Skip to main content

ຕະຫຼອດ 50 ປີ ບໍລິສັດ ເບຍລາວ ເອົາໃຈໃສ່ ແລະ ມຸ່ງໝັ້ນ ພັດທະນາ ນະວັດຕະກໍາ ແລະ ການຂະຫຍາຍຕົວໃນປະເທດລາວ

ບໍລິສັດ ເບຍລາວ ຈຳກັດ ຜູ້ນຳໜ້າອຸດສະຫະກຳເຄື່ອງດື່ມ ໃນ ສປປ ລາວ ໄດ້ດຳເນີນທຸລະກິດ ແລະ ຢູ່ຄຽງຄູ່ກັບສັງຄົມລາວມາຍາວນານຄົບຮອບ 50 ປີ ໃນປີນີ້ ຊຶ່ງເປັນປີແຫ່ງຜົນສໍາເລັດຄັ້ງຍິ່ງໃຫຍ່ ແລະ ມີຄວາມໝາຍໃນໜ້າປະຫວັດສາດຂອງ ບໍລິສັດ ເບຍລາວ ຈຳກັດ ເມື່ອນັບຕັ້ງປີ 1973 ທີ່ໄດ້ກໍ່ຕັ້ງ ບໍລິສັດ ກໍໄດ້ມຸ່ງໝັ້ນໃນການຮັກສາມາດຕະຖານຄຸນນະພາບສິນຄ້າໃຫ້ທຽບເທົ່າສາກົນ ແລະ ສືບຕໍ່ພັດທະນາ ນະວັດຕະນະກຳໃໝ່ໆ ຢ່າງບໍ່ຢຸດຢັ້ງຢູ່ສະເໝີມາ ໂດຍຕະຫຼອດໄລຍະເວລາຫ້າທົດສະວັດ, ທຸກຜະລິດຕະພັນຊັ້ນນຳຂອງບໍລິສັດເບຍລາວ ໂດຍສະເພາະຍີ່ຫໍ້ເບຍລາວ ບໍ່ພຽງແຕ່ເຕີບໃຫຍ່ຂະຫຍາຍຕົວ ແລະ ເປັນທີ່ຮັກຂອງທຸກຄົນ ແຕ່ຍັງກາຍເປັນສັນຍາລັກຂອງວັດທະນະທຳລາວອີກດ້ວຍ.


ງານລ້ຽງສະເຫຼີມສະຫຼອງ 50 ປີວັນສ້າງຕັ້ງບໍລິສັດ ເບຍລາວ ຈຳກັດ ໄດ້ຖືກຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ພັດຕະຄານເຊັນພິລາ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍບັນດາລັດຖະມົນຕີຈາກກະຊວງທີ່ກ່ຽວຂ້ອງF ຕົວແທນ, ຄູ່ຮ່ວມທຸລະກິດ, ຜູ້ສະໜອງ ແລະ ສິນລະປິນ-ດາຣາ ຕະຫຼອດເຖິງພະນັກງານເບຍລາວທຸກຄົນ.
ງານລ້ຽງດັ່ງກ່າວ ຖືເປັນການຊົມເຊີຍຕໍ່ຄວາມສຳເລັດອັນງົດງາມ ແລະ ເສັ້ນທາງອັນໂດດເດັ່ນ ຂອງບໍລິສັດ ເບຍລາວ ແລະ ຍີ່ຫໍ້ເບຍລາວ ໃນຕະຫຼອດໄລຍະເວລາ 5 ທົດສະວັດທີ່ຜ່ານມາ ໂດຍຈັດສະແດງການເດີນທາງຜ່ານນະວັດຕະກຳຂອງຜະລິດຕະພັນເບຍລາວແຕ່ລະຍຸກສະໃໝ ແລະ ພ້ອມດຽວກັນນັ້ນຍັງເປັນງານສະເຫຼີມສະຫຼອງໃຫ້ແກ່ຜົນງານຂອງພະນັກງານເບຍລາວ ຜູ້ທີ່ມີບົດບາດສຳຄັນໃນການສ້າງ ແລະ ຢູ່ຄຽງຄູ່ກັບຜົນສຳເລັດຂອງບໍລິສັດ ເພື່ອເປັນການຍ້ອງຍໍຊົມເຊີຍໃນການມີສ່ວນຮ່ວມຕໍ່ສັງຄົມຂອງ ບໍລິສັດ ເບຍລາວ ລັດຖະບານ ໄດ້ມອບຫຼຽນໄຊແຮງງານ ຊັ້ນ I ເປັນກຽດມອບໂດຍທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕາງໜ້າບໍລິສັດຮັບໂດຍ ທ່ານ ກິດສະໜາ ວົງໄຊ ປະທານສະພາຜູ້ບໍລິຫານ ບໍລິສັດ ເບຍລາວ, ທ່ານ ເຮັນຣິກ ແອນເດິເຊັນ ຜູ້ອຳນວຍການ ບໍລິສັດ ເບຍລາວ, ທ່ານ ໂຈອາວ ອາເບຄາຊິດ ຮອງປະທານຜູ້ບໍລິຫານກຸ່ມຄາລສະເບີກຂອງອາຊີ ແລະ ທ່ານ ສິດທິໄຊ ເກດຕະວົງ ເລຂາຄະນະພັກຮາກຖານບໍລິສັດເບຍລາວຈຳກັດ, ອຳນວຍການຝ່າຍກິດຈະກຳເພື່ອສັງຄົມ ແລະ ບໍລິຫານ.

ພິເສດໃນຄໍ່າຄືນຂອງງານລ້ຽງແມ່ນໄດ້ມີການເປີດຕົວ ເບຍລາວ ກຣີນ ເປັນນະວັດຕະກຳທີ່ສະແດງເຖິງການຍົກລະດັບມາດຕະຖານການຜະລິດເບຍໃນປະເທດລາວ. ເບຍລາວ ກຣີນ ບໍ່ພຽງແຕ່ເປັນເຄື່ອງດື່ມ, ແຕ່ເປັນເບຍທີ່ຖືກສ້າງຂຶ້ນເພື່ອສະເຫຼີມສະຫຼອງຄວາມເປັນເລີດດ້ານການຜະລິດເບຍ ຂອງ ບໍລິສັດ ເບຍລາວ ຕະຫຼອດໄລຍະເຄິ່ງສະຕະວັດ, ສະທ້ອນໃຫ້ເຫັນເຖິງຄວາມພາກພູມໃຈໃນວັດທະນະທຳ, ມໍລະດົກຂອງປະຊາຊົນລາວ ແລະ ວິວັດທະນາການຂອງແບຼນເບຍລາວ.

ເບຍລາວກຣີນ ມີລົດຊາດສົດຊື່ນ ດື່ມງ່າຍ ແລະ ເປັນເອກະລັກ ຜະລິດຈາກເຂົ້າສາຍພັນດຽວ ທີ່ເປັນເຂົ້າສາຍພັນລາວດັ້ງເດີມ ໂດຍໄດ້ຜ່ານການພັດທະນາຈາກເຂົ້າ 2 ສາຍພັນຄື: ສາຍພັນຫອມເຊບັ້ງໄຟ2 ແລະ 3 ທີ່ໄດ້ມາຈາກໂຄງການປູກເຂົ້າແບບຍືນຍົງຂອງ ບໍລິສັດ ເບຍລາວ ຊຶ່ງເຂົ້າສາຍພັນດັ່ງກ່າວ ເປັນສາຍພັນທີ່ມີຄວາມທົນທານຕໍ່ກັບການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ສາມາດປູກໄດ້ຕາມລຽບລຸ່ມແມ່ນ້ຳຂອງ, ເປັນສັນຍາລັກຂອງຄຸນນະພາບແລະ ຄວາມຍືນຍົງຂອງ ບໍລິສັດ ເບຍລາວ.


ງານສະເຫຼີມສະຫຼອງ 50 ປີໄດ້ດຳເນີນໄປພາຍໃຕ້ຄຳຂວັນ “50 ປີແຫ່ງຄວາມພາກພູມໃຈ ກ້າວຕໍ່ໄປພ້ອມກັນ” ສະແດງໃຫ້ເຫັນເຖິງການເຕີບໃຫຍ່ຂອງ ບໍລິສັດ ເບຍລາວ ທີ່ກາຍເປັນໂຮງງານຜະລິດເບຍທີ່ໃຫຍ່ທີ່ສຸດອັນດັບ 2 ໃນທະວີບອາຊີ ໂດຍການນຳໃຊ້ເຕັກໂນໂລຊີການຜະລິດທີ່ທັນສະໄໝ, ການເພີ່ມຜະລິດຕະພັນ ແລະ ນະວັດຕະກໍາໃໝ່ ທີ່ເຮັດໃຫ້ ບໍລິສັດ ເບຍລາວ ເປັນໜຶ່ງໃນບໍລິສັດເບຍທີ່ມີນະວັດຕະກໍາຫຼາຍທີ່ສຸດໃນໂລກ.
ຈຸດເດັ່ນອື່ນໆຂອງງານລ້ຽງສະຫຼອງ ແມ່ນໄດ້ມີການນຳສະເໜີວິດີໂອ ແລະ ການວາງສະແດງສິນຄ້າຂອງບໍລິສັດເບຍລາວທີ່ໜ້າສົນໃຈ ເຊິ່ງປະກອບມີທັງໝົດ 13 ຍີ່ຫໍ້, ສື່ໃຫ້ເຫັນເຖິງການມີສ່ວນຮ່ວມໃນການສະໜັບສະໜູນສັງຄົມ ແລະ ວັດທະນະທຳລາວຢ່າງກວ້າງຂວາງ.
ເມື່ອຫວນຄິດເຖິງການເດີນທາງເປັນເວລາເຄິ່ງສະຕະວັດຂອງ ບໍລິສັດ ເບຍລາວ, ທ່ານ ເຮນລິກ ແອນເດີເຊັນ ຜູ້ອໍານວຍການ ຂອງ ບໍລິສັດ ເບຍລາວ ກ່າວວ່າ “ໃນກຸ່ມເຄືອຄາຣສເບີກໄດ້ຕະຫນັກເຖິງຄຸນຄ່າຂອງການຕັດສິນໃຈຮ່ວມທຶນກັບ ບໍລິສັດ ເບຍລາວໃນປີ 2005 ເຊິ່ງຖືເປັນຈຸດຫມາຍສໍາຄັນຄັ້ງປະຫວັດສາດຂອງພວກເຮົາ. ການປະສົມປະສານກັນລະຫວ່າງພື້ນຖານຂອງ ບໍລິສັດ ເບຍລາວ ທີ່ໄດ້ສະສົມມາເປັນເວລາ 50ປີ ສົມທົບກັບແນວທາງຂອງຄາລສະເບີກກຣຸບ ໄດ້ເພີ່ມທ່າແຮງໃຫ້ການເຕີບໂຕຂອງ ບໍລິສັດ ເບຍລາວ ໃນໄລຍະເວລາສອງທົດສະວັດທີ່ຜ່ານມາ.”

ທ່ານ ກິດສະໜາ ວົງໄຊ ປະທານສະພາຜູ້ບໍລິຫານ ບໍລິສັດ ເບຍລາວ ໄດ້ກ່າວອີກຕື່ມວ່າ: “ການເຕີບໃຫຍ່ຂອງບໍລິສັດ ເບຍລາວ ຖືເປັນສັກຂີພະຍານທີ່ບົ່ງບອກເຖິງການສະແຫວງຫາຄຸນນະພາບ ແລະ ຄວາມມຸ່ງໝັ້ນຕໍ່ຜູ້ບໍລິໂພກຂອງພວກເຮົາຢ່າງບໍ່ຢຸດຢັ້ງ. ໃນຂະນະທີ່ພວກເຮົາສະເຫຼີມສະຫຼອງວາລະອັນສຳຄັນນີ້, ພວກເຮົາກໍຍັງສືບຕໍ່ສ້າງອະນາຄົດທີ່ເຕັມໄປດ້ວຍນະວັດຕະກໍາ ແລະ ການເຕີບໂຕເພີ່ມຂຶ້ນ.”
ເພື່ອເປັນການສະແດງຄວາມຂອບໃຈຕໍ່ການປະກອບສ່ວນຂອງພະນັກງານ, ບໍລິສັດເບຍລາວ ໄດ້ຍ້ອງຍໍຊົມເຊີຍພະນັກງານຈຳນວນ 58 ຄົນທີ່ມີອາຍຸການເຮັດວຽກຫຼາຍກວ່າ 25 ປີຂຶ້ນໄປ ດ້ວຍການມອບ “ຂັນລາງວັນ Long Service Awards” ພາຍໃນງານ. ພ້ອມດຽວກັນນັ້ນ, ກໍໄດ້ມອບ “ໃບຍ້ອງຍໍກຽດຕິຄຸນ Appreciation Awards” ໃຫ້ແກ່ຜູ້ສະຫນອງຫລາຍກວ່າ 80 ບໍລິສັດ ອີກດ້ວຍ ຄວາມທຸ້ມເທ, ເອົາໃຈໃສ່ ແລະ ຄວາມຮັກຂອງປະຊາຊົນລາວ.