີນທຸລະກິດ ແລະ ການບໍລິການໃຫ້ຄຳປຶກສາດ້ານການຕະຫຼາດອີກດ້ວຍ.
ໂອກາດດຽວກັນ, ທ່ານ ນາງ ກິ່ງດາວ ສີຫາປັນຍາ ໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງ ບໍລິສັດ ໄລອ໋ອນ ບໍລິການທີ່ປຶກສາ ຈຳກັດຜູ້ດຽວ ທີ່ໄດ້ເຫັນຄວາມສຳຄັນ ແລະ ໄວ້ວາງໃຈ ໃຫ້ບໍລິສັດ ຂອງພວກເຮົາ ເປັນຄູ່ຮ່ວມທຸລະກິດດ້ານດັ່ງກ່າວນີ້. ຂ້າພະເຈົ້າເຊື່ອໝັ້ນວ່າ ການຮ່ວມມືໃນຄັ້ງນີ້ ຈະນຳມາເຊິ່ງຜົນສຳເລັດອັນຍິ່ງໃຫຍ່ ແລະ ຈະເລີນກ້າວໜ້າ ມາສູ່ທັງສອງບໍລິສັດໃນອະນາຄົດ.
ຢ່າງໃດກໍຕາມ, ສຳລັບ ບໍລິສັດ ໄລອ໋ອນ ທີ່ປຶກສາດ້ານກົດໝາຍ ແມ່ນສ້າງຕັ້ງຂຶ້ນ ແລະ ຖືຮຸ້ນໂດຍ ຄົນລາວ 100% ຊຶ່ງມີສຳນັກງານໃຫຍ່ຕັ້ງຢູ່: ຖະໜົນ ສາມແສນໄທ ບ້ານອະນຸ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍຈະເປີດໃຫ້ບໍລິການຕັ້ງແຕ່ວັນທີ 1 ມັງກອນ 2024 ເປັນຕົ້ນໄປ.

ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ